ບັນດາກອງປະຊຸມໄດ້ຈັດຕັ້ງເພື່ອແນໃສ່ຊຸກຍູ້້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືໃຫ້ມີເນື້ອແທ້, ເສີມຂະຫຍາຍບົດບາດຂອງກະຊວງປ້ອງກັນປະເທດຫວຽດນາມ ໃນຖານະບົດບາດເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ໃນປີເປັນປະທານອາຊຽນ 2020, ເຮັດວຽກງານກະກຽມໃຫ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ຄັ້ງທີ 7 ເຊິ່ງຈະຈັດຕັ້ງຜ່ານລະບົບທາງໄກໃນເດືອນທັນວາ ຈະມາເຖິງ.

leftcenterrightdel
ທ່ານພົນໂທ ຫງວຽນຈິ໊ວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ແລະ ADSOM+ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ໂດຍເປັນປະທານ ແລະກ່າວຄໍາເຫັນທີ່ບັນດາກອງປະຊຸມດັ່ງກ່າວ, ທ່ານພົນໂທ ຫງວຽນຈິ໊ວິງ ເນັ້ນໜັກວ່າ ດ້ວຍຄວາມຕັດສິນໃຈຂອງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືແມ່ນເຖິງວ່າໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດຈະບໍ່ຖືກໂຈະໄວ້. ກົງກັນຂ້າມ, ບັນດາຝ່າຍຍິ່ງຕ້ອງມານະພະຍາຍາມກວ່າອີກ, ຈາກນັ້ນສາມາດເພີ່ມທະວີການຮ່ວມມື, ຮັກສາບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບ, ຄຽງຂ້າງນັ້ນສືບຕໍ່ຮ່ວມມືນຳກັນເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານພົນໂທ ຫງວຽນຈິ໊ວິງ ປາດຖະໜາວ່າ ກອງປະຊຸມ ADSOM ແລະ ADSOM+ ຄັ້ງນີ້ ຈະກະກຽມບັນດາວຽກງານທີ່ຈໍາເປັນເພື່ອປະກອບສ່ວນເຂົ້າຜົນສໍາເລັດອັນດີງາມຂອງກອງປະຊຸມ ADSOM ແລະ ADSOM+ ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າເຂົ້າໂຄງການຂອງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືໃນປີ 2020. ເພື່ອບັນລຸໄດ້ປະສິດທິຜົນການເຮັດວຽກສູງສຸດ, ທ່ານພົນໂທ ຫງວຽນຈິ໊ວິງ ສະເໜີບັນດາຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລກປ່ຽນຢ່າງກົງໄປກົງມາ, ຊອກຫາທັດສະນະລວມສຸດເພື່ອສ້າງການຮ່ວມມືກວ້າງຂວາງ, ອີງຕາມກົນໄກທີ່ໄດ້ສ້າງຂຶ້ນກ່ອນນີ້ 10 ປີ; ພ້ອມທັງຮັກສາອິດທິພົນຊື່ສຽງ, ຄວາມສາມັກຄີ ແລະລັກສະນະໃຈກາງຂອງບັນດາປະເທດອາຊຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນຕີລາຄາສູງຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມການທະຫານ-ປ້ອງກັນຊາດອາຊຽນ 2020, ໃນນັ້ນມີກອງປະຊຸມທາງໄກ ADSOM + ຄັ້ງນີ້, ຜ່ານນັ້ນປະກອບສ່ວນຮັກສາທ່າຮ່ວມມືດ້ານປ້ອງກັນຊາດໃນຂອບເຂດ ADMM ແລະ ADMM+.

ໂດຍ: ເກື່ອງດັ້ງ