ໃນສະພາບພະຍາດໂຄວິດ-19 ມີການຜັນແປສັບສົນ, ບັນຫາເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ນຳວຽກງານສົມທົບກັນ, ຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາກຳລັງປະກອບອາວຸດປົກປັກຮັກສາຊາຍແດນ, ປະຊາຊົນສອງຝ່າຍດ້ວຍບັນດາຮູບການ, ວິທີການທີ່ເໝາະສົມກັບສະພາບການໃໝ່ແມ່ນມີຄວາມໝາຍສຳຄັນທີ່ສຸດ.

ຢຶດໝັ້ນປະຕິບັດໜ້າທີ່ “ຄວບຄູ່” ຢ່າງຄົບຊຸດ

ເສັ້ນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ມີຄວາມຍາວຫຼາຍ, ພູມສັນຖານທຸລະກັນດານ, ບັນດາການເຄື່ອນໄຫວພົບປະແລກປ່ຽນຄ້າຂາຍຢູ່ດ່ານຊາຍແດນມີຄວາມຄຶກຄື້ນ. ໃນໄລຍະຜ່ານມາ, ທະຫານຊາຍແດນບັນດາແຂວງຢູ່ເສັ້ນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ໄດ້ມານະພະຍາຍາມປະຕິບັດໃຫ້ສຳເລັດໜ້າທີ່ “ຄວບຄູ່”, ທັງຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກຳ, ທັງປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ.

leftcenterrightdel
ທະຫານຫວຽດນາມ ແລະກຳລັງປະກອບອາວຸດກໍາປູເຈຍ ສົມທົບກັນຝຶກຊ້ອມກູ້ຊີບ-ກູ້ໄພຢູ່ເມືອງ Chanthrea, ແຂວງ Svay Rieng (ກໍາປູເຈຍ). ພາບ: qdnd.vn.

ຊາຍແດນຢູ່ບໍລິເວນແຂວງໄຕນິງ ມີລວງຍາວ 240km, ຫຼາຍຈຸດໄດ້ກາຍເປັນຈຸດເຄັ່ງຮ້ອນກ່ຽວກັບຢາເສບຕິດ, ການຄ້າເຖື່ອນ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການເຂົ້າອອກເມືອງຜິດກົດໝາຍ... ທ່ານພັນເອກພິເສດ ເລຮົ່ງເວືອງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງໄຕນິງ ໃຫ້ຮູ້ວ່າ ທະຫານຊາຍແດນແຂວງໄຕນິງ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ເປັນເຈົ້າການ, ຢຶດໝັ້ນຄວບຄຸມຊາຍແດນປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍຈິດໃຈ “ຕ້ານໂລກພະຍາດຄືຕ້ານສັດຕູ”. ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ທະຫານຊາຍແດນແຂວງໄດ້ສ້າງ 107 ດ່ານສະກັດກັ້ນພະຍາດເວັນຍາມຕະຫຼອດ 24 ຊົ່ວໂມງຢູ່ເສັ້ນຊາຍແດນ. ເພື່ອມີກຳລັງ, ພາຫະນະ, ວັດຖຸອຸປະກອນປ້ອງກັນຕ້ານພະຍາດໂຄວິດ-19 ຢ່າງຄົບຖ້ວນ, ໄປຄຽງຄູ່ກັບການໜູນຊ່ວຍ, ເບີກຈ່າຍຈາກບັນດາອົງການ, ກົມກອງຂັ້ນເທິງແລ້ວ, ທະຫານຊາຍແດນຍັງໄດ້ຮັບການໜູນຊ່ວຍຈາກບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ຢູ່ພາຍໃນ ແລະຕ່າງແຂວງອີກດ້ວຍ. ກອງບັນຊາການທະຫານນະຄອນໂຮ່ຈີມິນ ຍັງໄດ້ຈັດສົ່ງກຳລັງໄປປະຈຳຢູ່ຕາມດ່ານສະກັດກັ້ນພະຍາດ, ຊ່ວຍທະຫານຊາຍແດນແຂວງໄຕນິງ ຜັນຂະຫຍາຍການປ້ອງກັນ, ຕ້ານພະຍາດ ແລະຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ ແລະການຄ້າເຖື່ອນ.

ທ່ານພັນເອກພິເສດ ບຸ່ຍມິງຊ໊ວາຍ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງບິ່ງເຟືອກ ຖືວ່າ: ຄຽງຂ້າງການປະຕິບັດພາລະ, ໜ້າທີ່ຂອງແຕ່ລະຝ່າຍເປັນຢ່າງດີ, ທະຫານຊາຍແດນແຂວງບິ່ງເຟືອກ ຍາມໃດກໍ່ຮັກສາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງກຳລັງປ້ອງກັນຊາຍແດນ, ປະຊາຊົນສອງຝ່າຍ, ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບລາດຊະວົງກຳປູເຈຍ, ລະຫວ່າງສອງລັດ. ພິເສດແມ່ນຮັກສາບັນດາປູຊະນີຍະສະຖານຈາລຶກມູນເຊື້ອມິດຕະພາບ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງຫວຽດນາມ ແລະກຳປູເຈຍ ຢູ່ຕາແສງລົກທ້ຽນ, ເມືອງລົກນິງ, ແຂວງບິ່ງເຟືອກ. ແຕ່ລະປີ, ທະຫານຊາຍແດນແຂວງພ້ອມກັບບັນດາກົມກອງ ແລະທ້ອງຖິ່ນສົມທົບກັນຈັດຕັ້ງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຮັບໃຊ້ໃຫ້ພິທີສະເຫຼີມສະຫຼອງໄດ້ດຳເນີນໄປຢ່າງສົມກຽດທີ່ສຸດ, ປະກອບສ່ວນໂຄສະນາເຜີຍແຜ່ຄຸນຄ່າປະຫວັດສາດທີ່ດີງາມ, ເສີມສ້າງມູນເຊື້ອລະຫວ່າງສອງປະເທດ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນຮາກຖານ

ຕາມທ່ານພັນເອກ ວິຈູງກຽນ, ຫົວໜ້າຄ້າຍທະຫານຊາຍແດນກ່າຕູມ (ທະຫານຊາຍແດນແຂວງໄຕນິງ) ແລ້ວ, ພະຍາດໂຄວິດ-19 ໄດ້ສ້າງຫຼາຍບັນຫາໃໝ່ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ. ລະອຽດ, ຄື: ປ້ອງກັນຕ້ານພະຍາດໂຄວິດ-19 ໃນສະພາບການປົກກະຕິໃໝ່ຕ້ອງປະຕິບັດຕາມຂໍ້ກໍານົດຂອງລັດຖະບານສອງຝ່າຍ. ບັນດາບັນຫາແລກປ່ຽນຜ່ານໂທລະສັບ, ໂທລະສັບສາຍດ່ວນລະຫວ່າງສອງຄ້າຍກັບບັນດາກຳລັງຝ່າຍເພື່ອນໄດ້ຮັກສາໄວ້ຢ່າງເປັນປະຈຳ, ຮັບປະກັນຜົນປະໂຫຍດຂອງສອງຝ່າຍ. ຝ່າຍເຮົາປ້ອງກັນຕ້ານໂລກລະບາດເປັນຢ່າງດີ ແລະກົງກັນຂ້າມຢູ່ຝ່າຍເພື່ອນກໍ່ເຮັດວຽກໄດ້ເປັນຢ່າງດີທັງໝົດເຫຼົ່ານັ້ນລ້ວນແຕ່ຊ່ວຍສະກັດກັ້ນໂລກລະບາດແຜ່ລາມ. ສອງຝ່າຍຍາມໃດກໍ່ຕ້ອງກຳແໜ້ນ, ຕິດແທດກັບສະພາບການຢູ່ຊາຍແດນ ແລະເພີ່ມທະວີການແລກປ່ຽນ, ປະຕິບັດຖືກຕາມກົດລະບຽບສົມທົບກັນ; ຈັດຕັ້ງການໂຄສະນາຂົນຂວາຍປະຊາຊົນຢູ່ບໍລິເວນໃຫ້ມີຄວາມເຂົ້າໃຈກ່ຽວກັບໂລກພະຍາດເພື່ອປ້ອງກັນ, ຕ້ານພະຍາດໃຫ້ມີປະສິດທິຜົນ; ປະຕິບັດຂໍ້ກຳນົດຂອງລັດຖະບານ, ກົດໝາຍຂອງລັດຢ່າງເຂັ້ມງວດ...

ທ່ານພັນເອກພິເສດ ຫງວຽນເທື້ອງເລ໊, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງອານຢາງ ຖືວ່າ ສາຍພົວພັນລະຫວ່າງແຂວງອານຢາງ ກັບສອງແຂວງຕາແກວ ແລະການດາ (ກຳປູເຈຍ) ນັບມື້ນັບແໜ້ນແຟ້ນຈາກການເພີ່ມທະວີການແຮກສ່ຽວລະຫວ່າງບັນດາເຂດຊຸມຊົນ, ບັນດາຄ້າຍ-ປ້ອມຊາຍແດນ. ເພາະສະນັ້ນຕ້ອງເພີ່ມທະວີ, ເສີມຂະຫຍາຍຮູບແບບການພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາກຳລັງປ້ອງກັນຊາຍແດນ ແລະປະຊາຊົນຢູ່ສອງຟາກຊາຍແດນ. ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈຍິ່ງໄດ້ຮັບການເພີ່ມທະວີນັ້ນທຸກບັນຫາທີ່ເກີດຂຶ້ນຢູ່ຊາຍແດນກໍ່ຄືການປະຕິບັດບັນດາຂໍ້ກຳນົດ, ຄວາມຮັບຜິດຊອບຂອງແຕ່ລະຝ່າຍກໍ່ຈະລຸລ່ວງໄປດ້ວຍດີ ແລະມີປະສິດທິຜົນ.

ນຳການສົມທົບກັນເຂົ້າສູ່ລວງເລິກ, ເໝາະສົມກັບສະພາບການໃໝ່

ນັບແຕ່ທ້າຍປີ 2019 ມາຮອດປະຈຸບັນ, ເຖິງວ່າຢູ່ໃນສະພາບເກີດພະຍາດໂຄວິດ-19 ແລະສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານຕ່າງໆກໍ່ຕາມ, ແຕ່ວ່າກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານເຂດ 7, ກອງບັນຊາການທະຫານເຂດ 9 ແລະກຳລັງປະກອບອາວຸດ, ບັນດາກົມກອງ, ທ້ອງຖິ່ນຢູ່ເສັ້ນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວສົມທົບກັນ, ຮ່ວມມືກັບຝ່າຍເພື່ອນກຳປູເຈຍ, ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານບັນດາໝາກຜົນຕັ້ງໜ້າ, ຄື: ການຝຶກຊ້ອມກູ້ຊີບ-ກູ້ໄພ; ຍົກລະດັບຄູ່ດ່ານຊາຍແດນທ້ອງຖິ່ນເຕິນນາມ, ດ່ານຊາຍແດນປະເພນີແຄ໊ງບິ່ງ (ແຂວງອານຢາງ, ຫວຽດນາມ) ແລະເຈີເຣີຍທອມ (ເມືອງກໍທູມ, ແຂວງການດາ, ກຳປູເຈຍ); ໜູນຊ່ວຍ, ມອບວັດຖຸອຸປະກອນປ້ອງກັນຕ້ານພະຍາດໂຄວິດ-19 ທີ່ມີມູນຄ່າ 3,3 ຕື້ດົ່ງໃຫ້ກໍາລັງປ້ອງກັນຊາຍແດນ, ຄຸ້ມຄອງດ່ານຊາຍແດນຂອງກໍາປູເຈຍ.

leftcenterrightdel
ຜູ້ຕາງໜ້າທະຫານຊາຍແດນຫວຽດນາມ ມອບເງິນ ແລະວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ຜູ້ຕາງໜ້າກອງທັບລາດຊະວົງກໍາປູເຈຍ ຢູ່ດ່ານຊາຍແດນສາກົນມົກບ່າຍ (ແຂວງໄຕນິງ) ທ້າຍເດືອນ ຕຸລາ 2020. ພາບ: qdnd.vn.

ທ່ານພັນເອກພິເສດ ບຸ່ຍມິງຊ໊ວາຍ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງໄຕນິງ ແບ່ງປັນວ່າ ເພື່ອເຮັດໃຫ້ການພົວພັນລະຫວ່າງກຳລັງປະກອບອາວຸດ ແລະປະຊາຊົນຢູ່ສອງຟາກຊາຍແດນເລິກເຊິ່ງກວ່າອີກ, ລະອຽດແມ່ນຢູ່ແຕ່ລະບໍລິເວນດ້ວຍການຈັດຕັ້ງບັນດາລາຍການພົບປະແລກປ່ຽນ, ສະຫຼຸບໃຫ້ເປັນຢ່າງດີ ແລະເຮັດໃຫ້ຮອບຄອບ, ມີການແຮກສ່ຽວ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຮ່ວມມືໃຫ້ເຂົ້າສູ່ລວງເລິກ. ຕົວຢ່າງຄືປະຈຸບັນ, ທະຫານຊາຍແດນແຂວງບິ່ງເຟືອກ ພວມສົມທົບກັບບັນດາອົງການຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນມານະພະຍາຍາມກະກຽມໃຫ້ແກ່ວຽກງານຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກຳປູເຈຍ ຄັ້ງທີ 1, ຄາດຄະເນວ່າຈະຈັດຂຶ້ນຢູ່ແຂວງບິ່ງເຟືອກ, ດ້ວຍບັນດາກິດຈະກໍາ, ຄື: ພິທີຕ້ອນຮັບທ່ານລັດຖະມົນຕີ, ພິທີເຄົາລົບຫຼັກໝາຍຊາຍແດນ, ການລາດຕະເວນຮ່ວມ...ບັນດາການພົບປະເຈລະຈາໄດ້ສ້າງບັນດາມາດຕະການແກ້ໄຂ, ການກຳນົດທິດຢ່າງລະອຽດ, ສ້າງເງື່ອນໄຂໃຫ້ກຳລັງປ້ອງກັນຊາຍແດນສອງຝ່າຍ ແລະປະຊາຊົນຢູ່ບໍລິເວນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ສືບຕໍ່ເຮັດໃຫ້ຄວາມສາມັກຄີເລິກເຊິ່ງກວ່າເກົ່າ, ສົມທົບກັນ, ຮ່ວມມືກັນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ກຳປູເຈຍ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ສົມເພັດ