ປີປະທານອາຊຽນ 2020 ດ້ວຍຄວາມມຸ່ງຫວັງຫຼາຍຢ່າງ

ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ໃນສະພາບການສະພາບແວດລ້ອມຍຸດທະສາດໂລກ, ພາກພື້ນມີການຫັນປ່ຽນຢ່າງວ່ອງໄວ, ການຜັນແປສັບສົນ; ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ. ຊ່ອງທາງການປ້ອງກັນຊາດ, ໂດຍກະຊວງປ້ອງກັນປະເທດຫວຽດນາມ ຮັບຜິດຊອບ, ໄດ້ຮັບຄວາມມຸ່ງຫວັງວ່າຈະສ້າງບັນດາບາດກ້າວບຸກທະລຸ, ເປັນ “ສາຍລົມໃໝ່” ປະກອບສ່ວນປັບປຸງບົດບາດໃຈກາງຂອງອາຊຽນ ໃຫ້ໝັ້ນແກ່ນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຢ່າງມີເນື້ອແທ້ເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ອາຊີ-ປາຊີຟິກ ຜ່ານບັນດາການເຄື່ອນໄຫວຂອງປີອາຊຽນ 2020 ຜ່ານຊ່ອງທາງປ້ອງກັນຊາດ, ການທະຫານ ເຊິ່ງຈຸດສຸມແມ່ນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+).

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຊັນຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ADMM+ ວ່າດ້ວຍວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+. ພາບ: ຖ໊າຍຮືງ.

ທ່ານພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກຳນົດຮັບດຳລົງຕຳແໜ່ງປະທານອາຊຽນ 2020 ໃນຊ່ອງທາງປ້ອງກັນຊາດ, ການທະຫານ, ໂດຍສະເພາະແມ່ນ ADMM ແລະ ADMM+ ໃຫ້ສໍາເລັດຜົນ, ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນປີ 2020, ປະກອບສ່ວນສຳເລັດບັນດາເປົ້າໝາຍພົວພັນຕ່າງປະເທດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ X ໄດ້ວາງອອກ, ປະກອບພື້ນຖານທິດສະດີ, ພຶດຕິກຳຕົວຈິງໃນການພັດທະນາກຳນົດທິດວຽກງານພົວພັນຕ່າງປະເທດເວົ້າລວມ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະ, ກໍ່ຄືຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI ແລະກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ດ້ວຍຖານະບົດບາດ, ອິດທິພົນຊື່ສຽງສາກົນນັບມື້ນັບສູງຂອງຫວຽດນາມ, ບັນດາປະເທດສະມາຊິກອາຊຽນ ແລະບັນດາປະເທດຄູ່ເຈລະຈາກໍ່ມີຄວາມມຸ່ງມາດປາດຖະໜາພາຍໃຕ້ການນຳພາຂອງປະເທດປະທານ, ອາຊຽນຈະຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍບົດບາດໃຈກາງໃນໂຄງປະກອບພາກພື້ນ; ຊຸກຍູ້ການເຈລະຈາ ແລະການຮ່ວມມືແທດຈິງເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມ. ດ້ວຍທີ່ຕັ້ງຈຸດສຸມຍຸດທະສາດທົ່ວໂລກ, ອາຊີ-ປາຊີຟິກ, ໃນນັ້ນມີພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບດຶງດູດຄວາມເອົາໃຈໃສ່ ແລະການເຂົ້າຮ່ວມຂອງບັນດາປະເທດໃນໂລກ; ບົດບາດຂອງອາຊຽນໄດ້ຮັບຖືເປັນສຳຄັນໃນຍຸດທະສາດຂອງບັນດາປະເທດຢູ່ພາກພື້ນ. ພາຍຫຼັງ 10 ປີແຫ່ງການສ້າງຕັ້ງ, ADMM+ ດ້ວຍບົດບາດໃຈກາງຊັກນຳຂອງອາຊຽນ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງ ແລະແມ່ນໜຶ່ງໃນບັນດາເສົາຄ້ຳດ້ານຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ອາຊີ-ປາຊີຟິກ, ມີຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງ, ດຶງດູດໄດ້ຄວາມສົນໃຈຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນຢູ່ນອກພາກພື້ນ. ທ່ານພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ ນັບແຕ່ຕົ້ນອາຍຸການປະທານ ADMM ແລະ ADMM+, ຫຼາຍປະເທດ ແລະອົງການຈັດຕັ້ງສາກົນ, ຄື: ອັງກິດ, ເຢຍລະມັນ, ການາດາ, ຝະລັ່ງ, ສະຫະປະຊາຊາດ ແລະສະຫະພາບເອີລົບ ໄດ້ຕັ້ງບັນຫາກັບກະຊວງປ້ອງກັນປະເທດຫວຽດນາມ, ປາດຖະໜາຢາກໄດ້ຮັບເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າມີກາລະໂອກາດສະແດງທັດສະນະທຳອິດຢູ່ ADMM+, ສະແດງຄວາມນັບຖືຕໍ່ເວທີປາໄສນີ້.

ໂດຍຮັບຮູ້ໄດ້ຄວາມໝາຍ, ຄວາມສຳຄັນຂອງການຈັດຕັ້ງສຳເລັດບັນດາກອງປະຊຸມປ້ອງກັນຊາດ, ການທະຫານອາຊຽນ 2020, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະໃຫ້ບຸລິມະສິດແຫຼ່ງກຳລັງເໝາະສົມໃຫ້ບັນດາການເຄື່ອນໄຫວນີ້. ວຽກງານກະກຽມໃຫ້ປີປະທານອາຊຽນ 2020 ຂອງກະຊວງປ້ອງກັນປະເທດໄດ້ຮັບການຜັນຂະຫຍາຍໂດຍໄວ, ໃນນັ້ນມີແຜນຮ່າງຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ, ການທະຫານອາຊຽນ 2020 ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເຊັນອະນຸມັດແຕ່ເດືອນເມສາ 2018. ແຜນການຜັນຂະຫຍາຍການປະຕິບັດແຜນຮ່າງ ແລະລາຍຊື່ບັນດາການເຄື່ອນໄຫວປ້ອງກັນຊາດ, ການທະຫານອາຊຽນ 2020 ເຊິ່ງກະຊວງປ້ອງກັນປະເທດໄດ້ຮັບຮອງເອົາ.

ຕາມທ່ານພົນໂທ ຫງວຽນຈິວິ້ງ ແລ້ວ, ໜຶ່ງໃນບັນດາເປົ້າໝາຍຫຼັກແຫຼ່ງແກ່ນສານທີ່ກະຊວງປ້ອງກັນປະເທດຫວຽດນາມ ໄດ້ກຳນົດໃນປີປະທານອາຊຽນ 2020 ແມ່ນບັນດາກອງປະຊຸມ ADMM-14 ແລະ ADMM+ ຄັ້ງທີ 7 ຕ້ອງຮັບຮອງເອົາບັນດາຖະແຫຼງການຮ່ວມ, ໃນນັ້ນຕ້ອງຍົກອອກບັນດາບັນຫາທີ່ຕອບສະໜອງໄດ້ຄວາມເອົາໃຈໃສ່ ກໍ່ຄືຜົນປະໂຫຍດລວມຂອງບັນດາພາກພື້ນ, ແຕ່ກໍ່ຕ້ອງຮັກສາໃຫ້ໄດ້ບັນດາບັນຫາທີ່ມີລັກສະນະຫຼັກການຂອງຫວຽດນາມ, ກໍ່ແມ່ນຄວາມມຸ່ງມາດປາດຖະໜາລວມຂອງບັນດາປະເທດໃນພາກພື້ນ, ນັ້ນແມ່ນ: ສັນຕິພາບ, ສະຖຽນລະພາບ, ການເຄົາລົບກົດໝາຍສາກົນ, ບັນຫາທະເລຕາເວັນອອກ ແລະຄວາມໝັ້ນຄົງຢູ່ທະເລ, ສົນ​ທິ​ສັນ​ຍາ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982), ບໍ່ນໍາໃຊ້ກໍາລັງອາວຸດ ຫຼືນາບຂູ່ນໍາໃຊ້ກໍາລັງອາວຸດ...

ສືບຕໍ່ສ້າງມູນເຊື້ອ “ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ”

ພະຍາດໂຄວິດ-19 ເກີດຂຶ້ນໂດຍບັງເອີນໄດ້ວາງອອກໜ້າທີ່ຄວບຄູ່ສໍາລັບກະຊວງປ້ອງກັນປະເທດຫວຽດນາມ ເມື່ອທັງຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມລວມຂອງລັດຖະບານເພື່ອຮັບມືກັບໂລກພະຍາດ, ທັງດຳລົງຕຳແໜ່ງປະທານອາຊຽນ 2020 ໃນຊ່ອງທາງປ້ອງກັນຊາດ, ການທະຫານ. ເສີມຂະຫຍາຍມູນເຊື້ອ “ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ”, ພາຍໃຕ້ການຊີ້ນຳ, ນໍາພາຢ່າງຂ້ຽວຂາດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາອົງການ, ກົມກອງໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຊອກຫາໄດ້ບັນດາຮູບການ, ມາດຕະການທີ່ມີໄຫວພິບ, ປະດິດສ້າງເພື່ອສຳເລັດໜ້າທີ່ຢ່າງດີເດັ່ນ, ຖືກຕາມເນື້ອໃນຈິດໃຈ “ການຮ່ວມມືດ້ານປ້ອງກັນຊາດເພື່ອອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື”.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານ ADMM+ ຄັ້ງທີ 7 ທີ່ຈັດຕັ້ງຜ່ານລະບົບທາງໄກ. ພາບ: ຖ໊າຍຮືງ.

ຍ້ອນພະຍາດໂຄວິດ-19 ສືບຕໍ່ແຜ່ລາມໃນວົງກວ້າງ, ບັນດາການເຄື່ອນໄຫວຕາມແຜນການທີ່ໄດ້ວາງອອກບໍ່ສາມາດຈັດຕັ້ງໂດຍກົງໄດ້, ກະຊວງປ້ອງກັນປະເທດໄດ້ຊີ້ນຳບັນດາອົງການ, ກົມກອງກ່ຽວຂ້ອງຄົ້ນຄວ້າຢ່າງຮີບດ່ວນ, ກະກຽມພື້ນຖານວັດຖຸ, ໂຄງລ່າງເຕັກນິກເພື່ອຈັດຕັ້ງບັນດາການເຄື່ອນໄຫວນັ້ນຜ່ານລະບົບທາງໄກ. ຂໍ້ສະເໜີຂອງຫວຽດນາມ ແມ່ນຈັດຕັ້ງບັນດາການເຄື່ອນໄຫວຜ່ານລະບົບທາງໄກໄດ້ຮັບການສະໜັບສະໜູນ ແລະເຂົ້າຮ່ວມຢ່າງຄົບຖ້ວນຈາກຫຼາຍປະເທດ.

ບັນດາການເຄື່ອນໄຫວໃນປີປະທານອາຊຽນ 2020 ໃນຊ່ອງທາງປ້ອງກັນຊາດ, ການທະຫານໄດ້ຮັບການຈັດຕັ້ງຖືກຕາມລາຍການ, ແຜນການທີ່ໄດ້ວາງອອກ. ທ່ານພົນໂທ ຫງວຽນຈິວິ້ງ ຊີ້ແຈ້ງວ່າ: “ອາດສາມາດຢັ້ງຢືນໄດ້ວ່າ, ຄຽງຂ້າງຂໍ້ລິເລີ່ມຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກພະຍາດຄືດັ່ງໜ້າທີ່ຮີບດ່ວນ, ດ້ວຍບົດບາດປະທານຂອງຫວຽດນາມ, ວິວັດການຮ່ວມມືດ້ານປ້ອງກັນຊາດໃນອາຊຽນ ແລະລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ, ມີປະສິດທິຜົນຖືກຕາມແຜນການທີ່ໄດ້ວາງໄວ້. ບົນພື້ນຖານບັນດາພື້ນຖານເຕັກນິກດີຈີຕອນທີ່ທັນສະໄໝ, ບັນດາປະເທດຍັງຮັກສາໄດ້ການແລກປ່ຽນ, ການຮ່ວມມືເປັນປະຈຳ, ຄວາມມານະພະຍາຍາມຊຸກຍູ້ຄວາມສະໜິດຕິດພັນ ແລະເປັນເຈົ້າການຮັບມືຂອງອາຊຽນໃນວິວັດການປັບຕົວໃຫ້ແທດເໝາະກັບການຫັນປ່ຽນກ່ຽວກັບພູມສາດຍຸດທະສາດ ແລະພູມສາດການເມືອງຜ່ານການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດສະມາຊິກອາຊຽນ ກໍ່ຄືກັບບັນດາປະເທດຄູ່ເຈລະຈາ”.

ຢັ້ງຢືນຄຸນນະທາດ, ກຳລັງຄວາມສາມາດ ແລະອິດທິພົນຊື່ສຽງສາກົນ

ໃນບັນດາການເຄື່ອນໄຫວປ້ອງກັນຊາດ, ການທະຫານອາຊຽນ 2020, ຕາມທ່ານພົນໂທ ຫງວຽນຈິວິ້ງ ແລ້ວ, ADMM-14 ແລະພິເສດແມ່ນ ADMM+ ຄັ້ງທີ 7, ສອງກົນໄກເຈລະຈາ ແລະການຮ່ວມມືດ້ານປ້ອງກັນຊາດສູງສຸດຂອງອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາແມ່ນບັນດາເຫດການສຳຄັນທີ່ສຸດ. ກ່ອນກອງປະຊຸມ ຄັ້ງທີ 7, ADMM+ ໄດ້ຜ່ານ 4 ກອງປະຊຸມລຽນຕິດແຕ່ບໍ່ສາມາດຮັບຮອງເອົາຖະແຫຼງການຮ່ວມເຊິ່ງຕ້ອງການໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 18 ປະເທດສະມາຊິກໄດ້. ສາຍເຫດແມ່ນຍ້ອນບໍ່ສາມາດໄກ່ເກ່ຍໄດ້ຄວາມແຕກຕ່າງກັນກ່ຽວກັບທັດສະນະ, ຫຼັກໝັ້ນຂອງບັນດາປະເທດ, ໂດຍສະເພາະແມ່ນລະຫວ່າງບັນດາປະເທດໃຫຍ່.

leftcenterrightdel
ຫົວໜ້າຄະນະບັນດາປະເທດເຊັນຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ADMM+ ວ່າດ້ວຍວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+. ພາບ: ຖ໊າຍຮືງ.

ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກຜົນສຳເລັດຂອງ ADMM+ ຄັ້ງທີ 1 ຢູ່ຮ່າໂນ້ຍ ກ່ອນນີ້ 10 ປີ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດປະທານ, ສົມດູນໃນການບໍລິຫານ, ຄ່ອງແຄ້ວໃນການປະສົມກົມກຽວຄວາມແຕກຕ່າງກັນ, ຊຸກຍູ້ຈຸດຄ້າຍຄືກັນລະຫວ່າງບັນດາຝ່າຍເພື່ອສ້າງຄວາມເຫັນດີເຫັນພ້ອມລວມ, ຜ່ານນ້ັນ, ADMM+ ຄັ້ງທີ 7 ດໍາເນີນປະສົບຜົນສຳເລັດດ້ວຍການຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ADMM+ ວ່າດ້ວຍວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+.

ກໍ່ສ້າງກົດລະບຽບລວມ

ໃນສະພາບການສາກົນ ແລະພາກພື້ນຜັນປ່ຽນຢ່າງວ່ອງໄວ, ສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໃນໄລຍະຜ່ານມາໄດ້ປ່ຽນແປງຢ່າງແຮງຈາກການເຂົ້າຮ່ວມຢ່າງຕັ້ງໜ້າມາເປັນການເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດກົດລະບຽບລວມ. ຕາມທ່ານພົນໂທ ຫງວຽນຈິວິ້ງ ແລ້ວ, ຫວຽດນາມ ມີຄວາມສາມາດເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດກົດລະບຽບລວມຍ້ອນວ່າພວກເຮົາມີພື້ນຖານແມ່ນທ່າແຮງ ແລະກຳລັງແຮງຂອງປະເທດພ້ອມກັບຄວາມໄວ້ເນື້ອເຊືີ່ອໃຈຈາກເພື່ອນມິດສາກົນ, ໄດ້ຮັບການກໍ່ສ້າງ ແລະປັບປຸງຢ່າງບໍ່ຢຸດຢັ້ງພາຍຫຼັງ 35 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ຮອບດ້ານ ແລະເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ADMM+ ທີ່ຈັດຕັ້ງຜ່ານລະບົບທາງໄກ.ພາບ: ຖ໊າຍຮືງ.

ຜ່ານການດຳລົງຕຳແໜ່ງປະທານອາຊຽນ 2020 ໃນຊ່ອງທາງປ້ອງກັນຊາດ, ການທະຫານສຳເລັດຜົນ, ດ້ວຍຖານະແມ່ນພາກສ່ວນສຳຄັນຂອງພື້ນຖານພົວພັນຕ່າງປະເທດແຫ່ງລັດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນກໍ່ສ້າງ, ກຳນົດບັນດາກົນໄກຫຼາຍຝ່າຍຖືກຕາມເນື້ອໃນຈິດໃຈຄຳສັ່ງເລກທີ 25-CT/TW ລົງວັນທີ 8 ສິງຫາ 2018 ຂອງຄະນະເລຂາວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030. ທ່ານພົນໂທ ຫງວຽນຈິວິ້ງ ຊີ້ແຈ້ງວ່າ: “ໝາກຜົນຂອງບັນດາການເຄື່ອນໄຫວດ້ານປ້ອງກັນຊາດ, ການທະຫານອາຊຽນ 2020 ເຊິ່ງພົ້ນເດັ່ນແມ່ນຜົນສຳເລັດຂອງ ADMM-14, ADMM+ ຄັ້ງທີ 7 ພ້ອມກັບບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະແທດຈິງ, ມີປະສິດທິຜົນຂອງຫວຽດນາມ, ຄື: ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກພະຍາດ; ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ADMM+ ວ່າດ້ວຍວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+... ແມ່ນບັນດາພະຍານຫຼັກຖານລະອຽດສະແດງໃຫ້ເຫັນຄວາມເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດກົດລະບຽບລວມຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ”.

ໂດຍ: ແສງເດືອນ