ໜ້າທີ່ພົວພັນຕ່າງປະເທດສຳຄັນ

ໂດຍກຳນົດວ່າການໂຄສະນາກ່ຽວກັບເຫດການ Army Games ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນວຽກງານໂຄສະນາ, ພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2020, ໄດ້ຮັບການເຫັນດີຈາກຫົວໜ້າກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ, ຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຕົກລົງຈັດສົ່ງນັກຂ່າວ 4 ຄົນໄປເຮັດຂ່າວຢູ່ສະຫະພັນລັດເຊຍ. ນີ້ແມ່ນຄັ້ງທີ 2 ທີ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດສົ່ງນັກຂ່າວໄປເຮັດຂ່າວຢູ່ Army Games ແລະເປັນຄັ້ງທໍາອິດທີ່ມີຈຳນວນນັກຂ່າວເຖິງ 4 ຄົນໄປເຮັດຂ່າວສຳລັບເຫດການໜ່ຶງຢູ່ຕ່າງປະເທດ.

leftcenterrightdel
ນັກຂ່າວລິງແອັງ ແລະເລິມຕວ່ານ ແລກປ່ຽນກ່ອນທີ່ຈະສົ່ງຂ່າວມາໃຫ້ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ຕາມປົກກະຕິແລ້ວ, ນັກຂ່າວແຕ່ລະຄົນຈະຮັບຜິດຊອບກ່ຽວກັບວຽກງານຕາມວິຊາສະເພາະຂອງຕົນ. ແຕ່ວ່າ, ເມື່ອເຮັດຂ່າວຢູ່  Army Games 2020, ຍ້ອນຄວາມຮຽກຮ້ອງຂອງໜ້າທີ່ສູງ, ຈຳນວນວຽກງານຫຼາຍສະນັ້ນບັນດານັກຂ່າວຕ້ອງເຮັດຫຼາຍວຽກ ຄື: ສຳພາດ, ຂຽນຂ່າວ, ຂຽນບົດ, ບັນທຶກພາບ, ຖ່າຍພາບ, ຕັດຕໍ່ການບັນທຶກພາບ... ຍ້ອນເວລາແຕກຕ່າງກັນ (ຢູ່ລັດເຊຍ ຊ້າກວ່າຫວຽດນາມ 4 ຊົ່ວໂມງ) ສະນັ້ນຫຼາຍມື້ກຸ່ມນັກຂ່າວເຮັດວຽກຈົນລືມກິນເຂົ້າທ່ຽງ.

ບາງມື້ເຫດການດຳເນີນຊ້າ, ນັກຂ່າວຕ້ອງແກ້ໄຂສະຖານະການເຮັດຂ່າວ, ຂຽນບົດຢູ່ສະໜາມແຂ່ງຂັນ ເພື່ອສົ່ງມາໃຫ້ສຳນັກຂ່າວສານໃຫ້ທັນການໃນຕອນຄ່ຳ. ພາຍຫຼັງການແຂ່ງຂັນແຕ່ລະລາຍ, ຕາມປົກກະຕິແລ້ວນັກຂ່າວຫວຽດນາມ ເປັນຜູ້ສຸດທ້າຍອອກຈາກສະໜາມແຂ່ງຂັນ.

ຄຽງຂ້າງນັ້ນ, ການຮັກສາການຕິດຕໍ່ກັບບັນດາທີມຂອງກອງທັບປະຊາຊົນຫວຽດນາມທີ່ແຂ່ງຂັນຢູ່ຫຼາຍເຂດອື່ນຂອງສະຫະພັນລັດເຊຍ ກໍ່ຄືຢູ່ບັນດາປະເທດຮ່ວມເປັນເຈົ້າພາບຈັດຕັ້ງ Army Games, ຄື: ອຸສເບກິສະຖານ, ເບລາຣຸດ ກໍ່ສໍາຄັນທ່ີສຸດ. ບັນດານັກຂ່າວຕ້ອງກຳໄດ້ທັງໝົດແຜນການເຄື່ອນໄຫວຂອງບັນດາທີມ, ຮັບ ແລະແກ້ໄຂຂໍ້ມູນກ່ອນທີ່ຈະສົ່ງຂ່າວ ແລະບົດມາໃຫ້ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ຢູ່ຮ່າໂນ້ຍ.

leftcenterrightdel
ນັກຂ່າວ ດິງຈ້ອງຫາຍ ຖ່າຍຮູບຢູ່ສະໜາມຝຶກຊ້ອມ Alabino (ສະຫະພັນລັດເຊຍ). ພາບ: qdnd.vn.

ປະສົບກັບຄວາມຫຍຸ້ງຍາກຈຶ່ງ “ມີວິທີພິເສດ”

ຄວາມຫຍຸ້ງຍາກໃຫຍ່ທ່ີສຸດຂອງນັກຂ່າວໃນວິວັດການເຮັດຂ່າວຢູ່ Army Games 2020 ແມ່ນຍາມໃດກໍ່ຖືກຈໍາກັດຍ້ອນບັນດາຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ. ເພື່ອຮັບປະກັນຄວາມສະຫງົບຢູ່ສະໜາມຝຶກຊ້ອມ Alabino, ເຊິ່ງເປັນບ່ອນດຳເນີນບັນດາການແຂ່ງຂັນ “ລົດຕັງເຄື່ອນທີ່”, “ເຮືອນຄົວກາງສະໜາມ”, “ເຮືອນມິດຕະພາບ”. ເຖິງວ່າມີບັດນັກຂ່າວກໍ່ຕາມ, ແຕ່ຄະນະຈັດຕັ້ງກໍ່ຮຽກຮ້ອງໃຫ້ນັກຂ່າວບໍ່ໄດ້ໄປມາຢ່າງເສລີຕ້ອງເຄື່ອນໄຫວຢູ່ໃນເຂດທີ່ໄດ້ກຳນົດໃຫ້ ຫຼື ພາຍໃຕ້ການຕິດຕາມຂອງບັນດານາຍທະຫານຕິດຕໍ່ສື່ສານຂອງລັດເຊຍ. ໃນວິວັດການເຮັດຂ່າວຢ່າງເມົາມົວຢູ່ນັ້ນ, ນັກຂ່າວໄດ້ເລີຍອອກໄປຈາກບ່ອນສັງເກດການຂອງນາຍທະຫານຕິດຕໍ່ສື່ສານປະມານ 100 ແມັດ ກໍ່ຖືກຕັກເຕືອນໃນທັນທີ.

ເຖິງຢ່າງໃດກໍ່ຕາມ, ການເມົາມົວຫຼົງໃຫຼໃນການເຮັດຂ່າວຂອງກຸ່ມນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກໍ່ໄດ້ເຮັດຄະນະຈັດຕັ້ງ “ໃຈອ່ອນ”. ທ່ານພັນເອກ Oleg Youshkov, ຫົວໜ້າຂອງຂະແໜງສື່ສານຂອງ Army Games 2020, ໄດ້ມີວິທີພິເສດ ແລະເທື່ອໜຶ່ງໄດ້ພາຄະນະສື່ມວນຊົນຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຂ້າມບວກໄປຫາຈຸລົດຕັງກຸ່ມ 2 ພວມ ລໍຖ້າຮອດເວລາແຂ່ງຂັນເພື່ອຂຽນຂ່າວ. ຄະນະຈັດຕັ້ງກໍ່ສະຫງວນບູລິມະສິດໃຫ້ຫຼາຍກວ່າເມື່ອຈັດນາຍທະຫານສື່ສານໄປນຳຈົນຮອດເຂດເຮັດຂ່າວຕາມຄຳສະເໜີຂອງນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

ດ້ວຍການໜູນຊ່ວຍຂອງເຕັກໂນໂລຢີດີຈີຕອນ, ບັນດານັກຂ່າວກອງທັບຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ດ້ວຍການເຂົ້າຮ່ວມພິເສດທີ່ເຕັມໄປດ້ວຍຄຸນນະທາດ, ເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກໄດ້ສຳເລັດໜ້າທີ່ເຊິ່ງຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບໝາຍໃຫ້ໄດ້ເປັນຢ່າງດີເດັ່ນ. ໃນການເຮັດຂ່າວຢູ່ສະຫະພັນລັດເຊຍ ເປັນເວລາ 1 ເດືອນ, ກວ່າ 500 ຂ່າວ, ບົດ, ພາບສາລະຄະດີ, ວິດີໂອທີ່ກຸ່ມນັກຂ່າວສົ່ງມາໃຫ້ສຳນັກຂ່າວສານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ໄດ້ລົງພິມໃນບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ພ້ອມກັນນັ້ນບັນດາໜັງສືພິມພາຍໃນປະເທດກໍ່ໄດ້ຄັດສະເໜີ ແລະລົງພິມຄືນໃໝ່, ຊ່ວຍໃຫ້ຜູ້ອ່ານອັບເດັດຂ່າວໄດ້ຢ່າງທັນການ, ຄົບຖ້ວນ, ຫຼາຍຮູບແບບ ແລະຊັດເຈນກ່ຽວກັບຂໍ້ມູນຂອງບັນດາທີມກອງທັບປະຊາຊົນຫວຽດນາມ ແຂ່ງຂັນຢູ່ Army Games 2020. ຜ່ານສື່ມວນຊົນ, ຮູບພາບຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມການແຂ່ງຂັນຢູ່ລັດເຊຍ, ເບລາຣຸດ ແລະອຸສເບກິສະຖານຈົນສຸດຄວາມສະມາດຂອງຕົນແມ່ນພະຍານຫຼັກຖານລະອຽດຂອງການພົວພັນຮ່ວມມືດ້ານປ້ອງກັນຊາດຢ່າງເປີດກວ້າງລະຫວ່າງຫວຽດນາມ ກັບບັນດາປະເທດຕ່າງໆ, ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ.

Army Games 2020 ໄດ້ອັດລົງ, ຄະນະກອງທັບປະຊາຊົນຫວຽດນາມ ຍາດໄດ້ຫຼາຍຫຼຽນ, ຫຼາຍລາງວັນ. ພ້ອມກັບບັນດາທີມອື່ນ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນເຂົ້າໃນຜົນສຳເລັດດັ່ງກ່າວ, ປະກອບສ່ວນເຊີດຊູ, ຍົກສູງຮູບພາບ, ອິດທິພົນຊື່ສຽງຂອງທະຫານລຸງໂຮ່ ຢູ່ສະໜາມແຂ່ງຂັນສາກົນ.

ໂດຍ: ແສງເດືອນ