ທີ່ການເຈລະຈາ, ສອງຝ່າຍຕີລາຄາວ່າການພົວພັນດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາມີການພັດທະນາສອດຄ່ອງກັບບົດບັນທຶກຊ່ວຍຈໍາວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປີ 2011 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການພົວພັນດ້ານປ້ອງກັນຊາດ ປີ 2015, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ. ພາບ: ມີ້ແຮ້ງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະໝາກຜົນ ເຊິ່ງສອງຝ່າຍບັນລຸໄດ້ໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ພົ້ນເດັ່ນແມ່ນການຜັນຂະຫຍາຍໂຄງການກໍາຈັດມົນລະພິດດີໂອຊີນຢູ່ສະໜາມບິນບຽນຮວ່າ, ໂຄງການໜູນຊ່ວຍຄົນພິການທີ່ໄດ້ຮັບຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊີນ, ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ ແລະຊອກຫາກະດູກທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ. ສອງຝ່າຍໄດ້ຮ່ວມມືກັນຢ່າງມີປະສິດທິຜົນໃນການໜູນຊ່ວຍຫວຽດນາມ ຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບ ສປຊ ແລະຍົກສູງກໍາລັງຄວາມສາມາດໃຫ້ແກ່ກໍາລັງຕໍາຫຼວດທະເລຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ. ພາບ: ມີ້ແຮ້ງ.

ສ່ວນທ່ານ David Helvey ຢັ້ງຢືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືກັບຫວຽດນາມ; ປາດຖະໜາວ່າ ຫວຽດນາມ ຈະນັບມື້ນັບໝັ້ນຄົງເຂັ້ມແຂງ, ສວມບົດບາດນັບມື້ນັບສໍາຄັນຢູ່ພາກພື້ນ. ອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍໃນບັນດາຂົງເຂດຮ່ວມມືທີ່ມີໃນປັດຈຸບັນ, ລວມມີຄວາມໝັ້ນຄົງທາງທະເລ, ການຮັກສາສັນຕິພາບ ສປຊ, ການໜູນຊ່ວຍມະນຸດສະທໍາ ແລະການກູ້ຊ່ວຍໄພພິບັດ... ອາເມລິກາ ສືບຕໍ່ຖືເປັນສໍາຄັນການຮ່ວມມືກັບຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ເຊິ່ງແມ່ນພື້ນຖານຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ທ່ານ David Helvey ສະແດງຄວາມຂອບໃຈຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຊອກຫາກະດູກທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ແລະຢັ້ງຢືນ, ໃຫ້ຄໍາໝັ້ນສັນຍາວ່າຈະຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືໃນຂົງເຂດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ.

ໂດຍ: ໄຊຊະນະ