ທີ່ການຕ້ອນຮັບຄະນະ, ທ່ານພົນຕີ ເລືອງດິ່ງຮົ່ງ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ວິທະຍາຄານປ້ອງກັນຊາດ ໄດ້ກໍ່ສ້າງ, ບໍາລຸງສ້າງພະນັກງານຫຼາຍລຸ້ນຄົນໃຫ້ກອງທັບປະຊາຊົນລາວ.

ພາຍຫຼັງຮຽນຈົບ, ບັນດາສະຫາຍລ້ວນແຕ່ເສີມຂະຫຍາຍຄວາມຮູ້ທີ່ໄດ້ຮຽນເຂົ້າໃນຂົງເຂດວຽກງານຂອງຕົນເປັນຢ່າງດີ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ, ໃນນັ້ນມີຫຼາຍຄົນໄດ້ດຳລົງຕຳແໜ່ງສຳຄັນຂອງພັກ, ລັດ ແລະກອງທັບປະຊາຊົນລາວ.

leftcenterrightdel
ທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອເຊິ່ງພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ.

ທ່ານ ແສງເພດ ຮຸ່ງບຸນຍວງ ຢັ້ງຢືນວ່າ ຄວາມຮູ້ເຊິ່ງພະນັກງານກອງທັບປະຊາຊົນລາວ ໄດ້ຮັບເອົາຈາກຊຸດບໍາລຸງສ້າງຕ່າງໆຢູ່ວິທະຍາຄານປ້ອງກັນຊາດໄດ້ ແລະພວມນໍາໃຊ້ເຂົ້າໃນໜ້າທີ່ວິຊາການຕົວຈິງ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ