ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍທ່ານນາງ Catherine Wong ທີ່ໄດ້ສໍາເລັດໜ້າທີ່ການທູດຂອງຕົນຢູ່ຫວຽດນາມ ເປັນຢ່າງດີ, ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານນາງ Catherine Wong ໃນໄລຍະຜ່ານມາໃນການຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ສິງກະໂປ. ທ່ານພົນເອກ ໂງຊວນລິກ ຕີລາຄາສູງຕໍ່ເລື່ອງສິງກະໂປ ໄດ້ສະໜັບສະໜູນ, ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າໃນປີປະທານອາຊຽນ 2020 ຂອງຫວຽດນາມ, ໃນນັ້ນມີກິດຈະກໍາດ້ານປ້ອງກັນຊາດ, ການທະຫານອາຊຽນ ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຈັດຕັ້ງ, ເປັນຕົ້ນແມ່ນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 14, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ຄັ້ງທີ 7 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຜ່ານມາ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານນາງ Catherine Wong. ພາບ: qdnd.vn

ທ່ານນາງ Catherine Wong ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກໃນຕະຫຼອດອາຍຸການປະຕິບັດງານທີ່ຜ່ານມາ. ເນື່ອງໃນໂອກາດນີ້, ທ່ານນາງ Catherine Wong ໄດ້ຊົມເຊີຍຫວຽດນາມ ທີ່ປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2020.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານນາງ Catherine Wong. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ແລະທ່ານນາງ Catherine Wong ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ. ສອງຝ່າຍຕີລາຄາສູງຕໍ່ປະສິດທິຜົນຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຫຼາຍຂົງເຂດ, ຄື: ການເຈລະຈາຍຸດທະສາດປ້ອງກັນຊາດ, ການພົບປະແລກປ່ຽນນາຍທະຫານໜຸ່ມ... ໃນປີ 2020, ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ສອງຝ່າຍຍັງໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັນຈັດຕັ້ງບັນດາກອງປະຊຸມຜ່ານລະບົບທາງໄກສໍາເລັດຜົນ ເພື່ອແນໃສ່ປຶກສາຫາລື, ແລກປ່ຽນບົດຮຽນດ້ານວິຊາການ, ວິຊາສະເພາະກ່ຽວກັບຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ທະນາພອນ