ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ Wei Fenghe ພ້ອມກັບບັນດາສະມາຊິກໃນຄະນະຜູ້ແທນຈີນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຂ່ຳນັບຮັບຕ້ອນທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການພົບປະເຈລະຈາ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ການຢ້ຽມຢາມມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນການຖືເປັນສໍາຄັນຂອງພັກ, ລັດຖະບານຈີນ ແລະສ່ວນຕົວທ່ານພົນໂທ Wei Fenghe ທີ່ມີຕໍ່ການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງປະເທດເວົ້າລວມ ແລະສອງກະຊວງປ້ອງກັນປະເທດເວົ້າສະເພາະ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ແຕ່ລະປະເທດ ກໍ່ຄືຂອງພາກພື້ນ ແລະໃນໂລກ.

leftcenterrightdel
ຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ດໍາເນີນການພົບປະເຈລະຈາ. ພາບ: ຈ້ອງຫາຍ.

ທ່ານພົນໂທ Wei Fenghe ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຈີນ ແລະຫວຽດນາມ, ຜ່ານນັ້ນປະກອບສ່ວນຍົກສູງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ແຕ່ລະປະເທດ ກໍ່ຄືຂອງພາກພື້ນ ແລະໃນໂລກ.

ກໍ່ທີ່ການພົບປະເຈລະຈາ, ສອງຝ່າຍຖືວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນ ໃນໄລຍະຜ່ານມາໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ດ້ວຍຮູບການຮ່ວມມືທີ່ອຸດົມສົມບູນ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ສອງຝ່າຍຍັງຮັກສາຮູບການແລກປ່ຽນຢ່າງມີໄຫວພິບ, ມີປະສິດທິຜົນ.

leftcenterrightdel
ຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ຖ່າຍຮູບຮ່ວມກັນ. ພາບ: ຈ້ອງຫາຍ.

ສອງຝ່າຍກໍ່ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຄວນສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຮອດປີ 2025 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຈີນ, ໃນນັ້ນໄດ້ສຸມໃສ່ບາງເນື້ອໃນ, ຄື: ຜັນຂະຫຍາຍບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືທີ່ມີຢູ່ແລ້ວ, ພິເສດແມ່ນຄູ່ຮ່ວມມືຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນຫວຽດນາມ-ຈີນ...

ສອງຝ່າຍກໍ່ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາທີ່ຕິດຂັດໃນປະຈຸບັນໃນການພົວພັນສອງປະເທດ. ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນຈິດໃຈເຄົາລົບສິດ ແລະຜົນປະໂຫຍດອັນຊອບທໍາຂອງກັນ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ; ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລໃຫ້ເປັນຢ່າງດີ, ບໍ່ເຮັດໃຫ້ ສະພາບການສັບສົນຂຶ້ນຕື່ມ, ບໍ່ມີການກະທໍານຳໃຊ້ຄວາມຮຸນແຮງ ຫຼື ນາບຂູ່ນໍາໃຊ້ຄວາມຮຸນແຮງ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການສ້າງຕັ້ງການພົວພັນກົມກອງມິດຕະພາບໃນຂົງເຂດຮ່ວມມືດ້ານການທະຫານສາກົນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ພາບ: ຈ້ອງຫາຍ.

ພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການສ້າງຕັ້ງການພົວພັນກົມກອງມິດຕະພາບ ໃນຂົງເຂດຮ່ວມມືດ້ານການທະຫານສາກົນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຈີນ.

ໂດຍ: ເຈິ່ນຮວ່ຽນ