leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາຫວຽດນາມ. ພາບ: ຮວ່າງຫວູ.

ຊົມເຊີຍທ່ານ Denny Abdi ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາຫວຽດນາມ, ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພ້ອມທັງຕີລາຄາສູງຖານະບົດບາດ ແລະການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງ ອິນໂດເນເຊຍ ໃນການຊຸກຍູ້ການຮ່ວມມືອາຊຽນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຍົກສູງຖານະບົດບາດຂອງອາຊຽນ ຢູ່ພາກພື້ນ ແລະໃນເວທີສາກົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ.

ສ່ວນທ່ານ Denny Abdi ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ ທ່ານຈະມານະພະຍາຍາມຈົນສຸດຄວາມສາມາດປະກອບສ່ວນເຂົ້າໃນການພັດທະນາການພົວພັນດ້ານປ້ອງກັນຊາດອິນໂດເນເຊຍ-ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານ Denny Abdi ກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະປະສິດທິຜົນຂອງລັດຖະບານຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບປະກັນສຸຂະພາບໃຫ້ປະຊາຊົນ.

ທ່ານພົນເອກ ຟານວັນຢາງ ແລະທ່ານ Denny Abdi ເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ, ສອງຝ່າຍຄວນມານະພະຍາຍາມຈັດຕັ້ງກົນໄກປຶກສາຫາລື, ເຈລະຈາຕາມຮູບການທີ່ເໝາະສົມ, ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງກໍາລັງປະຕິບັດກົດໝາຍຢູ່ທະເລແນໃສ່ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງມີປະສິດທິຜົນ, ພິເສດແມ່ນບັນຫາຊາວປະມົງ.

ໂດຍ: ເຈິ່ນຮວ່ຽນ