leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມການເຈລະຈາ. ພາບ: qdnd.vn

ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 4 ກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານການທະຫານ-ປ້ອງກັນຊາດ ແລະວາລະແລກປ່ຽນກ່ຽວກັບການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ຄັ້ງທີ 2 ລະຫວ່າງສອງປະເທດທີ່ໄດ້ດໍາເນີນເມື່ອທ້າຍເດືອນກັນຍາຜ່ານມາ. ສອງຝ່າຍຢັ້ງຢືນວ່າ ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນກໍ່ຕາມ ແຕ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຮັກສາ ແລະຜັນຂະຫຍາຍຢ່າງມີໄຫວພິບດ້ວຍຮູບການທີ່ເໝາະສົມ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ, ມີໄຫວພິບ, ສອດຄ່ອງກັບສະພາບພະຍາດໂຄວິດ-19, ສຸມໃສ່ບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ການບຳລຸງສ້າງ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ Donny Ermawant Taufanto ເປັນປະທານຮ່ວມການເຈລະຈາ. ພາບ: qdnd.vn

ທີ່ການເຈລະຈາ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ ແລະບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທະນາພອນ