ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ໃນວິວັດການປະຕິບັດໜ້າທີ່, ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງໄດ້ປະຕິບັດພາລະ, ໜ້າທີ່ຂອງຕົນໄດ້ເປັນຢ່າງດີ ແລະສົມທົບກັບກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ, ປະກອບສ່ວນນຳມາເຊິ່ງບັນດາຜົນງານດີງາມໃນການເຂົ້າຮ່ວມພາລະກຳຮັກສາສັນຕິພາບ ສປຊ ຂອງປະເທດ. ກະຊວງການຕ່າງປະເທດຫວຽດນາມ ແມ່ນອົງການທຳອິິດທີ່ຕັ້ງບັນຫາໃຫ້ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແລະໄດ້ຮ່ວມເດີນທາງພ້ອມກັບກະຊວງປ້ອງກັນປະເທດ ໃນຕະຫຼອດວິວັດການສ້າງແຜນຮ່າງ, ຜັນຂະຫຍາຍການປະຕິບັດນັບແຕ່ບາດກ້າວທຳອິດ. ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະລັດຖະບານ, ພ້ອມກັບໄດ້ຮັບຄວາມຊົມເຊີຍ, ເຫັນດີເຫັນພ້ອມຂອງປະຊາຊົນໃນທົ່ວປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ໝີແຮ້ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດ ຖືວ່າ ເພື່ອໃຫ້ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ບັນລຸປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ, ຕ້ອງຍາດແຍ່ງເອົາການພົວພັນສອງຝ່າຍ, ກໍ່ຄືເວທີປາໄສຫຼາຍຝ່າຍກັບບັນດາຄູ່ຮ່ວມມືໃຫ້ໄດ້ຢ່າງສຸດຂີດ, ໂດຍສະເພາະແມ່ນບັນດາຄູ່ຮ່ວມມືທີ່ມີກຳລັງຄວາມສາມາດ ແລະບົດຮຽນໃນຂົງເຂດຮັກສາສັນຕິພາບ. ຜ່ານນັ້ນຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານ, ເພີ່ມທະວີພື້ນຖານວັດຖຸໃນຂົງເຂດຮັກສາສັນຕິພາບ, ນີ້ກໍ່ແມ່ນບາດກ້າວເດີນທີ່ແທດຈິງປະກອບສ່ວນກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຖືວ່າ ໃນຊຸມປີຕໍ່ໄປນອກຈາກເປົ້າໝາຍປະຕິບັດໃຫ້ສຳເລັດແຜນການທີ່ວາງອອກ ແລະໜ້າທີ່ເຊິ່ງ ສປຊ ໄດ້ມອບໝາຍໃຫ້ແລ້ວ, ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຍັງຕ້ອງຍົກສູງໝາກຜົນໃຫ້ຫຼາຍກວ່າອີກ, ເພື່ອຮັບໃຊ້ໃຫ້ແກ່ການຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດ; ມຸ່ງໄປເຖິງການກາຍເປັນປະເທດນຳໜ້າອາຊຽນ ກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ. ເພີ່ມທະວີກຳລັງຜັນຂະຫຍາຍ ແລະຂະຫຍາຍຈຳນວນປະເທດ, ຈຳນວນຄະນະປະຕິບັດງານເຂົ້າຮ່ວມ, ກໍ່ຄືເພີ່ມຈຳນວນກຳລັງສຳຮອງຢູ່ພາຍໃນປະເທດ...

ໂດຍ: ແສງເພັດ