ບັນດາຮູບແບບນີ້ໄດ້ເພີ່ມພູນຄູນສ້າງນໍ້າໃຈສາມັກຄີອ້າຍນ້ອງລະຫວ່າງປະຊາຊົນສອງປະເທດນັບມື້ນັບມີຄວາມຜູກພັນຢ່າງສະໜິດແໜ້ນ, ພ້ອມກັນຮັກສາເສັ້ນຊາຍແດນໄວ້ໃຫ້ໝັ້ນຄົງ, ມີຄວາມສະຫງົບ, ພັດທະນາ.

ປະສິດທິຜົນຈາກຮູບແບບແຮກສ່ຽວລະຫວ່າງຄ້າຍ-ຄ້າຍ

ຊຸມປີຜ່ານມາ, ກິດຈະກໍາແຮກສ່ຽວ, ສົມທົບກັນລະຫວ່າງບັນດາກໍາລັງປະກອບອາວຸດຂອງສອງປະເທດບັນລຸໄດ້ໝາກຜົນພົ້ນເດັ່ນ, ມີປະສິດທິຜົນ, ແທດຈິງ. ຢູ່ເສັ້ນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້. ທະຫານຊາຍແດນແຂວງບິ່ງເຟືອກ ເປັນກົມກອງທໍາອິດທີ່ປະຕິບັດການແຮກສ່ຽວລະຫວ່າງຄ້າຍ-ຄ້າຍທະຫານຊາຍແດນຫວຽດນາມ ກັບບັນດາກົມກອງປ້ອງກັນຊາຍແດນຂອງປະເທດເພື່ອນມິດກໍາປູເຈຍ. ຮູບແບບແຮກສ່ຽວລະຫວ່າງຄ້າຍທະຫາຍຊາຍແດນດ່ານສາກົນຮວາລື (ກອງບັນຊາການທະຫາຍຊາຍແດນແຂວງບິ່ງເຟືອກ) ແລະກອງພັນ 204 (ກອງບັນຊາການທະຫານແຂວງ Kratié, ກຳປູເຈຍ) ຫຼັງຈາກນັ້ນໄດ້ແຜ່ຂະຫຍາຍໄປທົ່ວເສັ້ນຊາຍແດນ. ກິດຈະກໍາແຮກສ່ຽວໄດ້ນຳມາເຊິ່ງປະສິດທິຜົນໃນທຸກດ້ານໃນການຮ່ວມມື ແລະພົບປະແລກປ່ຽນ; ສົມທົບກັນສະກັດກັ້ນ, ຕ້ານອາດຊະຍາກຳ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ; ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ.

leftcenterrightdel
ທະຫານຊາຍແດນແຂວງບິ່ງເຟືອກ ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນຫວຽດນາມ-ກໍາປູເຈຍ. ພາບ: qdnd.vn

ທ່ານພັນເອກ ນີງຮົ່ງຕ໊ວນ, ຫົວໜ້າຄ້າຍທະຫາຍຊາຍແດນດ່ານສາກົນເຟືອກເຕິນ (ກອງບັນຊາການທະຫານຊາຍແດນແຂວງໄຕນີງ) ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ, ຮັດແໜ້ນສາຍພົວພັນຄ້າຍ-ຄ້າຍຢູ່ສອງຟາກຊາຍແດນມີຄວາມໝາຍຢ່າງແທດຈິງ, ໄດ້ຍົກສູງປະສິດທິຜົນໃນການສົມທົບກັນແກ້ໄຂບັນດາບັນຫາລວມ ແລະລະອຽດຢູ່ແຕ່ລະບໍລິເວນ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນການພົວພັນທີ່ນັບມື້ນັບແໜ້ນແຟ້ນລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ.

ທ່ານພັນໂທ ເລຈ້ອງຕິ່ງ, ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນມິກຸ໊ຍໄຕ (ກອງບັນຊາການທະຫານຊາຍແດນແຂວງລອງອານ)  ມີຄວາມຜູກພັນກັບເສັ້ນຊາຍແດນເມືອງດຶກເຫວ້ ມາໄດ້ຫລາຍປີ, ເຊິ່ງແມ່ນສະຖານທີ່ໄດ້ຮັບການຖືວ່າເປັນ “ຈຸດເຄັ່ງຮ້ອນ” ໃນການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງຜິດກົດໝາຍ. ເລື່ອງລາວທີ່ທ່ານໄດ້ແບ່ງປັນກັບພວກຂ້າພະເຈົ້າກ່ຽວກັບປະສິດທິຜົນໃນການຕໍ່ສູ້, ສະກັດກັ້ນ, ຕ້ານອາດຊະຍາກຳ ແລະການຄ້າຂາຍເຖື່ອນໃນຊຸມປີຜ່ານມາມີສ່ວນໃດສ່ວນໜຶ່ງແມ່ນໄດ້ອີງໃສ່ຄວາມສາມັກຄີ ແລະການແຮກສ່ຽວລະຫວ່າງປະຊາຊົນ ແລະກຳລັງປະກອບອາວຸດຂອງສອງຝາກຊາຍແດນ. ປະຊາຊົນ ແລະກໍາລັງປະກອບອາວຸດຂອງສອງຝ່າຍໄດ້ສະໜອງຂໍ້ມູນກ່ຽວກັບອາດຊະຍາກຳ, ການຄ້າຂາຍເຖື່ອນ ແລະການທຳລາຍຫຼັກໝາຍຊາຍແດນເພື່ອແກ້ໄຂ ແລະສະກັດກັ້ນຢ່າງທັນການ.

ການແຮກສ່ຽວຊຸມຊົນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ

ມູນເຊື້ອມິດຕະພາບ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງທະຫານ ແລະປະຊາຊົນຫວຽດນາມ ຊ່ວຍປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດປົນປົດ ( Pol Pot) ໄດ້ບັນທຶກໄວ້ໃນປະຫວັດສາດຂອງສອງປະເທດ. ຫຼາຍເຂດຊຸມຊົນ, ທ້ອງຖິ່ນຂັ້ນຕາແສງທີ່ຢູ່ສອງຟາກຊາຍແດນໄດ້ມີການແຮກສ່ຽວ, ພ້ອມກັນຮັກສາຄວາມສະຫງົບ, ພັດທະນາເສດຖະກິດ. ກໍາລັງທະຫານຊາຍແດນຢູ່ເສັ້ນຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ໄດ້ເປັນເສນາທິການໃຫ້ບັນດາທ້ອງຖິ່ນແຮກສ່ຽວກັບບັນດາຕາແສງ ແລະເຂດຊຸມຊົນຝ່າຍປະເທດເພື່ອນກໍາປູເຈຍ, ປັບປຸງຄວາມສາມັກຄີໃຫ້ມີຄວາມສະໜິດຕິດພັນ. ຮູບແບບແຮກສ່ຽວລະຫວ່າງຕາແສງ-ຕາແສງຢູ່ສອງຟາກຊາຍແດນໄດ້ປະກົດຂຶ້ນເປັນຄັ້ງທຳອິດຢູ່ແຂວງລອງອານ, ໄດ້ກາຍເປັນແບບຢ່າງທີ່ມີຫົວຄິດປະດິດສ້າງໃນວຽກງານຂົນຂວາຍ, ກາຍເປັນຂົວເຊື່ອມຕໍ່ເພື່ອນຳປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງມີຄວາມ ໃກ້ຊິດສະໜິດສະໜົມຕື່ມອີກ.

ຢູ່ແຂວງບິ່ງເຟືອກ, ທະຫານຊາຍແດນແຂວງ ໄດ້ເປັນເສນາທິການ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງໃຫ້ 7 ເຂດຊຸມຊົນທີ່ຢູ່ຊາຍແດນລົງນາມໃນການພົບປະແລກປ່ຽນ ແລະແຮກສ່ຽວກັບ 4 ກຸ່ມຊຸມຊົນຂອງປະເທດເພື່ອນກຳປູເຈຍ.

ກິດຈະກຳເຄື່ອນໄຫວຂອງຮູບແບບແຮກສ່ຽວໄດ້ສ້າງຫຼາຍໂຄງການໜູນຊ່ວຍ ແລະຊ່ວຍເຫຼືອລະຫວ່າງກຳລັງປະກອບອາວຸດ ແລະປະຊາຊົນຢູ່ສອງຝາກຊາຍແດນ. ທະຫານຊາຍແດນແຂວງລອງອານ ໄດ້ຈັດຕັ້ງບັນດາຄະນະແພດໝໍໄປກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ແກ່ປະຊາຊົນຕາແສງ Prey Rumdeng, ເມືອງ Kiri Vong, ແຂວງ Ta Keo,  ປະເທດກຳປູເຈຍ ເປັນປະຈໍາ; ມອບງົວພັນ 60 ໂຕ ໃຫ້ແກ່ຄອບຄົວທຸກຍາກ; ມອບທຶນສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ເພື່ອຊ່ວຍເຫຼືອນັກຮຽນກຳປູເຈຍ 30 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ...

ແບ່ງປັນກ່ຽວກັບໂຄງການເຄື່ອນໄຫວການແຮກສ່ຽວ, ພົບປະແລກປ່ຽນວັດທະນະທໍາ, ທ່ານ Han Nien, ນາຍບ້ານ Ta Rung ປະເທດກຳປູເຈຍ ເວົ້າດ້ວຍຄວາມເອກອ້າງທະນົງໃຈທີ່ວ່າ: “ການເຄື່ອນໄຫວແຮກສ່ຽວແມ່ນຄວາມມຸ່ງຫວັງຂອງປະຊາຊົນຢູ່ສອງຟາກຊາຍແດນ. ຜ່ານນັ້ນ, ເພີ່ມທະວີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປູກຝັງ, ຜະລິດ, ພ້ອມກັນຮັກສາ, ເສີມຂະຫຍາຍຮີດຄອງປະເພນີ, ຄວາມສວຍງາມດ້ານວັດທະນະທຳທີ່ເປັນມູນເຊື້ອ”.

ແຕ່ລະປີ, ກອງບັນຊາການທະຫານຊາຍແດນແຂວງບິ່ງເຟືອກ ໄດ້ໜູນຊ່ວຍນັກຮຽນກຳປູເຈຍ 9 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ໜູນຊ່ວຍນັກຮຽນແຕ່ລະຄົນແມ່ນ 500.000 ດົ່ງ/ເດືອນ. ນີ້ແມ່ນສ່ວນໜຶ່ງຂອງໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ເພື່ອໜູນຊ່ວຍນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກຢູ່ບໍລິເວນເຂດຊາຍແດນ. ທະຫານຊາຍແດນແຂວງບິ່ງເຟືອກ ຍັງຜັນຂະຫຍາຍກິດຈະກຳຫຼາຍຢ່າງ ຄື: ໜູນຊ່ວຍປະຊາຊົນກຳປູເຈຍ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຢ້ຽມຢາມຖາມຂ່າວ; ສົ່ງຄະນະແພດໝໍໄປກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ປະຊາຊົນກຳປູເຈຍ...

ຕາມທ່ານ ເຢືອງວັນຮວ່າ, ປະທານຄະນະກຳມະການປະຊາຊົນເທດສະບານເມືອງຕິ້ງບຽນ (ເມືອງຕິ້ງບຽນ, ແຂວງອານຢາງ) ແລ້ວ: ບ້ານຊວນບິ່ງ ຂອງເທດສະບານເມືອງຕິ້ງບຽນ ແຮກສ່ຽວກັບບ້ານ Ta Rung, ຕາແສງ Phnum Del, ເມືອງ Kirivong, ແຂວງ Ta Keo (ກຳປູເຈຍ) ໄດ້ເປັນການເພີ່ມຄວາມສາມັກຄີ, ຄວາມສະໜິດຕິດພັນຂອງປະຊາຊົນທັງສອງຟາກຊາຍແດນຕື່ມອີກ, ສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ພົບປະແລກປ່ຽນວັດທະນະທຳ, ການຄ້າ ແລະການແລກປ່ຽນສິນຄ້າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ ແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ. ນີ້ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ຮູບແບບທີ່ມີຫົວຄິດປະດິດສ້າງ, ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຄວາມສາມັກຄີ, ມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ.

ໂດຍ: ທະນາພອນ