ກອງປະຊຸມຕີລາຄາວ່າ, ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວປ້ອງກັນຊາດ, ການທະຫານຂອງອາຊຽນ ປະສົບຜົນສໍາເລັດ, ຜ່ານນັ້ນຊຸກຍູ້ບັນດາເປົ້າໝາຍ, ບຸລິມະສິດ, ຂໍ້ລິເລີ່ມທີ່ວາງອອກ, ຮັບປະກັນຜົນປະໂຫຍດຂອງຊາດ, ປະກອບສ່ວນສະແດງໃຫ້ເຫັນຄວາມເປັນເຈົ້າການຮັບມື ແລະບົດບາດນໍາພາຂອງຫວຽດນາມ ໃນຖານະບົດບາດປະທານອາຊຽນ 2020.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ເປັນປະທານກອງປະຊຸມ. ພາບ: ຮວ່າງຫວູ.

ກ່ຽວກັບທິດທາງ, ໜ້າທີ່ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດຈຸດສຸມປີ 2021, ບັນດາຜູ້ແທນຖືວ່າ, ບົນພື້ນຖານຊາບຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ມະຕິສູນກາງຄັ້ງທີ 8 (ຊຸດທີ XI) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ແລະບັນດາມະຕິຂອງສູນກາງ, ຄະນະພັກການທະຫານສູນກາງຄວນສືບຕໍ່ຊຸກຍູ້ການພົວພັນ, ການຮ່ວມມືດ້ານປ້ອງກັນຊາດຕາມທິດນໍາ “ຕັ້ງໜ້າ, ເປັນເຈົ້າການ, ໜັກແໜ້ນ, ໄຫວພິບ, ມີປະສິດທິຜົນ”; ຫັນໝາກຜົນຂອງປີປະທານອາຊຽນ 2020 ເປັນລະອຽດ; ສືບຕໍ່ເປີດກວ້າງຂອບເຂດການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໃນຕໍ່ໜ້າແມ່ນກະກຽມໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປ່ຽນແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 2; ກຽມພ້ອມຈັດສົ່ງກອງທະຫານຊ່າງແສງ ໄປເຖິງຄະນະປະຕິບັດງານ ເຊິ່ງ ສປຊ ມີຄວາມຮຽກຮ້ອງ...

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວີ້ງ ຊີ້ແຈ້ງວ່າ: ທີ່ກອງປະຊຸມຄະນະພັກການທະຫານສູນກາງ ຜ່ານມາ, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໜ້າທີ່ໃນປີ 2021 ກອງທັບຕ້ອງປະຕິບັດໜ້າທີ່ໃຫ້ດີກວ່າປີ 2020.  ບົນຈິດໃຈນັ້ນ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2021 ກໍ່ຕ້ອງປະຕິບັດໃຫ້ດີກວ່າປີ 2020. ທ່ານພົນໂທ ຫງວຽນຈີ໊ວີ້ງ ສະແດງຄວາມເຊື່ອໝັ້ນວ່າ ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2021 ສືບຕໍ່ບັນລຸໄດ້ຜົນສໍາເລັດໃໝ່, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດ.

ໂດຍ: ທູຈາງ