ພິທີມອບ-ຮັບໄດ້ດໍາເນີນໃນວັນທີ 19 ພະຈິກ, ດ້ວຍການເປັນສັກຂີພິຍານຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ. ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ, ຜູ້ບັນຊາການພົນລະພາກຫຼວງ 11 ໄດ້ມອບຈໍານວນເງິນ 500 ລ້ານກີບ ແລະເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍ (4 ລ້ານກີບ/ໜ່ວຍ) ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ ມອບເງິນໜູນຊ່ວຍ ແລະອຸປະກອນການແພດທີ່ມີມູນຄ່າເກືອບ 1,5 ຕື້ດົ່ງໃຫ້ແກ່ກະຊວງປ້ອງກັນປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າພະນັກງານ, ນັກຮົບກະຊວງປ້ອງກັນປະເທດລາວ, ທ່ານພົນໂທ ທອງລອຍ ສິລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢັ້ງຢືນວ່າ ນີ້ແມ່ນພະຍານຫຼັກຖານໃຫ້ການພົວພັນແບບພິເສດ, ມີໜຶ່ງບໍ່ມີສອງໃນໂລກລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ; ໃຫ້ຄໍາໝັ້ນສັນຍາຈະນໍາໃຊ້ຈໍານວນຂອງຂວັນດັ່ງກ່າວຢ່າງມີປະສິດທິຜົນທີ່ສຸດ.

ກ່ອນໜ້ານັ້ນ, ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ ໄດ້ຕາງໜ້າໃຫ້ພະນັກງານ, ນັກຮົບພົນລະພາກຫຼວງ 11, ກະຊວງປ້ອງກັນປະເທດຫວຽດນາມ ມອບເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍໃຫ້ແກ່ສະພາແຫ່ງຊາດລາວ ເພື່ອປະກອບສ່ວນຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ - 19 ຂອງປະຊາຊົນລາວ.

ໂດຍ: ທະນາພອນ