leftcenterrightdel
ບັນຍາກາດທີ່ການແລກປ່ຽນທາງໄກ. ພາບ: qdnd.vn

ທີ່ການສົນທະນາ, ທ່ານພົນຈັດຕະວາ ເຈິ່ນແທງງຽມ ຢັ້ງຢືນວ່າ ການຮ່ວມມືລະຫວ່າງທະຫານເຮືອສອງປະເທດໃນໄລຍະຜ່ານມາໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ທະຫານເຮືອອິນໂດເນເຊຍ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມວາງແຜນການໃຫ້ແກ່ເຫດການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໂດຍທະຫານເຮືອຫວຽດນາມ ເປັນເຈົ້າພາບໃນປີ 2020. ທະຫານເຮືອຫວຽດນາມ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມວາງແຜນການກະກຽມໃຫ້ແກ່ການເຄື່ອນໄຫວໃນຂອບເຂດການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Komodo ຄັ້ງທີ 4 ປີ 2020… ກົນໄກປຶກສາຫາລືທະຫານເຮືອນສອງຝ່າຍເຊິ່ງສອງຝ່າຍຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງບັນລຸປະສິດທິຜົນສູງ. ຜູ້ບັນຊາການທະຫານເຮືອຫວຽດນາມ ຕີລາຄາສູງຕໍ່ການເຂົ້າຮ່ວມ ແລະບັນດາຄໍາເຫັນທີ່ມີຄຸນຄ່າຕົວຈິງສູງຂອງຄະນະຜູ້ແທນອິນໂດເນເຊຍ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງກອງປະຊຸມທາງໄກກຸ່ມວິຊາການໂຄງການແລກປ່ຽນບົດຮຽນຝຶກແອບອົບຮົມທະຫານເຮືອບັນດາປະເທດອາຊຽນ ໂດຍທະຫານເຮືອຫວຽດນາມ ຈັດຕັ້ງໃນເດືອນເມສາ 2021.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນແທງງຽມ ທີ່ການສົນທະນາທາງໄກ. ພາບ: qdnd.vn

ກ່າວຄໍາເຫັນທີ່ການແລກປ່ຽນ, ທ່ານພົນໂທ Yudo Margono ຊົມເຊີຍ ແລະຂອບໃຈທະຫານເຮືອຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ ປະສົບຜົນສຳເລັດໃນຖານະເປັນປະທານໝູນວຽນອາຊຽນປີ 2020. ທີ່ກອງປະຊຸມນີ້, ຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ ໄດ້ແບ່ງປັນທັດສະນະ ແລະມາດຕະການຕ່າງໆເພື່ອຮັກສາສັນຕິພາບ, ສະຖຽນລະພາບບົນທະເລ. ທະຫານເຮືອອິນໂດເນເຊຍ ໃຫ້ຄໍາໝັ້ນສັນຍາພ້ອມກັບທະຫານເຮືອຫວຽດນາມ ປຶກສາຫາລືກົນໄກຮ່ວມມືລະອຽດເພື່ອກໍ່ສ້າງ, ຮັກສາເຂດທະເລທີ່ຕິດຕໍ່ກັນລະຫວ່າງສອງປະເທດແຫ່ງສັນຕິພາບ, ສະຖຽນລະພາບ; ແນະນໍາ ແລະອໍານວຍຄວາມສະດວກເພື່ອໃຫ້ຊາວປະມົງສອງປະເທດເຄື່ອນໄຫວ, ບໍ່ລະເມີດເຂດທະເລຂອງແຕ່ລະປະເທດ. ຜູ້ບັນຊາການທະຫານເຮືອສອງຝ່າຍເຫັນດີເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງຈະຊຸກຍູ້ດໍາເນີນບັນດາລະບຽບການທີ່ຈໍາເປັນກ່ຽວກັບຂັ້ນຕອນເຝິກແອບລວມ, ເພື່ອແນໃສ່ຫັນຂັ້ນຕອນເປັນມາດຕະຖານ, ຍົກສູງຄວາມສາມາດປະສານສົມທົບກັນລະຫວ່າງທະຫານເຮືອສອງປະເທດໃນການແກ້ໄຂສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ.

ໂດຍ: ໄຊຊະນະ