ສູນຝຶກແອບສັງລວມລົດຕັງ-ຍານເກາະ (ແຂວງວິງຝູກ), ເວລາ 14 ໂມງ, ວັນທີ 21 ມິຖຸນາ, ອາກາດອົບເອົ້າ. ອຸນຫະພູມຢູ່ກາງແຈ້ງກວ່າ 40 ອົງສາເຊ, ສ່ວນອຸນຫະພູມຢູ່ໃນລົດຝຶກ ແອບຂຶ້ນເຖິງເກືອບ 70 ອົງສາເຊ. ຢືນບັນທຶກຂໍ້ມູນ, ຖ່າຍວິດີໂອໃຕ້ຮົ່ມໄມ້, ພວກຂ້າພະເຈົ້າຍັງຮູ້ສຶກຮ້ອນເອົ້າຫຼາຍ, ແຕ່ໝູ່ປືນ 5 ຄົນພັດນັ່ງຢູ່ໃນລົດ, ຊ່ວງກັບເວລາ, ແຂ່ງກັບເພື່ອນຮ່ວມກົມກອງຢູ່ໝູ່ປືນອື່ນ ແລະຍິ່ງກວ່ານັ້ນແມ່ນຕ້ອງແຂ່ງກັບຕົນເອງ ເພື່ອຍິງປືນກົນກາງ, ປືນຄົກ 120mm, B41, AK-74 ໃຫ້ຊັດເຈນ.

leftcenterrightdel
ບັນດາສະມາຊິກໃນທີມສັງເກດເປົ້າໝາຍພາຍຫຼັງຍິງປືນ. ພາບ: ຈ້ອງ ຫາຍ.

ແຂ່ງຂັນໃນທົ່ວກອງທັບແມ່ນຍາກແລ້ວ, ແຕ່ນີ້ແມ່ນການແຂ່ງຂັນຍິງປືນໃຫຍ່ເກັ່ງ “ໝູ່ປືນຄົກ” ຢູ່ Army Games 2021 ມັນຈະຍາກກວ່າຫຼາຍ. ໂດຍກໍານົດແຈ້ງໜ້າທີ່, ເປົ້າໝາຍກ່ອນທີ່ອອກເດີນທາງ, ອ້າຍນ້ອງໃນທີມປືນໃຫຍ່ຜູ້ໃດກໍ່ຝຶກແອບດ້ວຍຄວາມເອົາໃຈໃສ່ສູງສຸດ, ດຳເນີນການຝຶກແອບແຕ່ຕົ້ນເດືອນມີນາ 2021, ມາຮອດປະຈຸບັນບັນດາໝູ່ປືນໄດ້ກ້າວສູ່ໄລຍະຝືກແອບຍົກລະດັບ. ລູກປືນຄົກທຳອິດຍິງຖືກເປົ້າໝາຍບໍ່ພຽງແຕ່ເຮັດໃຫ້ໝູ່ປືນທຸກຄົນບັນເທົາຄວາມດັນເທົ່ານັ້ນ ຫາກຍັງຊ່ວຍບັນດາສະມາຊິກມີຄວາມເຊື່ອໝັ້ນຕົນເອງ, ກະຕຸ້ນ, ຕື່ນເຕັ້ນໃຈກວ່າ. ຍ້ອນເວລາສຳເລັດບົດເສັງໄລ່ຕາມວິນາທີເພາະສະນັ້ນການຂີ່ລົດຂ້າມຮົ້ວກີດຂວາງ ຫຼືການຍິງປືນຖືກເປົ້າໝາຍ ຈະຊ່ວຍໃຫ້ໝູ່ປືນຮູ້ສຶກວ່າລົດກຳລັງແລ່ນໄວເຖິງຈຸດໝາຍ. ແຕ່ຖ້າຍິງບໍ່ຖືກເປົ້າໝາຍຈະເປັນຈັ່ງໃດ; ລົດແລ່ນໄວໂພດຍ້ອນຫ້າມບໍ່ໄດ້, ແລ່ນໃຕ້ແສງແດດອົບເອົ້າຕ້ອງເຮັດແນວໃດ...? ນັ້ນບໍ່ພຽງແຕ່ແມ່ນຄວາມດັນຕໍ່ກັບບັນດາສະມາຊິກໃນໝູ່ປືນເທົ່ານັ້ນຫາກຍັງແມ່ນຄວາມເປັນຫ່ວງເປັນໃຍຂອງການນຳກົມອົບຮົມ ແລະກອງບັນຊາການປືນໃຫຍ່ອີກດ້ວຍ.

ເປັນຫຍັງລູກປືນຍິງບໍ່ຖືກເປົ້າໝາຍ, ເປັນຫຍັງຫ້າມລົດບໍ່ໄດ້.. ຂໍ້ຂ້ອງໃຈທັງໝົດນັ້ນ, ທ່ານພົນຈັດຕະວາ ຖ໊າຍວັນມິງ (ຫົວໜ້າກົມອົບຮົມ), ພົນຈັດຕະວາ ຫງວຽນຮົ່ງຟອງ (ຜູ້ບັນຊາການເຫຼົ່າຮົບປືນໃຫຍ່), ພັນເອກພິເສດ ກ່ຽວວັນມິງ... ໄດ້ແລກປ່ຽນຢ່າງລະອຽດລະອໍ, ຊອກຫາສາຍເຫດ, ເພື່ອຈາກນັ້ນມີການຊີ້ນຳຢ່າງຊັດເຈນ, ມີພິບໄຫວ. ການເອົາໃຈໃສ່, ລະດົມກຳລັງໃຈຢ່າງທັນການຂອງການນຳກົມອົບຮົມ, ກອງບັນຊາການປືນໃຫຍ່ ແລະການນຳບັນດາກົມກອງ (ກອງພົນໃຫຍ່ 1, ກອງພົນໃຫຍ່ 2), ເຊິ່ງແມ່ນກົມກອງທີ່ມີບັນດາສະມາຊິກເຂົ້າຮ່ວມບັນດາໝູ່ປືນຝຶກແອບໃນຄັ້ງນີ້ນັ້ນ, ຍັງຊ່ວຍໃຫ້ອ້າຍນ້ອງອຸ່ນອ່ຽນໃຈຫ້າວຫັນຝຶກແອບ.

ຮັບຮູ້ຈິດໃຈຝຶກແອບຂອງທີມປືນໃຫຍ່, ທ່ານພົນຈັດຕະວາ ຖ໊າຍວັນມິງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກໃນການຝຶກແອບ, ບໍ່ຄຶດງໍ້ເຖິງວັນ ແລະຄືນຂອງບັນດາສະມາຊິກໃນທີມ.

ຖອດຖອນບົດຮຽນໃນວຽກງານຝຶກແອບຂອງທີມ, ທ່ານພົນຈັດຕະວາ ຫງວຽນຮົ່ງຟອງ ເນັ້ນໜັກວ່າ ບັນດາສະມາຊິກໃນທີມຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ການເຂົ້າຮ່ວມ Army Games ບໍ່ພຽງແຕ່ຄວາມເປັນກຽດເທົ່ານັ້ນຫາກຍັງແມ່ນຄວາມຮັບຜິດຊອບຂອງສະມາຊິກແຕ່ລະຄົນອີກດ້ວຍ. ເພາະສະນັ້ນ, ບັນດາສະມາຊິກໃນທີມຕ້ອງເອົາໃຈໃສ່ຫັດກາຍ, ຝຶກຝົນທັກສະໃຫ້ຊຳນິຊຳນານກວ່າອີກ ເພື່ອບັນລຸໝາກຜົນດີທີ່ສຸດໃນການແຂ່ງຂັນຈະມາເຖິງ.

ບັນດາຄວາມຫຍຸ້ງຍາກລຳບາກຂອງອ້າຍນ້ອງທີມປືນໃຫຍ່ໃນໄລຍະຜ່ານມາ, ຂ້າພະເຈົ້າຄິດວ່າການນຳກົມອົບຮົມ, ການນຳກອງບັນຊາການປືນໃຫຍ່ລ້ວນແຕ່ຮັບຮູ້ໄດ້. ແຕ່ໃນເງື່ອນໄຂແກ້ໄຂຄວາມຫຍຸ້ງຍາກທັງດ້ານອັດຕະວິໄສ ກໍ່ຄືພາວະວິໄສຍັງບໍທັນອຳນວຍຄວາມສະດວກນັ້ນ, ຄວາມໄວ້ວາງໃຈ, ຄວາມມຸ່ງຫວັງທັງໝົດລ້ວນແຕ່ຂຶ້ນກັບບັນດານັກຮົບ. ຄວາມເປັນກຽດ, ຄວາມຮັບຜິດຊອບ, ຄວາມເອກອ້າງທະນົງໃຈກໍ່ຂຶ້ນກັບພວກອ້າຍເອງ. ເມື່ອມີຄວາມຫຍຸ້ງຍາກຕ້ອງອາໄສພວກອ້າຍ, ບັນດານັກຮົບ “ຕີນທອງ, ບ່າເຫຼັກ”.

ໂດຍ: ແສງເດືອນ