ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ໃນປີ 2020, ທຸກໆເນື້ອໃນຮ່ວມມືດ້ານປ້ອງກັນຊາດອາຊຽນ ລ້ວນແຕ່ໄດ້ຮັບການຈັດຕັ້ງດ້ວຍຄຸນນະພາບສູງ. ຍິ່ງກວ່ານັ້ນ, ການຮ່ວມມືດ້ານປ້ອງກັນຊາດອາຊຽນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງພົ້ນເດັ່ນແມ່ນຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບພະຍາດທີ່ກອງປະຊຸມວົງແຄບລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM ວົງແຄບ) ເມື່ອເດືອນກຸມພາ 2020, ການຝຶກ​ຊ້ອມກົນໄກແກ້ໄຂກໍລະນີປ້ອງກັນ, ຕ້ານພະຍາດໂຄວິດ-19 ລະຫວ່າງແພດທະຫານບັນດາປະເທດອາຊຽນຜ່ານລະບົບທາງໄກ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ເປັນປະທານກອງປະຊຸມ. ພາບ: qdnd.vn.

ຕາມທ່ານພົນໂທ ຫງວຽນຈີ໊ວິ້ງ ແລ້ວ ຍ້ອນສະພາບພະຍາດມີການຜັນແປຢ່າງສັບສົນ, ກໍ່ຄືໄດ້ຮັບຄວາມເຫັນດີເຫັນພ້ອມຂອງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື, ນັບແຕ່ນີ້ຮອດທ້າຍປີ, ຫວຽດນາມ ຈະຈັດຕັ້ງບັນດາກອງປະຊຸມໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ຜ່ານລະບົບທາງໄກ.

ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ໄດ້ຮັບຟັງບົດລາຍງານ ແລະປຶກສາຫາລືກ່ຽວກັບກອງປະຊຸມວົງແຄບເຄືອຂ່າຍສະຖາບັນຄົ້ນຄວ້າປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ (NADI), ໝາກຜົນກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 17 (ADCFM). ຄຽງຂ້າງນັ້ນ, ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວ 3 ປີ ຂອງ ADMM ໄລຍະ 2020 - 2022; ຮ່າງຖະແຫຼງການຮ່ວມກອງປະຊຸມ ADMM ຄັ້ງທີ 14 ແລະກອງປະຊຸມ ADMM+ ຄັ້ງທີ 7 ແລະວຽກງານກະກຽມໃຫ້ບັນດາກອງປະຊຸມຄັ້ງນີ້.

leftcenterrightdel
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນອັດກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ກອງປະຊຸມ  ADSOM ຜ່ານລະບົບທາງໄກຄັ້ງນີ້ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ໄດ້ຄັດເລືອກ, ປຶກສາຫາລືບັນດາເນື້ອໃນຮັບປະກັນຜົນປະໂຫຍດສູງສຸດຂອງ 10 ປະເທດອາຊຽນ, ພ້ອມທັງເອົາໃຈໃສ່ເຖິງຜົນປະໂຫຍດຂອງບັນດາປະເທດຄູ່ຮ່ວມມືເພື່ອຍື່ນສະເໜີຕໍ່ ADMM-14 ໃກ້ຈະມາເຖິງພິຈາລະນາ ແລະຕົກລົງ.

ໂດຍ: ທະນາພອນ