ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບສ.ເກົາຫຼີ, ຖືນີ້ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ ແລະນໍາມາເຊິ່ງປະສິດທິຜົນຢ່າງແທດຈິງໃນຫຼາຍຂົງເຂດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກ Ryou Jae Guen. ພາບ: Mod.gov.vn.

ອວຍພອນທ່ານພັນເອກ Ryou Jae Guen ໄດ້ປະຕິບັດສໍາເລັດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານພັນເອກ Ryou Jae Guen ໃນໄລຍະຜ່ານມາ, ປະກອບສ່ວນນໍາການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະສ.ເກົາຫຼີ ພັດທະນາຕາມທິດໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະເໝາະສົມກັບຄວາມຕ້ອງການ, ກໍາລັງຄວາມສາມາດຂອງແຕ່ລະປະເທດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ອວຍພອນທ່ານພັນເອກ Kim  Dae Young ໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດສ.ເກົາຫຼີ ປະຈໍາ ຫວຽດນາມ ແລະຢັ້ງຢືນກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Kim  Dae Young ປະຕິບັດສຳເລັດໜ້າທີ່ຂອງຕົນ, ປະກອບສ່ວນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງໝັ້ນຄົງ, ຮອບດ້ານ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ