ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາງ Morakot Janemathukorn ອຸປະທູດຊົ່ວຄາວຢູ່ສະຖານທູດໄທ ປະຈຳ ຮ່າໂນ້ຍ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນໄທ-ຫວຽດນາມ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ໃນນ້ັນ ມີຂົງເຂດການປ້ອງກັນຊາດ. ເນື່ອງໃນໂອກາດນີ້, ທ່ານນາງ Morakot Janemathukorn ຊົມເຊີຍຫວຽດນາມ ທີ່ປະຕິບັດສໍາເລັດບົດບາດປະທານ ອາຊຽນ 2020 ຢ່າງດີເດັ່ນກໍ່ຄືການຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ທ່ານນາງ Morakot Janemathukorn ສະແດງຄວາມເຊື່ອໝັ້ນວ່າ ການພົວພັນໄທ-ຫວຽດນາມ ຈະສືບຕໍ່ພັດທະນາກວ່າອີກໃນໄລຍະຈະມາເຖິງ, ເພື່ອສັນຕິພາບ, ວັດທະນາຖາວອນ ແລະຄວາມຜາສຸກຂອງປະຊາຊົນສອງປະເທດ.

ສ່ວນທ່ານພົນຕີ ຝຸ່ງສີເຕິ໊ນ ຢັ້ງຢືນວ່າ ໃນສະພາບການລວມທີ່ດີງາມຂອງການພົວພັນສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໄທ ສືບຕໍ່ພັດທະນາຢ່າງແຮງ ແລະບັນລຸໝາກຜົນຢ່າງແທດຈິງ. ເນື່ອງໃນໂອກາດນີ້, ທ່ານພົນຕີ ຝຸ່ງສີເຕິ໊ນ ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດ ແລະກອງທັບລາດຊະວົງໄທ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນຖານະຕຳແໜ່ງປະທານອາຊຽນ 2020. ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນດ້ານປ້ອງກັນຊາດຫວຽດນາມ-ໄທ ຈະມີບາດກ້າວພັດທະນາຢ່າງແຮງກວ່າອີກ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ໂດຍ: ແສງເດືອນ