ທີ່ການພົບປະເຈລະຈາ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໜູນຊ່ວຍນັກຊ່ຽວຊານ ແລະວັດຖຸອຸປະກອນການແພດຈໍານວນໜຶ່ງໃຫ້ກະຊວງປ້ອງກັນປະເທດລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາຢ່າງທັນການ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການພົບປະເຈລະຈາທາງໄກ. ພາບ: ຈ້ອງຫາຍ.

ສ່ວນທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ໃນຄວາມສາມາດຂອງຕົນ, ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ມານະພະຍາຍາມສູງທີ່ສຸດເພື່ອໜູນຊ່ວຍລາວ ຜ່ານຜ່າຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ; ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາທາງໄກ. ພາບ: ຈ້ອງຫາຍ.

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ ໃນໄລຍະຈະມາເຖິງ, ພະຍາດໂຄວິດ-19 ອາດຈະສືບຕໍ່ແກ່ຍາວ ແລະຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍເນື້ອໃນແຜນການຮ່ວມມືປີ 2021 ທີ່ໄດ້ລົງນາມແລ້ວ. ຍ້ອນແນວນັ້ນ, ຄວນຊອກວິທີໃໝ່ທີ່ແທດຈິງ, ມີປະສິດທິຜົນ ແລະເໝາະສົມກັບເງື່ອນໄຂໃໝ່, ສຸມໃສ່ເຂົ້າບາງຂົງເຂດ, ຄື: ວຽກງານພັກ, ວຽກງານການເມືອງ; ການກໍ່ສ້າງ; ເພີ່ມທະວີການຄຸ້ມຄອງຊາຍແດນ, ສະກັດກັ້ນ ແລະປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ການຄ້າເຖື່ອນຜິດກົດໝາຍ...; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍເຊິ່ງສອງຝ່າຍແມ່ນສະມາຊິກ, ເປັນຕົ້ນແມ່ນໃນຂອບເຂດອາຊຽນ ແລະກົນໄກໂດຍອາຊຽນນໍາພາ.

ໂດຍ: ເຈິ່ນຮວ່ຽນ