leftcenterrightdel
ທ່ານພົນຈັດຕະວາ ເຈິ່ນແທັງງຽມ ຜູ້ບັນຊາການເຫຼົ່າທັບເຮືອຫວຽດນາມ ເປັນປະທານກອງປະຊຸມ ANCM-14. ພາບ: qdnd.vn.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນ, ປຶກສາຫາລື, ເຮັດແຈ້ງຫົວຂໍ້ຂອງກອງປະຊຸມ ກໍຄືແບ່ງປັນທັດສະນະ, ຂໍ້ລິເລີ່ມ, ໂຄງການຮ່ວມມື, ການເຊື່ອມຕໍ່, ການແລກປ່ຽນຄວາມຮູ້, ບົດຮຽນໃນການຝຶກແອບອົບຮົມ, ບໍາລຸງສ້າງໃນບັນດາຂົງເຂດວິຊາສະເພາະອື່ນໆ ເຊິ່ງທະຫານເຮືອບັນດາປະເທດອາຊຽນມີຄວາມສົນໃຈ, ຄວາມສາມາດປະສານສົມທົບກັນໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລຂອງທະຫານເຮືອບັນດາປະເທດອາຊຽນເວົ້າລວມ, ໃນນັ້ນເນັ້ນໜັກເຖິງບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ, ສະພາບແວດລ້ອມທາງທະເລ, ການຄ້າມະນຸດ, ການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ ແລະການລະເມີດອະທິປະໄຕທະເລ. ພາຍຫຼັງ 20 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ ໄດ້ກາຍເປັນໜຶ່ງໃນບັນດາເວທີປາໄສປະຈໍາປີສໍາຄັນແຖວໜ້າກ່ຽວກັບການຮ່ວມມືທະຫານເຮືອໃນພາກພື້ນ. ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ANCM ແມ່ນເຄົ້າກໍາເນີດຂອງຫຼາຍຂໍ້ລິເລີ່ມ, ໂຄງການຮ່ວມມືຢ່າງແທດຈິງຂອງທະຫານເຮືອບັນດາປະເທດອາຊຽນ, ແມ່ນໜຶ່ງໃນບັນດາປັດໄຈສໍາຄັນແຖວໜ້າປະກອບສ່ວນຮັກສາສະພາບແວດລ້ອມທະເລແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບໃນພາກພື້ນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການກໍ່ສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ANCM-14 ເຊິ່ງໄດ້ຈັດຕັ້ງຜ່ານລະບົບທາງໄກ. ພາບ: qdnd.vn.
leftcenterrightdel
ທ່ານພົນຈັດຕະວາ ເຈິ່ນແທັງງຽມ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ANCM-14. ພາບ: qdnd.vn.

ຜ່ານກອງປະຊຸມ, ທະຫານເຮືອບັນດາປະເທດອາຊຽນ ນັບມ້ື້ນັບຍົກສູງຄວາມຮູ້, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ຄວາມສະໜິດຕິດພັນ ແລະຄວາມສາມາດເປັນເຈົ້າການຮັບມື, ຮັກສາເຂດທະເລສັນຕິພາບ, ສະຖຽນລະພາບ ແລະພັດທະນາຢ່າງໝັ້ນຄົງໃນພາກພື້ນ. ໂດຍເລີ່ມຈາກຄວາມສໍາຄັນຂອງວຽກງານຝຶກອົບຮົມ ກໍຄືຄວາມຈໍາເປັນຕ້ອງເພີ່ມທະວີຄວາມສະໜິດຕິດພັນ, ຍົກສູງຄວາມສາມາດເປັນເຈົ້າການຮັບມື, ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນການເດີນທະເລໃນພາກພື້ນຢ່າງມີປະສິດທິຜົນ. ທະຫານເຮືອປະຊາຊົນຫວຽດນາມ ສະເໜີຈັດຕັ້ງລາຍການແລກປ່ຽນບົດຮຽນໃນການຝຶກອົບຮົມໃຫ້ແກ່ທະຫານເຮືອບັນດາປະເທດອາຊຽນ. ຕາມນັ້ນແລ້ວ, ລາຍການໄດ້ສົ່ງເສີມໃຫ້ຈັດຕັ້ງປະຈໍາປີ, ແກ່ຍາວແຕ່ 3-5 ວັນໂດຍທະຫານເຮືອປະເທດເຈົ້າພາບຈັດຕັ້ງກອງປະຊຸມ ANCM ໃນປີນັ້ນເປັນເຈົ້າພາບຈັດຕັ້ງ.

ກອງປະຊຸມໄດ້ເຫັນດີເປັນເອກະພາບນຳກັນວ່າ ທະຫານເຮືອແຫ່ງລາດຊະວົງບຣູໄນ ຈະເປັນເຈົ້າພາບຈັດຕັ້ງ ANCM 15 ໃນປີ 2021.

ໂດຍ: ທູຈາງ