ການຢ້ຽມຢາມຂອງກໍາປັ່ນ INS Kiltan ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການເດີນທະເລລະຫວ່າງທະຫານເຮືອສອງປະເທດ ແລະປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະສະຖຽນລະພາບຂອງພາກພື້ນ. ເມື່ອເດີນທາງຈາກນະຄອນໂຮ່ຈີມິນ, ກໍາປັ່ນ INS Kiltan ຈະດໍາເນີນການຝຶກຊ້ອມກັບທະຫານເຮືອປະຊາຊົນຫວຽດນາມ ຢູ່ທະເລຕາເວັນອອກໃນລະຫວ່າງວັນທີ 26-27 ທັນວາ.

leftcenterrightdel
ກໍາປັ່ນ INS Kiltan ເຂົ້າທຽບທ່າກໍາປັ່ນຍ່າຣົ່ງ. ພາບ: Twitter

ຕາມຖະແຫຼງຂ່າວຂອງກະຊວງປ້ອງກັນປະເທດອິນເດຍ ແລ້ວ, ການຢ້ຽມຢາມຫວຽດນາມ ຂອງກໍາປັ່ນ INS Kiltan  ແມ່ນນອນໃນຂອບເຂດ “ພາລະກໍາ Sagar-III" ເຊິ່ງແມ່ນສ່ວນໜຶ່ງໃນການເຄື່ອນໄຫວໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດຂອງ New Delhi ທີ່ສະຫງວນໃຫ້ບັນດາປະເທດເປັນມິດໃນສະໄໝເກີດໂລກພະຍາດ. ສິນຄ້າກູ້ຊ່ວຍຈະໄດ້ມອບໃຫ້ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດຂອງຫວຽດນາມ. ກະຊວງປ້ອງກັນປະເທດອິນເດຍ ຢັ້ງຢືນວ່າ, ການໜູນຊ່ວຍດັ່ງກ່າວສະແດງໃຫ້ເຫັນສາຍພົວພັນແລກປ່ຽນປະຊາຊົນທີ່ເລິກເຊິ່ງລະຫວ່າງສອງປະເທດເປັນມິດ.

ໂດຍ: ທູຈາງ