ເຖິງຢ່າງໃດກໍ່ຕາມ, ໃນວັນທີ 29 ແລະ 30, ຄະແນນຂອງທີມວັດທະນະທຳຫວຽດນາມ ຖືກຫຼຸດລົງໃນຂະນະທີ່ຄະແນນຂອງປະເທດຕ່າງໆໄດ້ເພີ່ມຂຶ້ນໄວທີ່ສຸດ.

ຕອນແລງວັນທີ 30 ສິງຫາ, ຄະແນນຂອງທີມວັດທະນະທຳຫວຽດນາມ ສືບຕໍ່ຫຼຸດລົງ ແລະຖືກຈັດອັນດັບທີ 4 ຖັດຈາກ ເຊີເບຍ. ຢືນອັນດັບທີ 1 ແມ່ນ ຈີນ ດ້ວຍກວ່າ 4,20 ຄະແນນ, ຢືນອັນດັບທີ 2 ແມ່ນລັດເຊຍ.

leftcenterrightdel
 
leftcenterrightdel
ຄະແນນສຸດທ້າຍຂອງບັນດາທີມເຂົ້າຮ່ວມການແຂ່ງຂັນ. ພາບ: qdnd.vn.

ຮອດເວລາ 18 ໂມງ,  ຫວຽດນາມ ເລື່ອນ 1 ຂັ້ນ, ຢືນອັນດັບທີ 3.

ຮອດເວລາ 4 ໂມງເຊົ້າ ຂອງວັນທີ 31 ສິງຫາ, ຕາມເວລາຫວຽດນາມ. ແວບໄຊຄັດເລືອກຂອງຄະນະຈັດຕັ້ງໄດ້ປິດໄວ້. ຫວຽດນາມ ຢືນອັນດັບທີ 1 ດ້ວຍ 3,55 ຄະແນນ.

ດ້ວຍຜົນການຄັດເລືອກນີ້, ຫວັງວ່າ ທີມວັດທະນະທຳຫວຽດນາມ ຈະຍາດໄດ້ຜົນງານສູງໃນການແຂ່ງຂັນທີ່ອາມີເກມ ຄັ້ງທຳອິດນີ້.

leftcenterrightdel
 
leftcenterrightdel
ລາຍການສະແດງຂອງທີມວັດທະນະທຳ-ສີລະປະກອງທັບປະຊາຊົນຫວຽດນາມ  ເຂົ້າຮ່ວມອາມີເກມ. ພາບ: qdnd.vn.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມເດີນທາງຂອງເພື່ອນຜູ້ອ່ານ, ພໍ່ແມ່ປະຊາຊົນ ແລະສະຫາຍທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນເຂົ້າຜົນສຳເລັດທີ່ດີງາມຂອງການຄັດເລືອກ ແລະໄຊຊະນະຂອງທີມ. ຄະນະຈັດຕັ້ງການຄັດເລືອກຈະປະກາດ ແລະມອບລາງວັນເຖິງບຸກຄົນ ແລະໝູ່ຄະນະທີ່ໄດ້ຮັບລາງວັນໃນໄວໆນີ້.

ໂດຍ: ແສງເດືອນ