leftcenterrightdel
ທ່ານພົນເອກ ເລືອງເກື່ອງ ໂອ້ລົມທາງໂທລະສັບກັບທ່ານພົນໂທ Miao Hua. ພາບ: ວັນຮ໊ຽວ.

ທີ່ການໂອ້ລົມທາງໂທລະສັບ, ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ Miao Hua ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບຍັງສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາຢ່າງດີງາມ. ສອງຝ່າຍເຫັນດີເປັນເອກະພາບນັບທັງພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມຈະສືບຕໍ່ຍູ້ແຮງບັນດາກົນໄກຮ່ວມມືທີ່ໄດ້ລົງນາມໃຫ້ຫຼາຍກວ່າອີກ, ໃນນັ້ນມີເນື້ອໃນກ່ຽວກັບວຽກງານພັກ, ວຽກງານການເມືອງ. ສໍາລັບບັນດາບັນຫາຍັງຄົງຄ້າງ, ເປັນຕົ້ນແມ່ນບັນຫາທະເລ, ສອງຝ່າຍຄວນສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດໃຫ້ເປັນຢ່າງດີ; ບໍ່ປະໃຫ້ບັນດາອິດທິກໍາລັງທີ່ເປັນປໍລະປັກສວຍໃຊ້ທຳລາຍ, ແບ່ງແຍກການພົວພັນສອງ ປະເທດ.

leftcenterrightdel
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: ວັນຮ໊ຽວ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ; ໃນນັ້ນ, ສຸມໃສ່ສົມທົບກັນເພີ່ມທະວີການສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບກອງທັບສອງປະເທດກ່ຽວກັບມູນເຊື້ອມິດຕະພາບຫວຽດນາມ-ຈີນ; ຊຸກຍູ້ການພົບປະແລກປ່ຽນ, ແລກປ່ຽນບົດຮຽນລະຫວ່າງບັນດາອົງການສື່ມວນຊົນ, ວັດທະນະທໍາສິລະປະ..., ບົດຮຽນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງກ່ຽວກັບດ້ານການເມືອງ; ຮັບປະກັນການນຳພາຢ່າງເດັດຂາດ, ໂດຍກົງທຸກດ້ານຂອງພັກຕໍ່ກັບກອງທັບ... ສອງຝ່າຍໄດ້ກໍານົດວ່າບໍ່ວ່າຢູ່ໃນສະພາບການໃດ, ການພົວພັນລະຫວ່າງສອງກອງທັບ ຕ້ອງຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນ.

ໂດຍ: ເຈິ່ນຮວ່ຽນ