ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຈີນ ໃນໄລຍະຜ່ານມາໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ດ້ວຍບັນດາຮູບການຮ່ວມມືທີ່ອຸດົມສົມບູນ, ສຸມໃສ່ເຂົ້າຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນການເຄື່ອນໄຫວພົບປະຂັ້ນສູງ, ກໍ່ສ້າງ, ຮັກສາສັນຕິພາບ ສປຊ... ສອງຝ່າຍກໍ່ ຕີລາຄາສູງການຮ່ວມມືລະຫວ່າງກຳລັງທະຫານຊາຍແດນສອງປະເທດ, ພິເສດແມ່ນບັນດາຂົງເຂດຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະຜູ້ແທນຫວຽດນາມ ທີ່ການເຈລະຈາ. ພາບ: ວັນຢວຽນ.

ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາຢູ່ທະເລ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ທະເລຕາເວັນອອກແມ່ນເສັ້ນທາງເດີນທະເລສໍາຄັນຂອງໂລກ, ບໍ່ພຽງແຕ່ມີຄຸນຄ່າຍຸດທະສາດດ້ານເສດຖະກິດການຄ້າ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເທົ່ານັ້ນ ຫາກຍັງມີຄຸນຄ່າຍຸດທະສາດດ້ານພູມີສາດການເມືອງອີກ. ສະນັ້ນ, ບັນດາປະເທດທີ່ກ່ຽວຂ້ອງຄວນຕັ້ງໜ້າຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບເພື່ອນໍາມາເຊິ່ງຜົນປະໂຫຍດລວມ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ບົນຈິດໃຈຄວາມຮັບຮູ້ລວມເຊິ່ງການນໍາຂັ້ນສູງສອງປະເທດບັນລຸໄດ້, ເຄົາລົບສິດ ແລະຜົນປະໂຫຍດອັນຊອບທໍາຂອງກັນ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ກ້າວໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນ...

leftcenterrightdel
ຄະນະຜູ້ແທນຈີນ ທີ່ການເຈລະຈາ. ພາບ: ວັນຢວຽນ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຮອດປີ 2025 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ; ສືບຕໍ່ປະຕິບັດເອກະສານນິຕິກຳ 3 ສະບັບວ່າດ້ວຍຊາຍແດນ ລະຫວ່າງສອງປະເທດ ແລະບັນດາຂໍ້ຕົກລົງ, ບົດບັນທຶກຮ່ວມມືທີ່ໄດ້ລົງນາມຢ່າງເຂັ້ມງວດ; ຮ່ວມມືຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຄວບຄຸມການເຂົ້າອອກເມືອງ... ພ້ອມກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ