ໃນວັນທຳອິດຂອງປີ 2021, ບັນດາພາລະກອນຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ Bentiu ໄດ້ພັກການໃນໂອກາດປີໃໝ່. ທ່ານໝໍ ຫງວຽນກວາງຈ໊ຽນ, ຮອງຜູ້ອຳນວຍການດ້ານວິຊາສະເພາະຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ຮັບໂທລະສັບຈາກທ່ານນາງ Hiroko Hirahara, ຫົວໜ້າຖານທັບ Bentiu ຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ (UNMISS) ໂທມາໃຫ້ຂ່າວວ່າ ມີກໍລະນີພິເສດຕ້ອງການຄວາມຊ່ວຍເຫຼືອຈາກພາລະກອນໂຮງໝໍກາງສະໜາມຫວຽດນາມ ຍິ່ງໄວກໍ່ຍິ່ງດີ. ສາຍເຫດມີຢູ່ວ່າຢູ່ຫໍດຳເນີນຊີວິດຂອງວົງຄະນະຍາດເຂດຊຸມຊົນຢູ່ເທດສະບານ Bentiu, ສ.ຊູດັງໃຕ້ ມີຮັງເຜິ້ງໃຫຍ່, ຖ້າວ່າບໍ່ທໍາລາຍ ແລະໄລ່ຝູງເຜິ້ງໄປຈະສ້າງຄວາມອັນຕະລາຍໃຫ້ປະຊາຊົນ. ກ່ອນໜ້ານັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນໄດ້ແຈ້ງໃຫ້ອົງການ UNMISS ຢູ່ບໍລິເວນຊ່ວຍປະຊາຊົນໄລ່ຝູງເຜິ້ງ. ບາງເທື່ອນີ້ແມ່ນຄັ້ງທຳອິດທີ່ກຳລັງຮັກສາສັນຕິພາບສະຫະປະຊາຊາດຢູ່ Bentiu ໄດ້ຮັບຄວາມຮຽກຮ້ອງໃຫ້ຊ່ວຍເຫຼືອສະນັ້ນນີ້ຈຶ່ງແມ່ນຄວາມບັງເອີນ ແລະງົງໆ.

ທ່ານນາງ Hiroko Hirahara,  ແມ່ນຜູ້ຍິງທີ່ມີສິດອຳນາດສູງສຸດຂອງ UNMISS ຢູ່ບໍລິເວນ Bentiu, ແມ່ນຜູ້ຕ້ອງແກ້ໄຂທຸກກໍລະນີທີ່ເກີດຂຶ້ນ, ນັບທັງວຽກຫຍຸ້ງຍາກ ແລະສັບສົນທີ່ສຸດ, ຕໍ່ບັນຫານີ້ກໍ່ບໍ່ຮູ້ວ່າຈະເລືອກເອົາວິທີການໃດເພື່ອແກ້ໄຂໃຫ້ດີທີ່ສຸດ. ປະຊາຊົນສະເໜີເຖິງອົງການຄະນະປະຕິບັດງານຢູ່ Bentiu ສະແດງໃຫ້ເຫັນວ່າເຂົ້າເຈົ້າເຊື່ອໝັ້ນຕໍ່ທະຫານໃສ່ໝວກເບເລສີຟ້າ, ສະນັ້ນບໍ່ຊ່ວຍບໍ່ໄດ້ ແລະຊ່ວຍຕ້ອງເຮັດໃຫ້ມີປະສິດທິຜົນ. ຍ້ອນເຫດນັ້ນ, ເນື້ອໃນຈິດໃຈຂອງໂຮງໝໍຕອນໄດ້ຮັບຄຳສະເໜີໃຫ້ໄປຊ່ວຍເຫຼືອນັ້ນແມ່ນຕ້ອງຊອກຫາທຸກວິທີເພື່ອຊ່ວຍທ່ານນາງແກ້ໄຂບັນຫາດັ່ງກ່າວໃຫ້ເປັນຢ່າງດີ.

leftcenterrightdel
ທ່ານຮ້ອຍເອກ ຫງວຽນແມ້ງເກື່ອງ ໃສ່ເຄື່ອງປ້ອງກັນຕົວ, ຈູດໄຟໄລ່ຝູງເຜິ້ງ. ພາບ: ອຽນເກື່ອງ-ມາຍເຮີບ.

ຖືກຕອນທີ່ທ່ານນາງ Hiroko Hirahara ພວມກັງວົນໃຈ, ຜູ້ຊ່ວຍວຽກຄົນກໍາປູເຈຍ ຂອງທ່ານນາງ ໄດ້ສະເໜີໃຫ້ໂທລະສັບຂໍຄວາມຊ່ວຍເຫຼືອຈາກໂຮງໝໍກາງສະໜາມຫວຽດນາມ. ຢູ່ບໍລິເວນ, ທ່ານ Choi ແມ່ນຜູ້ທີ່ມີຄວາມເຂົ້າໃຈກ່ຽວກັບຄວາມສາມາດຂອງທະຫານຫວຽດນາມ ແລະທ່ານນາງ Hiroko Hirahara ກໍ່ມີຄວາມເຊື່ອໝັ້ນ. ຫຼັງຈາກນັ້ນທ່ານນາງ Hiroko Hirahara ຈຶ່ງໂທຫາທ່ານໝໍ ຫງວຽນກວາງຈ໊ຽນ, ກ່ອນອື່ນແມ່ນເພື່ອປຶກສາຫາລື ແລະຫຼັງຈາກນັ້ນຈຶ່ງສະເໜີໃຫ້ໂຮງໝໍເຂົ້າຊ່ວຍແກ້ໄຂໂດຍກົງ.

ທ່ານໝໍ ຫງວຽນກວາງຈ໊ຽນ ແບ່ງປັນວ່າ: “ຕອນນັ້ນຂ້າພະເຈົ້າບັງເອີນທີ່ສຸດສຳລັບຄຳສະເໜີບໍ່ກ່ຽວຂ້ອງເຖິງໜ້າທີ່ເບິ່ງແຍງດູແລສຸຂະພາບໃຫ້ພາລະກອນສະຫະປະຊາຊາດ. ພາຍຫຼັງແລກປ່ຽນຄຳເຫັນຢູ່ກົມກອງ, ຂ້າພະເຈົ້າຈຶ່ງຕົກລົງຕໍ່ຄຳສະເໜີຂອງຫົວໜ້າຖານທັບເພື່ອຊ່ວຍແກ້ໄຂກໍລະນີນີ້ໂດຍກົງ. ຜູ້ບັນຊາໂຮງໝໍ, ພັນໂທ ຫວໍວັນຫຽນ, ຜູ້ອຳນວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ຕົກລົງຈັດສົ່ງຄະນະປະຕິບັດງານໄປປະຕິບັດ “ໜ້າທີ່ພິເສດ” ນີ້.

ໄລຍະນີ້ສະພາບການຢູ່ບໍລິເວນ Bentiu ພວມຂາດສະຖຽນລະພາບກ່ຽວກັບຄວາມໝັ້ນຄົງ, ການເມືອງ, ເປັນຕົ້ນແມ່ນໃນໂອກາດບຸນປີໃໝ່, ຕົ້ນປີເກີດການປະທະກັນສັບສົນຢູ່ເຂດຊຸມຊົນ. ຄະນະປະຕິບັດງານພິເສດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 (ໂຮງໝໍກາງສະໜາມຂັ້ນ 2.2) ໄດ້ລະມັດລະວັງທີ່ສຸດເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດໃນວິວັດການເດີນທາງໄປເຖິງບ່ອນປະຕິບັດໜ້າທີ່ຂອງທ່ານນາງຫົວໜ້າຖານທັບ.

ເມື່ອໄປຮອດບ່ອນທ່ີມີຮັງເຜິ້ງ, ວຽກງານໄດ້ຜັນຂະຫຍາຍຢ່າງວ່ອງໄວ. ພາຍຫຼັງສຳຫຼວດສະພາບການ, ບັນດາສະມາຊິກຂອງໂຮງໝໍກາງສະໜາມ 2.2 ໄດ້ດໍາເນີນການໄລ່ຝູງເຜິ້ງໜີໄປຢ່າງປອດໄພ. ສິ້ນສຸດວຽກງານ, ຄະນະປະຕິບັດງານໂຮງໝໍກາງສະໜາມ 2.2   ຍັງມອບອຸປະກອນໄລ່ເຜິ້ງ ແລະແນະນໍາວິທີນຳໃຊ້ຢ່າງລະອຽດໃຫ້ປະຊາຊົນເພື່ອຮັບປະກັນປະສິດທິຜົນ ແລະຄວາມປອດໄພຖ້າວ່າເກີດບັນຫາຄືດັ່ງກ່າວ.

ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ທ່ານຮອງຜູ້ວ່າການລັດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເຮັດວຽກຢ່າງສຸດຈິດສຸດໃຈ ແລະຊ່ວຍເຫຼືອທີ່ມີປະສິດທິຜົນຂອງໂຮງໝໍກາງສະໜາມຫວຽດນາມ ໃນຊຸມວັນຕົ້ນປີໃໝ່, ເຖິງວ່າແມ່ນວັນພັກການ.  ທ່ານແບ່ງປັນວ່າ ທຸກຄົນລ້ວນແຕ່ນິຍົມນັບຖືຈິດໃຈຮັບຜິດຊອບ ແລະຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງບັນດາແພດໝໍໃສ່ໝວກເບເລສີຟ້າມາຈາກປະເທດຫວຽດນາມ. ທ່ານຮອງຜູ້ວ່າການລັດຖືວ່າ, “ວິທີເຮັດຂອງພວກເພື່ອນເບິ່ງຄືວ່າງ່າຍດາຍແຕ່ວ່າມີວິທະຍາສາດ ແລະປະສິດທິຜົນທີ່ສຸດ”.

ໃນອາຍຸການພິເສດຢູ່ Bentiu, ສ.ຊູດັງໃຕ້, ໂຮງໝໍກາງສະໜາມ 2.2 ໄດ້ຮັບຜິດຊອບໜ້າທີ່ຄວບຄູ່: ທັງເບິ່ງແຍງດູແລສຸຂະພາບໃຫ້ພາລະກອນ ແລະນັກຮົບຮັກສາສັນຕິພາບສະຫະປະຊາຊາດ, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ບໍລິເວນ. ຄຽງຂ້າງນັ້ນໂຮງໝໍກາງສະໜາມ 2.2 ກໍ່ໄດ້ຕັ້ງໜ້າເຂົ້າຮ່ວມຫຼາຍການເຄື່ອນໄຫວໜູນຊ່ວຍປະຊາຊົນທ້ອງຖິ່ນດ້ວຍຫຼາຍວຽກເຮັດແທດຈິງ, ສ້າງຄວາມປະທັບໃຈທີ່ດີງາມກ່ຽວກັບຮູບພາບຂອງເຫຼົ່າທະຫານໃສ່ໝວກເບເລສີຟ້າຫວຽດນາມ. ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຍາມໃດກໍ່ມານະພະຍາຍາມເຮັດໃຫ້ສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍ ແລະກຽມພ້ອມຊ່ວຍເຫຼືອປະຊາຊົນຢູ່ປະເທດປະຈຳຖິ່ນ, ບັນດານັກຮົບໃສ່ໝວກເບເລສີຟ້າຫວຽດນາມ ໄດ້ປະກອບສ່ວນເສີມສ້າງຮູບພາບທະຫານລຸງໂຮ່ຢູ່ດິນແດນທີ່ພິເສດຄືປະເທດຊູດັງໃຕ້.

ໂດຍ: ແສງເດືອນ