leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເປັນປະທານການເຮັດວຽກ. ພາບ: ຮວ່າງຫວູ.

ທີ່ການເຮັດວຽກ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ເນັ້ນໜັກວ່າ ໃນສະພາບການພະຍາດໂຄວິດ-19, ກະຊວງປ້ອງກັນປະເທດຫວຽດນາມ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM)  ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+), ການຕັດສິນໃຈຈັດຕັ້ງບັນດາກອງປະຊຸມການທະຫານ-ການປ້ອງກັນຊາດທີ່ຍັງເຫຼືອໃນປີປະທານອາຊຽນ 2020 ດ້ວຍຄວາມມານະພະຍາຍາມສູງສຸດ. ແຕ່ນີ້ຮອດທ້າຍປີ, ຫວຽດນາມ ຈະພ້ອມກັບບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືເຈລະຈາ ສຸມໃສ່ຈັດຕັ້ງບາງກອງປະຊຸມຈຸດສຸມ ນັ້ນແມ່ນກອງປະຊຸມ ADMM-14, ກອງປະຊຸມ ADMM+ ຄັ້ງທີ 7 ແລະພິທີສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 9-11 ທັນວາ 2020; ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM) ແລະກອງປະຊຸມທາງໄກເຈົ້າໜ້າທີ່ປ້ອງກັນປະເທດອາຊຽນເປີດກວ້າງ (ADSOM+)  ເຊິ່ງຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 17-19 ພະຈິກ 2020. ກ່ອນນັ້ນ, ກອງປະຊຸມທາງໄກກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG) ແລະກອງປະຊຸມທາງໄກກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນເປີດກວ້າງ (ADSOM+ WG) ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 10 ແລະວັນທີ 12 ພະຈິກ 2020 ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມທາງໄກ ADSOM ແລະ ADSOM+. 

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຮວ່າງຫວູ.

ທ່ານພົນຕີ ຫວູຈ໊ຽນຖັ໊ງ ເນັ້ນໜັກວ່າຕື່ມອີກວ່າ, ຍ້ອນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ, ສະນັ້ນ ຫວຽດນາມ ຈະຊັ່ງຊາບັນດາວິທີການ, ຮູບການຈັດຕັ້ງກອງປະຊຸມ ADMM-14, ກອງປະຊຸມ ADMM+ ຄັ້ງທີ 7 ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ ແລະຈະແຈ້ງໃຫ້ບັນດາປະເທດໄດ້ຮັບຊາບຕາມຫຼັງ ເພາະວ່ານີ້ແມ່ນ 2 ກອງປະຊຸມປ້ອງກັນຊາດສໍາຄັນທີ່ສຸດໃນປີທີ່ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020. ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ບາງກິດຈະກໍາ ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ ຄາດຄະເນຈັດຕັ້ງໃນປີ 2020 ຈະໂຈະໄວ້ ແລະເລື່ອນເຖິງປີ 2021, ລວມມີກອງປະຊຸມສາກົນ “ແມ່ຍິງກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ” ແລະງານວາງສະແດງສາກົນກ່ຽວກັບເຄື່ອງປະກອບອາວຸດ ແລະອຸດສາຫະກໍາປ້ອງກັນຊາດ”.

ໂດຍ: ໄຊຊະນະ