ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງຝ່າຍ

ຕອນເຊົ້າວັນທີ 24 ເມສາ, ລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 6 ໄດ້ເລີ່ມຕົ້ນຢ່າງເປັນທາງການດ້ວຍພິທີຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢູ່ດ່ານຊາຍແດນ Dongxing, ປະເທດຈີນ ທີ່ໄປແຂວງກວາງຊີ (ຈີນ) ເຂົ້າຮ່ວມກິດຈະກຳທໍາອິດໃນຂອບເຂດການພົບປະແລກປ່ຽນ.

ລາຍການພົບປະແລກປ່ຽນຄັ້ງນີ້ແມ່ນໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດໄດ້ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ, ທາສີຫຼັກໝາຍຊາຍແດນ ແລະຖ່າຍຮູບລວມ.

leftcenterrightdel
ລັດຖະມົນຕີສອງທ່ານ ແລະຜູ້ແທນສອງປະເທດເຂົ້າຮ່ວມພິທີເປີດນໍາໃຊ້ເຮືອນວັດທະນະທຳມິດຕະພາບຫວຽດນາມ - ຈີນ. ພາບ: qdnd.vn

ຕໍ່ຈາກນັ້ນ, ໃນຂອບການພົບປະແລກປ່ຽນ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Wei Fenghe ໄດ້ພົບປະເຈລະຈາຢູ່ນະຄອນ Dongxing, ແຂວງກວາງຊີ (ຈີນ). ສອງຝ່າຍເຫັນດີເປັນເອກະສັນຖືວ່າ ໃນໄລຍະກວ່າ 70 ປີ ທີ່ຫວຽດນາມ ແລະຈີນ ສ້າງຕັ້ງສາຍພົວພັນທາງການທູດນັ້ນ, ຍາມໃດນ້ຳໃຈມິດຕະພາບ ແລະການຮ່ວມມືກໍ່ໄດ້ຖືເປັນສຳຄັນໃນການພົວພັນລະຫວ່າງສອງພັກ, ສອງປະເທດ. ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງຫວຽດນາມ ແລະຈີນ, ໃນໄລຍະຜ່ານມາ, ກິດຈະກໍາພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງປະເທດ, ກະຊວງປ້ອງກັນປະເທດສອງປະເທດເວົ້າລວມ ແລະລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດເວົ້າສະເພາະກໍ່ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ. ຍ້ອນເຫດນັ້ນ, ສະພາບເຂດຊາຍແດນຫວຽດນາມ - ຈີນ ສືບຕໍ່ມີສະຖຽນລະພາບ, ສັນຕິພາບ, ເສັ້ນຊາຍແດນ ແລະລະບົບຫຼັກໝາຍຊາຍແດນແຫ່ງຊາດ, ກໍ່ຄືຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ເຂດຊາຍແດນລວມໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ.

ຄຽງຂ້າງນັ້ນ, ກຳລັງທະຫານຊາຍແດນຂອງສອງຝ່າຍຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການສົມທົບກັນຜັນຂະຫຍາຍຫຼາຍການເຄື່ອນໄຫວຢ່າງແທດຈິງ ແລະມີປະສິດທິຜົນ, ຄື: ຈັດຕັ້ງການລາດຕະເວນສອງຝ່າຍ, ເສີມຂະຫຍາຍກົນໄກເຈລະຈາ, ການແຮກສ່ຽວ... ພິເສດ, ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ກໍາລັງທະຫານຊາຍແດນຂອງສອງຝ່າຍຮັກສາການຕິດຕໍ່ສື່ສານເປັນປະຈຳ, ກວດພົບ, ຈັດການ ແລະແຈ້ງໃຫ້ກັນຊາບກ່ຽວກັບກໍລະນີພົນລະເມືອງເຂົ້າ-ອອກ ເມືອງຢ່າງຜິດກົດໝາຍ, ຈາກນັ້ນປະກອບສ່ວນສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດຂ້າມຊາຍແດນຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮັກສາບັນດາກິດຈະກຳດ້ານການຄ້າຢູ່ເຂດຊາຍແດນ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານລັດຖະມົນຕີ Wei Fenghe. ພາບ: qdnd.vn

ພ້ອມກັນນັ້ນ, ສອງຝ່າຍຍັງຕີລາຄາວ່ານັບແຕ່ເມື່ອລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນໄດ້ຮັບການຈັດຕັ້ງຄັ້ງທຳອິດໃນປີ 2014 ມາຮອດປະຈຸບັນ, ບັນດາເນື້ອໃນຮ່ວມມືນັມມື້ນັບແທດຈິງ, ມີປະສິດທິຜົນ, ມີລັກສະນະແຜ່ຂະຫຍາຍ, ກາຍເປັນໜຶ່ງໃນບັນດາກິດຈະກຳສັນຍາລັກ ແລະມີຄວາມໝາຍທີ່ສຸດຕໍ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ຍ້ອນເຫດນັ້ນ, ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດຄວນສືບຕໍ່ຈັດຕັ້ງການພົບປະແລກປ່ຽນດ້ວຍການປ່ຽນແປງໃໝ່ເນື້ອໃນ ແລະຮູບແບບຢ່າງບໍ່ຢຸດຢັ້ງ.

ກໍ່ຢູ່ນະຄອນ Dongxing, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Wei Fenghe ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສືບຕໍ່ຮ່ວມມືຄົ້ນຄວ້າວິທະຍາສາດລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະສະຖາບັນວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນ.

ຕົວຢ່າງທີ່ພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈດ້ານການເມືອງໃນເງື່ອນໄຂປົກກະຕິໃໝ່

ພາຍຫຼັງສິ້ນສຸດການເຄື່ອນໄຫວຢູ່ຈີນ, ຕອນບ່າຍວັນທີ 24 ເມສາ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນຄັ້ງທີ 6 ສືບຕໍ່ດໍາເນີນຢູ່ແຂວງກວ໋າງນິງ (ຫວຽດນາມ), ເປີດສາກແມ່ນພິທີຕ້ອນຮັບທ່ານລັດຖະມົນຕີ Wei Fenghe ຢູ່ດ່ານຊາຍແດນແຮວ່ງໂມ, ຫວຽດນາມ.

ຢູ່ທີ່ນີ້, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ, ທາສີຫຼັກໝາຍຊາຍແດນ, ປູກຕົ້ນໄມ້ມິດຕະພາບ. ໃນຂອບເຂດການເຄື່ອນໄຫວພົບປະແລກປ່ຽນຢູ່ຫວຽດນາມ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Wei Fenghe ໄດ້ຕັດແຖບຜ້າເປີດນໍາໃຊ້ເຮືອນວັດທະນະທຳມິດຕະພາບຫວຽດນາມ - ຈີນ ຢູ່ບ້ານດົ່ງວັນ, ເມືອງບິ່ງລຽວ, ແຂວງກວ໋າງນິງ; ມອບຂອງຂວັນໃຫ້ເຮືອນວັດທະນະທຳ ເພື່ອໃຫ້ປະຊາຊົນສອງປະເທດຢູ່ເຂດຕິດກັບຊາຍແດນຈັດຕັ້ງບັນດາກິດຈະກຳຮ່ວມ ແລະມອບຂອງຂວັນໃຫ້ຄອບຄົວທຸກຍາກຢູ່ເຂດຊາຍແດນ.

leftcenterrightdel
ລັດຖະມົນຕີສອງທ່ານປູກຕົ້ນໄມ້ເປັນທີ່ລະນຶກຢູ່ດ່ານຊາຍແດນແຮວ່ງໂມ (ຫວຽດນາມ). ພາບ: qdnd.vn

ກ່າວຄຳເຫັນທີ່ພິທີຕັດແຖບຜ້າເປີດນໍາໃຊ້ເຮືອນວັດທະນະທຳ, ທ່ານລັດຖະມົນຕີ Wei Fenghe ຖືວ່າກອງທັບສອງປະເທດຄວນສືບຕໍ່ສະໜັບສະໜູນ ແລະເພີ່ມທະວີການແລກປ່ຽນມິດຕະພາບເພື່ອເຮັດໃຫ້ການຮ່ວມມືຢູ່ເຂດຊາຍແດນນັບມື້ນັບພັດທະນາວັດທະນາຖາວອນ, ພ້ອມກັນສ້າງບ້ານ, ຕາແສງ, ເທດສະບານເມືອງເຂດຊາຍແດນໃຫ້ສວຍງາມ, ກົມກຽວ ແລະພັດທະນາ.

leftcenterrightdel
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນຄັ້ງທີ 6 ປະສົບຜົນສຳເລັດຢ່າງຈົບງາມ. ພາບ: qdnd.vn

ສ່ວນທ່ານລັດຖະມົນຕີ ຟານວັນຢາງ ກໍ່ຖືວ່າ ລາຍການພົບປະແລກປ່ຽນຄັ້ງນີ້ແມ່ນໜຶ່ງໃນບັນດາຕົວຢ່າງທີ່ພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈດ້ານການເມືອງ, ນໍ້າໃຈມິດຕະພາບ, ຄວາມສະໜິດຕິດພັນຂອງຄະນະພັກການທະຫານສູນກາງ, ກໍາລັງປະກອບອາວຸດ, ທ້ອງຖິ່ນຕ່າງໆ ແລະປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດໃນເງື່ອນໄຂປົກກະຕິໃໝ່; ພ້ອມທັງ, ປາດຖະໜາວ່າພາຍຫຼັງເປີດນຳໃຊ້ແລ້ວ, ເຮືອນວັດທະນະທຳຈະເປັນສະຖານທີ່ພົບປະແລກປ່ຽນວັດທະນະທຳດ້ານຈິດໃຈເປັນປະຈໍາ, ຜ່ານນັ້ນສ້າງຄວາມສະໜິດສະໜົມ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຢູ່ເຂດຊາຍແດນ.

leftcenterrightdel
 
leftcenterrightdel
ປະຊາຊົນຢູ່ເຂດຊາຍແດນຕ້ອນຮັບຄະນະຜູ້ແທນສອງປະເທດເຂົ້າຮ່ວມການພົບປະແລກປ່ຽນ. ພາບ: qdnd.vn

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນຄັ້ງທີ 6 ໄດ້ສິ້ນສຸດລົງຢ່າງຈົບງາມໃນຕອນບ່າຍວັນທີ 24 ເມສາ, ອັນໄດ້ເປັນຂີດໝາຍຜົນສຳເລັດແຫ່ງການພົບປະແລກປ່ຽນຢູ່ເຂດຊາຍແດນລະຫວ່າງກອງທັບສອງປະເທດ.

ໂດຍ: ທະນາພອນ