ຕາມນັ້ນແລ້ວ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໄດ້ມອບໃຫ້ກໍາລັງປ້ອງກັນຊາຍແດນແຂວງເຊກອງ ຄື: ກອງບັນຊາການທະຫານແຂວງເຊກອງ; ກອງຮ້ອຍຊາຍແດນ 533 ແລະກອງຮ້ອຍປ້ອງກັນເປົ້າໝາຍ 104 ສັງກັດກອງບັນຊາການທະຫານແຂວງເຊກອງ... ເຄື່ອງທີ່ມອບໃຫ້ມີເຂົ້າສານ, ສະບຽງອາຫານ, ວັດຖຸອຸປະກອນການແພດ ແລະອຸປະກອນຈໍາເປັນເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຄື: ເຄື່ອງວັດແທກອຸນຫະພູມຮ່າງກາຍ, ເຄື່ອງສີດຢາຂ້າເຊື້ອ, ນ້ຳຢາຂ້າເຊື້ອ… ດ້ວຍມູນຄ່າທັງໝົດກວ່າ 250 ລ້ານດົ່ງ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນບ໊າທົງ ມອບຂອງຂວັນໃຫ້ບັນດາກົມກອງຂອງກອງບັນຊາການທະຫານແຂວງເຊກອງ. ພາບ: ຮົ່ງແອັງ

ກ່າວຄຳເຫັນທີ່ການມອບຮັບ, ທ່ານພັນເອກ ຫຼອດ ນັນທະວົງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຢ່າງທັນການຂອງທະຫານຊາຍແດນແຂວງກວ໋າງນາມ, ຜ່ານນັ້ນເພີ່ມທະວີສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງຝ່າຍ, ປະກອບສ່ວນເຂົ້າໃນການສະກັດກັ້ນໂລກລະບາດ ແລະຮັບປະກັນສຸຂະພາບເພື່ອໃຫ້ພະນັກງານ, ນັກຮົບຂອງກົມກອງໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ.

leftcenterrightdel
ທະຫານຊາຍແດນແຂວງກວ໋າງນາມ ໜູນຊ່ວຍສະບຽງອາຫານໃຫ້ແກ່ກົມກອງຂອງປະເທດເພື່ອນມິດ. ພາບ: ຮົ່ງແອັງ

ທ່ານພັນເອກພິເສດ ຫງວຽນບ໊າທົງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ຈະສືບຕໍ່ມອບສະບຽງອາຫານ, ວັດຖຸອຸປະກອນການແພດໃຫ້ແກ່ກອງຮ້ອຍຊາຍແດນ 531, ຄ້າຍຕໍາຫຼວດດ່ານຊາຍແດນກະລຶມ (ແຂວງເຊກອງ).

ໂດຍ: ທະນາພອນ