ໃນຊຸມວັນນີ້, ເຂົາເຈົ້າຍັງຕັ້ງໜ້າຝຶກຝົນຄວາມຮູ້ດ້ານວິຊາການ, ພາສາອັງກິດ ກໍ່ຄືທັກສະທັກທາຍຢູ່ບໍລິເວນ. ບັນດາການເຄື່ອນໄຫວຂົນສົ່ງສິນຄ້າ, ອຸປະກອນການແພດໄປຍັງ Bentiu ກໍ່ໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ຮັບປະກັນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດໜ້າທີ່ພາຍຫຼັງໝົດເວລາຈຳກັດບໍລິເວນ.

ໃນຊຸມວັນຈຳກັດບໍລິເວນຢູ່ຖານທີ່ໝັ້ນ Tomping, ຮ້ອຍໂທ ຫງວຽນທິຖຸ່ຍເຢືອງ - ຂະແໜງການຢາ-ການປະກອບ ຍັງຄົງຝຶກຝົນຄວາມຮູ້ດ້ານວິຊາການ ແລະຍົກສູງລະດັບພາສາອັງກິດ. ນັ້ນແມ່ນວິທີເພື່ອບໍ່ໃຫ້ເສຍເວລາລ້າໆ, ຫາກກົງກັນຂ້າມມີປະສິດທິຜົນທີ່ສຸດ. ຮ້ອຍໂທ ຫງວຽນທິຖຸ່ຍເຢືອງ ເຊື່ອໝັ້ນວ່າ, ດ້ວຍບັນດາຄວາມຮູທີ່ໄດ້ປະກອບ ແລະຈິດໃຈເປັນເຈົ້າການ,   ນາງ ແລະບັນດາສະມາຊິກໃນໂຮງໝໍຈະຮັບເອົາ ແລະປະຕິບັດໜ້າທີ່ຢູ່ Bentiu ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

leftcenterrightdel
ຮ້ອຍໂທ ຫງວຽນທິຖຸ່ຍເຢືອງ ຍາດແຍ່ງເວລາຮຽນພາສາຕ່າງປະເທດ ໃນໄລຍະຈຳກັດບໍລິເວນ. ພາບ: qdnd.vn.

ສ່ວນຕາມຮ້ອຍເອກພິເສດ ດັ້ງລອງຈຽວ, ຫົວໜ້າຂະແໜງກວດພະຍາດ ແລ້ວ, ເລື່ອງເປັນເຈົ້າການແລກປ່ຽນ, ກໍາແໜ້ນຂໍ້ມູນທີ່ຈໍາເປັນຈາກຄົນຮຸ່ນກ່ອນທີ່ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ຊ່ວຍໃຫ້ລາວ ແລະບັນດາຜູ້ຮ່ວມອາຊີບທີ່ຂະແໜງກວດພະຍາດ ມີການກະກຽມຢ່າງຮອບຄອບຖີ່ຖ້ວນກວ່າ, ພ້ອມແລ້ວທີ່ຈະຮັບໜ້າທີ່ພາຍຫຼັງໝົດເວລາຈຳກັດບໍລິເວນ. ຮ້ອຍເອກພິເສດ ດັ້ງລອງຈຽວ ແບ່ງປັນວ່າ “ອີງຕາມຂໍ້ມູນນີ້, ພວກຂ້າພະເຈົ້າໄດ້ມີການກະກຽມຢ່າງຮອບຄອບຖີ່ຖ້ວນ ເພື່ອໃຫ້ການມອບ-ຮັບໜ້າທີ່ດໍາເນີນໄປຢ່າງສະດວກ... ພວກອ້າຍນ້ອງໃນຂະແໜງກວດພະຍາດ ຮູ້ສຶກກະຕືລືລົ້ນ ແລະມີການກະກຽມຢ່າງລອບຄອບຖີ່ຖ້ວນທັງດ້ານຈິດໃຈ, ສຸຂະພາບ, ທັກສະ, ບົດຮຽນ... ພວກອ້າຍນ້ອງກໍ່ຮ້ອນໃຈຢາກໝົດເວລາຈຳກັດບໍລິເວນ ເພື່ອຮັບ, ປະຕິບັດໜ້າທີ່ ແລະ ເພື່ອໃຫ້ອ້າຍນ້ອງໃນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ກັບຄືນປະເທດໂດຍໄວ”.

leftcenterrightdel
ຮ້ອຍເອກພິເສດ ດັ້ງລອງຈຽວ ແລກປ່ຽນກັບຜູ້ຮ່ວມອາຊີບໃນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຜ່ານທາງໂທລະສັບ. ພາບ: qdnd.vn.

ຄາດຄະເນວ່າ, ພາຍຫຼັງໄປຍັງ Bentiu, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ມີເວລາພຽງ 1 ອາທິດ ເພື່ອປະຕິບັດສໍາເລັດລະບຽບການມອບ-ຮັບໜ້າທີ່ກ່ອນທີ່ຈະໄປຮອດນະຄອນຫຼວງ Juba, ກະກຽມເດີນທາງກັບຄືນປະເທດ.

ໃນຊຸມວັນນີ້, ຄະນະອໍານວຍການໂຮງໝໍ ໄດ້ຈັດຕັ້ງການຊາບຊຶມແຜນການຍົກຍ້າຍ, ແບ່ງງານຢ່າງລະອຽດໃຫ້ແກ່ແຕ່ລະຂະແໜງ, ຄະນະ, ທີມ ແລະບຸກຄົນ. ເປົ້າໝາຍທີ່ວາງອອກແມ່ນວຽກງານກະກຽມຈະໄດ້ປະຕິບັດຢ່າງຮອບຄອບຖີ່ຖ້ວນທີ່ສຸດ ເພື່ອໃຫ້ວິວັດການເຄື່ອນທີ່ ແລະການມອບ-ຮັບໜ້າທີ່ຕ້ອງດໍາເນີນຢ່າງວ່ອງໄວ, ສະດວກ, ຮັບປະກັນຄວາມປອດໄພໃຫ້ແກ່ມະນຸດ, ສິນຄ້າ, ອຸປະກອນຢ່າງເດັດຂາດ.  ພັນໂທ ຈີ້ງໝີ໊ຮວ່າ, ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໃຫ້ຮູ້ວ່າ: “ສໍາລັບໂຮງໝໍກາງສະໜາມຂັ້ນ 2 ເລກ 3, ຫຼັງຈາກໝົດເວລາຈຳກັດບໍລິເວນ 14 ວັນ ຕາມການກໍານົດ, ພວກຂ້າພະເຈົ້າຈະໄປເຖິງ Bentiu ແລະດໍາເນີນການມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຂະແໜງ, ຄະນະ, ທີມຂັ້ນຕ່າງ ກໍ່ຄືມອບ-ຮັບທາງດ້ານວິຊາການ ວິຊາສະເພາະ. ໂດຍພື້ນຖານແມ່ນໄດ້ມີການແລກປ່ຽນຜ່ານ email, ເຄືອຂ່າຍສັງຄົມຂັ້ນເຕັກນິກນຳກັນ ກໍ່ຄືມີການມອບ-ຮັບວຽກງານອື່ນໆ... ມາຮອດປັດຈຸບັນ, ພວກຂ້າພະເຈົ້າໄດ້ກະກຽມອຸປະກອນການແພດສະຫງວນໃຫ້ການປ້ອງກັນ, ຕ້ານພະຍາດ ໂຄວິດ-19 ໃນໄລຍະແຕ່ 1 ປີເຖິງກວ່າປີເຄິ່ງແລ້ວ; ພວກຂ້າພະເຈົ້າກໍ່ຊາບຊຶມໃຫ້ອ້າຍນ້ອງທຸກຄົນຕ້ອງນໍາໃຊ້ອຸປະກອນ, ເຄື່ອງປ້ອງກັນພະຍາດໃຫ້ປະຢັດ ແລະມີແຜນການ”.

leftcenterrightdel
ບັນດາພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຊຸມເພື່ອຜັນຂະຫຍາຍໜ້າທີ່ຢູ່ບໍລິເວນ. ພາບ: qdnd.vn.
leftcenterrightdel
ສິນຄ້າ, ເຄື່ອງອຸປະກອນການແພດໄດ້ສຳເລັດລະບຽບການກວດກາເພື່ອກະກຽມຂົນສົ່ງໄປຍັງ Bentiu. ພາບ: qdnd.vn.

ມາຮອດປັດຈຸບັນ, ດ້ວຍຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຫວຽດນາມ ທີ່ຄະນະປະຕິບັດງານຢູ່ຊູດັງໃຕ້ ແລະ ຄະນະໄປກ່ອນ, ພ້ອມກັບການໜູນຊ່ວຍຂອງຄະນະປະຕິບັດງານອື່ນໆ, ສິນຄ້າທີ່ຈໍາເປັນ, ເຄື່ອງອຸປະກອນການແພດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສໍາເລັດການກວດກາ, ເຮັດລະບຽບການ, ພ້ອມແລ້ວທີ່ຈະຂົນສົ່ງໄປຍັງ Bentiu ໃນຊຸມວັນຈະມາເຖິງ.

ອາດຈະເຫັນໄດ້ວ່າ, ເຖິງວ່າພວມຢູ່ໃນໄລຍະຈຳກັດບໍລິເວນກໍ່ຕາມ, ແຕ່ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ກຽມພ້ອມໃຫ້ແກ່ການມອບ-ຮັບໜ້າທີ່ຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 2.

ໂດຍ: ທູຈາງ