ເມື່ອເປັນເຊັ່ນນັ້ນຍັງເວລາພຽງແຕ່ 20 ມື້ກວ່າອີກ, ງານແຂ່ງຂັນກິລາການທະຫານສາກົນ (Army Games) 2021 ຈະເປີດການແຂ່ງຂັນຢ່າງເປັນທາງການ, ໃນຈຳນວນ 277 ທີມທີ່ມາຈາກ 44 ປະເທດນັ້ນຈະເຂົ້າຮ່ວມການແຂ່ງຂັນຢູ່ 34 ລາຍການ. ຕາມແຜນການ, ງານແຂ່ງຂັນກິລາການທະຫານປີນີ້ຈະດຳເນີນຢ່າງເປັນທາງການແຕ່ວັນທີ 22 ສິງຫາ ຫາວັນທີ 4 ກັນຍາ.

ໃນຈຳນວນ 41 ປະເທດທີ່ເຂົ້າຮ່ວມ Army Games ປີນີ້, ມີ 4 ປະເທດເຂົ້າຮ່ວມເປັນເທື່ອທໍາອິດ ເຊິ່ງມາຈາກຫຼາຍທະວີບແມ່ນ ບູກີນາ ຟາໂຊ, ເປຣູ, ອິນໂດເນເຊຍ ແລະຊາອຸດິອາຣາເບຍ.

ຕາມການສະຖິຕິຂອງຄະນະຈັດຕັ້ງ, ບັນດາທີມເຂົ້າຮ່ວມ Army Games ທີ່ມາຈາກ 41 ປະເທດກວມເອົາ 58% ຈຳນວນພົນລະເມືອງທັງໝົດໃນໂລກ. ພ້ອມກັນນັ້ນ, ລວມເນື້ອທີ່ທັງໝົດຂອງບັນດາປະເທດທີ່ເຂົ້າຮ່ວມແມ່ນລື່ນກາຍ 55 ລ້ານກິໂລຕາແມັດ ແລະກວມເອົາ 1/3 ດິນຕໍ່ແຜ່ນຂອງໜ່ວຍໂລກ (ລວມທັງເຂດຂົ້ວໂລກໃຕ້).

leftcenterrightdel
Army Games 2021 ສືບຕໍ່ເປີດກວ້າງຈໍານວນປະເທດເຂົ້າຮ່ວມ. ພາບ: TvZvezda.

ນອກຈາກບັນດາເນື້ອໃນຕົ້ນຕໍທີ່ຈະໄດ້ດຳເນີນຢູ່ສະຫະພັນລັດເຊຍ ແລ້ວ, ມີຫຼາຍລາຍການແຂ່ງຂັນຈະໄດ້ຈັດຕັ້ງຢູ່ 11 ປະເທດຕື່ມອີກ. ໃນນ້ັນມີ ເບລາຣຸດ (3 ລາຍການ), ຈີນ (3 ລາຍການ), ອີຣານ (3 ລາຍການ), ກາຊັກສະຖານ (2 ລາຍການ), ຫວຽດນາມ (2 ລາຍການ), ອຸຊະເບັກກິດສະຖານ (2 ລາຍການ). ບັນດາປະເທດ ອາກເມນີ, ກາຕາ, ເຊີເບຍ ແລະ ອານເຊຣີ ຈະຈັດຕັ້ງ 1 ລາຍການ.

ປີ 2021 ເປັນປີສ້າງຂີດໝາຍທຳອິດໃຫ້ບັນດາປະເທດຫວຽດນາມ, ອານເຊຣີ, ກາຕາ ແລະເຊີເບຍ ຈັດຕັ້ງບັນດາລາຍການແຂ່ງຂັນທີ່ Army Games. ພິເສດ, ຫວຽດນາມ ຈົດທະບຽນຈັດຕັ້ງ 2 ລາຍການແມ່ນ “ນັກຍິງບັ່ນທອນ ແລະ “ເຂດອຸບັດຕິເຫດ”.

ມາຮອດປະຈຸບັນ, ບັນດາປະເທດທີ່ເປັນເຈົ້າພາບຈັດຕັ້ງ Army Games ໄດ້ກໍ່ສ້າງພື້ນຖານໂຄງລ່າງ ແລະມາດຕະການກະກຽມຈັດຕັ້ງລາຍການແຂ່ງຂັນສຳເລັດໂດຍພື້ນຖານແລ້ວ. ສຳລັບໄລຍະຕົ້ນຕໍຂອງງານແຂ່ງຂັນກິລາການທະຫານສາກົນ 2021, ການຕ້ອນຮັບບັນດາທີມຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ສິງຫາ. ໃນລະຫວ່າງວັນທີ 11-20 ສິງຫາ, ບັນດາທີມຈະດໍາເນີນການຝຶກແອບ, ຈົກສະຫຼາກແບ່ງກຸ່ມ, ມອບໃບຢັ້ງຢືນໃຫ້ກຳມະການ ແລະແບ່ງວຽກໃຫ້ກຳມະການຢູ່ສະໜາມແຂ່ງຂັນ.

ພິທີໄຂ Army Games 2021 ແລະເວທີປາໄສເຕັກນິກ-ການທະຫານສາກົນ ຈະດຳເນີນໃນວັນທີ 22 ສິງຫາ ຢູ່ສວນສາທາລະນະ Patriot, ຊານນະຄອນມົດສະກູ (ສະຫະພັນ ລັດເຊຍ). ຮອບ​ຊີງ​ຊະ​ນະ​ເລີດ​​ລາຍການແຂ່ງຂັນ “ລົດຕັງເຄື່ອນທີ່” ແລະພິທີປິດງານແຂ່ງຂັນກິລາການທະຫານຈະດຳເນີນໃນວັນທີ 4 ກັນຍາ ຢູ່ສວນສາທາລະນະ Patriot.

Army Games ເພີ່ມທະວີການຮ່ວມມືມິດຕະພາບ

ປີ 2020, ກ່າວປາໄສໄຂງານແຂ່ງຂັນກິລາການທະຫານສາກົນ ຄັ້ງທີ VI, ທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ຢັ້ງຢືນວ່າ Army Games “ແມ່ນສະໜາມແຂ່ງຂັນໃນນ້ັນຈະມີແຕ່ຜູ້ຊະນະ, ບໍ່ມີຜູ້ພ່າຍແພ້, ຈະມີເພື່ອນໃໝ່ຕື່ມອີກ, ບໍ່ມີສັດຕູ”.

ຕາມທ່ານລັດຖະມົນຕີ Shoigu ແລ້ວ, ນັບແຕ່ມີງານແຂ່ງຂັນກິລາການທະຫານສາກົນ ຈຶ່ງປະກົດມີພົນທະຫານຜູ້ທີ່ດີເດັ່ນ, ດ້ວຍທັກສະສູ້ຮົບໃໝ່ນັ້ນ “ຈະໄດ້ນຳໃຊ້ພຽງແຕ່ໃນການ ແຂ່ງຂັນ ແລະຝຶກແອບ”.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ຝາກຄຳຂອບອົກຂອບໃຈຜູ້ຕາງໜ້າກອງທັບຂອງ 32 ປະເທດທີ່ເຂົ້າຮ່ວມງານແຂ່ງຂັນກິລາການທະຫານ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ 5 ປະເທດທີ່ເປັນເຈົ້າພາບຈັດຕັ້ງ 30 ລາຍການແຂ່ງຂັນ, ລວມມີ: ອາແຊກໄບຊານ, ອາກເມນີ, ອຸຊະເບັກກິດສະຖານ, ເບລາຣຸດ ແລະລັດເຊຍ.

ທີ່ Army Games 2020, ຕາມການສະຖິຕິມີພົນທະຫານປະມານ 4.000 ຄົນໄດ້ເຂົ້າຮ່ວມການແຂ່ງຂັນຢູ່ 30 ລາຍການແຂ່ງຂັນ. ສຳລັບການເຄື່ອນໄຫວທີ່ Army Games-2021, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Sputnik, ທີ່ປຶກສາລັດຖະມົນຕີກະຊວງປ້ອງກັນປະເທດ ກາຊັກສະຖານ, ທ່ານພົນຈັດຕະວາ Adylbek Aldabergenov ຢັ້ງຢືນວ່າ ງານແຂ່ງຂັນກິລາການທະຫານສາກົນໄດ້ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາການຮ່ວມມືດ້ານການທະຫານ ກໍ່ຄືອຳນວຍຄວາມສະດວກຕໍ່ການແລກປ່ຽນບົດຮຽນ, ຍົກສູງລະດັບຄວາມຮູ້ຄວາມສາມາດຂອງກຳລັງປະກອບອາວຸດ ກາຊັກສະຖານ.

ຕາມທ່ານ Aldabergenov ແລ້ວ, ການແຂ່ງຂັນຈະນໍາມາເຊິ່ງກາລະໂອກາດຍົກສູງທັກສະໃຫ້ພົນທະຫານ. “ພົນທະຫານຂອງພວກຂ້າພະເຈົ້າ, ເມື່ອເຂົ້າຮ່ວມການແຂ່ງຂັນແມ່ນໄດ້ນຳໃຊ້ບັນດາປັດໄຈຝຶກຊ້ອມສູ້ຮົບໃດໜຶ່ງ, ຫຼັງຈາກນັ້ນຈະໝູນໃຊ້ພວກມັນຢູ່ກົມກອງ ແລະຊ້ຳບໍ່ໜຳແມ່ນຍັງເຮັດໃຫ້ສຳເລັດເປັນຢ່າງດີກວ່າອີກ”.

ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍຄົນແລ້ວ, ງານແຂ່ງຂັນກິລາການທະຫານສາກົນ 2021 ຈະແມ່ນເວທີປາໄສພິເສດ, ເພື່ອແນໃສ່ແລກປ່ຽນບົດຮຽນ ແລະຍົກສູງລະດັບວິຊາສະເພາະດ້ານພົນທະຫານໃຫ້ບັນດາປະເທດເຂົ້າຮ່ວມ, ພ້ອມທັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະເຮັດໃຫ້ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງບັນດາທີມເຂົ້າຮ່ວມເລິກເຊິ່ງກວ່າອີກ.

ໂດຍ: ແສງເດືອນ