leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມການເຈລະຈາຢູ່ຮ່າໂນ້ຍ. ພາບ: qdnd.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນປີ 2020. ກ່ຽວກັບການກໍານົດທິດຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍເນື້ອໃນໃນອະນຸສັນຍາໄລຍະ 2020-2024 ແລະແຜນການຮ່ວມມືປີ 2021, ໃນນັ້ນສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງລັດ, ປະຊາຊົນ ແລະກອງທັບສອງປະເທດ; ສືບຕໍ່ປັບປຸງ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມື. ສອງຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຮ່ວມມືໃນຂົງເຂດບໍາລຸງສ້າງ, ຝຶກອົບຮົມໃຫ້ພະນັກງານ, ສົມທົບກັນ, ຮ່ວມມືກັນລະຫວ່າງທະຫານເຂດຕ່າງໆທີ່ຕິດກັບຊາຍແດນ ແລະກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດໃນການສະກັດກັ້ນ, ປ້ອງກັນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ການຄ້າເຖື່ອນ, ການຄ້າຂາຍ ແລະຂົນສົ່ງທາດເສບຕິດ. 

leftcenterrightdel
ທ່ານພົນເອກ ໂງຊວນລິກ ລົງນາມໃນແຜນການຮ່ວມມືປີ 2021 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn.

ນອກຈາກນັ້ນ, ສືບຕໍ່ຍູ້ແຮງການເຄື່ອນໄຫວລາດຕະເວນ, ຄວບຄຸມຊາຍແດນ, ດ່ານຊາຍແດນຢ່າງແໜ້ນແຟ້ນ, ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ປະກອບສ່ວນສະກັດກັ້ນພະຍາດໂຄວິດ-19 ຢູ່ແຕ່ລະປະເທດ. ສິ້ນສຸດການເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມໃນແຜນການຮ່ວມມືປີ 2021 ຜ່ານລະບົບທາງໄກ.

ໂດຍ: ທູຈາງ