leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: cand.vn.

ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄື: ແບ່ງປັນຂໍ້ມູນຂ່າວສານ; ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ເປັນຕົ້ນແມ່ນອາດຊະຍາກໍາເສດຖະກິດ, ອາດຊະຍາກໍາຢາເສບຕິດ, ອາດຊະຍາກໍາການຄ້າມະນຸດ, ສວຍໃຊ້ມີເພດສຳພັນກັບເດັກນ້ອຍ, ອາດຊະຍາກໍາເຕັກໂນໂລຢີສູງ; ຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ.

leftcenterrightdel
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ທີ່ການຕ້ອນຮັບ. ພາບ: cand.vn.

ຕໍ່ໜ້າສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ທ່ານພົນເອກ ໂຕເລິມ ເຊື່ອໝັ້ນວ່າ ອາເມລິກາ ຈະແກ້ໄຂຜົນຮ້າຍຢ້ອນຫຼັງ ແລະຟື້ນຟູຫຼັງພະຍາດໂຄວິດ-19 ໂດຍໄວ; ພ້ອມກັນນັ້ນ ທ່ານ ກໍ່ປາດຖະໜາຢາກສ້າງເງື່ອນໄຂໃຫ້ຫວຽດນາມ ພ້ອມກັບບັນດາປະເທດອື່ນໄດ້ສຳຜັດກັບວັກຊິນພາຍຫຼັງ ອາເມລິກາ ຄົ້ນຄວ້າ, ຜະລິດສໍາເລັດຜົນໂດຍໄວ.

ສ່ວນທ່ານ Daniel Kritenbrink ຢັ້ງຢືນວ່າໃນຖານະຕໍາແໜ່ງຂອງຕົນ, ທ່ານ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງອາເມລິກາ ກັບກະຊວງຕໍາຫຼວດຫວຽດນາມ. ຜ່ານນັ້ນ, ປະກອບສ່ວນນໍາການພົວພັນຮ່ວມມືລະຫວ່າງອາເມລິກາ-ຫວຽດນາມ ສືບຕໍ່ເຂົ້າສູ່ລວງເລິກ, ເພື່ອຕອບສະໜອງຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ