ຄະນະໄດ້ໜູນຊ່ວຍ, ຊ່ວຍເຫຼືອກຳລັງແພດທະຫານລາວ ຢູ່ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ສະຫວັນນະເຂດ, ເຊິ່ງແມ່ນສາມໃນສີ່ທ້ອງຖິ່ນຂອງລາວ ໃນປະຈຸບັນທີ່ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສູງສຸດ.

ວັນທີ 10 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ຄະນະຊ່ຽວຊານແພດທະຫານຫວຽດນາມ ໄດ້ສືບຕໍ່ມີການເຄື່ອນໄຫວຢູ່ໂຮງໝໍສູນກາງກອງທັບ 103 ຂອງລາວ ເພື່ອແນະນຳ, ຝຶກອົບຮົມ ແລະໜູນຊ່ວຍແພດທະຫານລາວ ກ່ຽວກັບດ້ານເຕັກນິກໃນການກວດຫາເຊື້ອພະຍາດໂຄວິດ-19 ເພື່ອໃຫ້ໂຮງໝໍສາມາດຜັນຂະຫຍາຍການກວດຫາເຊື້ອພະຍາດ, ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານພັນເອກພິເສດ ເລວັນດົງ ພ້ອມດ້ວຍແພດໝໍໂຮງໝໍເສດຖາທິລາດພາຍຫຼັງຢ້ຽມຢາມຜູ້ຕິດເຊື້ອທີ່ເປັນຊາວຫວຽດນາມ, ວັນທີ 9 ພຶດສະພາ. ພາບ: nhandan.com.vn.

ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມເຍິນເຢິນ ປະຈຳ ລາວ ໃນຕອນບ່າຍວັນທີ 10 ພຶດສະພາ, ທ່ານພັນເອກພິເສດ.ຮສຈ.ປອ ເລວັນດົງ ຜູ້ອຳນວຍການສະຖາບັນການແພດສຳຮອງກອງທັບ, ຫົວໜ້າຄະນະຊ່ຽວຊານ ໃຫ້ຮູ້ວ່າ ນັບແຕ່ວັນທີ 3 ພຶດສະພາ, ພາຍຫຼັງທີ່ເຂົ້າປະເທດລາວ ແລະໄປຮອດນະຄອນຫຼວງວຽງຈັນ, ຄະນະໄດ້ຜັນຂະຫຍາຍການເຄື່ອນໄຫວໃນມື້ນັ້ນເລີຍ, ຍາດແຍ່ງເວລາເພື່ອສາມາດໜູນຊ່ວຍປະເທດເພື່ອນມິດລາວ ຍ້ອນວ່າພະຍາດໂຄວິດ-19 ພວມແຜ່ລະບາດຢູ່ບາງທ້ອງຖິ່ນຂອງລາວ.

ມາຮອດວັນທີ 9 ພຶດສະພາ, ໄດ້ຮັບຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ລາວ, ຄະນະໄດ້ໄປໜູນຊ່ວຍຢູ່ໂຮງໝໍເສດຖາທິລາດ ເຊິ່ງແມ່ນບ່ອນທີ່ມີຜູ້ຕິດພະຍາດໂຄວິດ-19 ພວມປິ່ນປົວຢູ່. ພິເສດມີກໍລະນີຕິດເຊື້ອຜູ້ໜຶ່ງແມ່ນແພດຍິງ, ຫາກໍ່ເກີດລູກ, ພວມມີອາການປອດອັກເສບໜັກ, ຄະນະໄດ້ບົ່ງມະຕິ, ຍົກອອກວິທີການປິ່ນປົວໃຫ້ຄົນເຈັບ. ຄະນະໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ, ຊ່ວຍຄົນເຈັບຜ່ອນຄາຍຄວາມເຄັ່ງຕຶງ, ອຸ່ນອ່ຽນໃຈປິ່ນປົວເພື່ອໃຫ້ດີໄວ.

ສ່ວນຢູ່ໂຮງໝໍສູນກາງກອງທັບ 103 ຂອງລາວ, ຄະນະໄດ້ມີການປະຊຸມກັບການນຳ ແລະພາລະກອນ ເພື່ອກວດກາຄືນ, ຕີລາຄາຢ່າງຮອບດ້ານກ່ຽວກັບວຽກງານຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາສະເພາະຂອງໂຮງໝໍໃນໄລຍະພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ພິເສດແມ່ນຂັ້ນຕອນຕ້ອນຮັບ, ຈັດແບ່ງປະເພດ, ເອົາຕົວຢ່າງໄປກວດຫາເຊື້ອພະຍາດ ແລະຈັດຕັ້ງການແຍກປ່ຽວ, ປິ່ນປົວຜູ້ຕິດເຊື້ອ. ບັນດາຊ່ຽວຊານຫວຽດນາມ ພ້ອມກັບແພດໝໍຂອງໂຮງໝໍສູນກາງກອງທັບ 103 ລາວ ໄດ້ຊອກຮູ້, ແລກປ່ຽນກ່ຽວກັບການເຄື່ອນໄຫວສັກວັກຊິນກັນໂຄວິດ-19 ຂອງໂຮງໝໍ. ຄະນະກໍ່ໄດ້ໄປສັງເກດ ແລະໃຫ້ຄຳແນະນໍາກ່ຽວກັບວຽກງານຕິດຕາມການຈັດແບ່ງຜູ້ຕິດເຊື້ອພະຍາດ, ວຽກງານເອົາຕົວຢ່າງໄປກວດຫາເຊື້ອ SARS-CoV-2.

ຄະນະຊ່ຽວຊານແພດທະຫານຫວຽດນາມ ໄດ້ໄປຢ້ຽມຢາມ, ກວດກາຢ່າງຮອບດ້ານຢູ່ສູນຈໍາກັດບໍລິເວນ ແລະໂຮງໝໍພາກສະໜາມທີ່ໄດ້ສ້າງຢູ່ສະໜາມຍິງປືນຫຼັກ 27 ຂອງກອງທັບລາວ. ໂຮງໝໍພາກສະໜາມແຫ່ງໃໝ່ໄດ້ສ້າງ ແລະຮັບເອົາຜູ້ຕິດເຊື້ອມາປິ່ນປົວໄດ້ 10 ວັນແລ້ວ, ປະຈຸບັນມີຜູ້ຕິດເຊື້ອພວມປິ່ນປົວຢູ່ປະມານ 100 ຄົນ. ເຮັດວຽກກັບການນຳກົມເສນາຮັກ ແລະພະນັກງານ, ພາລະກອນຂອງສູນຈໍາກັດບໍລິເວນ ແລະໂຮງໝໍສະໜາມ, ຊ່ຽວຊານການແພດທະຫານຫວຽດນາມ ໄດ້ແບ່ງປັນບົດຮຽນ ແລະໃຫ້ຄຳປຶກສາ, ຄຳເຫັນດ້ານວຽກງານຕ້ານການຕິດເຊື້ອຈາກຄົນເຈັບໄປຫາແພດ, ຈາກແພດໄປຫາຜູ້ອື່ນຢູ່ເຂດແຍກປ່ຽວ ກໍ່ຄືໃນຫ້ອງປິ່ນປົວພະຍາດຂອງໂຮງໝໍ. ນອກຈາກນັ້ນ, ບັນດາຊ່ຽວຊານກໍ່ໄດ້ເນັ້ນໜັກເຖິງບັນຫາການເຮັດວຽກງານດ້ານແນວຄິດໃຫ້ຜູ້ທີ່ພວມແຍກປ່ຽວ ແລະຜູ້ຕິດເຊື້ອທີ່ພວມປິ່ນປົວຢູ່ໂຮງໝໍ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ, ປະຕິບັດຕາມກົດລະບຽບ, ຂໍ້ກຳນົດໃນການແຍກປ່ຽວ ແລະມາດຕະການປິ່ນປົວ. ຄະນະໄດ້ສະໜອງຄຳແນະນຳກ່ຽວກັບການປິ່ນປົວພະຍາດໂຄວິດ-19 ແບບໃໝ່ຫຼ້າສຸດຂອງກະຊວງສາທາລະນະສຸກຫວຽດນາມ ເພື່ອໃຫ້ແພດທະຫານລາວ ທາບທາມ ແລະນຳໃຊ້.

leftcenterrightdel
ຄະນະຊ່ຽວຊານແພດທະຫານຫວຽດນາມ ຢູ່ແຂວງສະຫວັນນະເຂດ, ພາກກາງລາວ. ພາບ: nhandan.com.vn.

ເຮັດວຽກກັບຄະນະສະເພາະກິດກະຊວງປ້ອງກັນປະເທດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19, ຄະນະຊ່ຽວຊານ ໄດ້ລາຍງານໝາກຜົນການກວດກາຄືນ, ຕີລາຄາລະບົບປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງທັບລາວ ແລະຍົກອອກຂໍ້ສັງເກດ, ຄຳສະເໜີກັບຄະນະສະເພາະກິດຂອງກະຊວງປ້ອງກັນປະເທດລາວ ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການກວດຫາເຊື້ອ SARS-CoV-2 ໃຫ້ແກ່ຂະແໜງການແພດທະຫານເພື່ອເປັນເຈົ້າການກວດພົບໂດຍໄວ, ສືບຫາຜູ້ທີ່ສຳຜັດກັບກໍລະນີຕິດເຊື້ອພະຍາດໃນກອງທັບ.

ທີ່ການເຮັດວຽກ, ສະຫາຍ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຢ່າງທັນການຂອງກະຊວງປ້ອງກັນປະເທດຫວຽດນາມ ຜ່ານການມອບວັດຖຸອຸປະກອນການແພດຕ້ານພະຍາດໂຄວິດ-19 ແລະພິເສດແມ່ນຈັດສົ່ງຄະນະຊ່ຽວຊານແພດທະຫານທີ່ມີວິຊາສະເພາະ, ບົດຮຽນຫຼາຍຢ່າງມາຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ.

ວັນທີ 7 ພຶດສະພາ, ຄະນະຊ່ຽວຊານແພດທະຫານຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງຄະນະສະເພາະກິດກະຊວງປ້ອງກັນປະເທດລາວ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ໄປມອບວັດຖຸອຸປະກອນການແພດໂດຍຫວຽດນາມ ມອບໃຫ້ແຂວງຈຳປາສັກ ຢູ່ພາກໃຕ້ລາວ ແລະແຂວງສະຫວັນນະເຂດຢູ່ພາກກາງລາວ, ພ້ອມທັງກວດກາວຽກງານກະກຽມຮັບ, ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຂອງໂຮງໝໍເສນາຮັກ 106, ສຸກສາລາກອງພົນທີ 5 ຢູ່ແຂວງຈໍາປາສັກ ແລະໂຮງໝໍເສນາຮັກ 109 ຢູ່ແຂວງສະຫວັນນະເຂດ.

ປະຕິບັດຕາມໜ້າທີ່ທີ່ໄດ້ຮັບການມອບໝາຍ, ຄະນະຊ່ຽວຊານແພດທະຫານຫວຽດນາມ ລວມມີບັນດາຊ່ຽວຊານທີ່ມີຄວາມເກັ່ງກ້າສາມາດຂອງກອງທັບໃນຂົງເຂດພັກຟື້ນສຸກເສີນ, ກວດຫາເຊື້ອພະຍາດ, ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19... ທາງຄະນະຈະສືບຕໍ່ເຄື່ອນໄຫວຢູ່ຕາມຈຸດລະບາດທີ່ພວມຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອດ້ານວິຊາສະເພາະ. ບັນດານັກຮົບຊຸດຂາວບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຄຸນທາດ “ທະຫານລຸງໂຮ່” ໃສແຈ້ງຕະຫຼອດການສືບຕໍ່ປະຕິບັດໜ້າທີ່ສາກົນເຊິ່ງພັກ, ລັດ ແລະກອງທັບມອບໝາຍໃຫ້.

ໂດຍ: ແສງເດືອນ