ເພີ່ມທະວີກໍາລັງແຮງລວມໝູ່

ໃນສະພາບການພະຍາດໂຄວິດ-19 ກໍາລັງຄຸກຄາມໃນທົ່ວໂລກອັນໄດ້ສ້າງຜົນເສຍຫາຍທີ່ຮ້າຍແຮງເຖິງເສດຖະກິດ-ສັງຄົມຂອງທຸກໆປະເທດ, ຂາດຄວາມໝັ້ນຄົງ, ສະຖຽນລະພາບຢູ່ບັນດາ “ຈຸດເຄັ່ງຮ້ອນ” ໃນໂລກ, ໃນນັ້ນມີທະເລຕາເວັນອອກ. ວົງການນັກຊ່ຽວຊານພາກພື້ນໃຫ້ຂໍ້ສັງເກດວ່າ, ໃນໄລຍະມໍ່ໆມານີ້, ການຜັນແປທີ່ສັບສົນຢູ່ທະເລຕາເວັນອອກອາດຈະເພີ່ມຂຶ້ນກວ່າອີກຖ້າວ່າບັນດາຝ່າຍທີ່ກ່ຽວຂ້ອງບໍ່ລະງັບໃຈຕໍ່ບັນດາການກະທໍາທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 17 ຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ຮ່າທູ.

ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ຂໍ້ສັງເກດວ່າ, ຄວາມພະຍາຍາມຂອງແຕ່ລະປະເທດທີ່ກ່ຽວຂ້ອງ ແລະການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດສະມາຊິກອາຊຽນ ໄດ້ ແລະກໍາລັງຮັກສາກໍາລັງໜູນໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນ. ອາຊຽນ ກໍາລັງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ແມ່ນໜ້ອຍເພື່ອແນໃສ່ປະຕິບັດໃຫ້ສໍາເລັດເປົ້າໝາຍວິໄສທັດປະຊາຄົມອາຊຽນ 2025. ເຖິງຢ່າງໃດກໍຕາມ, ອາຊຽນ ກໍ່ກໍາລັງຮັກສາບົດບາດໃຈກາງໃນບັນດາກົນໄກໂດຍອາຊຽນ ເປັນເຈົ້າພາທາງເພື່ອແນໃສ່ຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ໃນນັ້ນກອງທັບຂອງບັນດາປະເທດອາຊຽນ ໄດ້, ກໍາລັງ ແລະຕ້ອງສືບຕໍ່ປະຕິບັດໜ້າທີ່ຮັກສາສັນຕິພາບ, ສະຖຽນລະພາບໃຫ້ເປັນຢ່າງດີ, ພິເສດແມ່ນການສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງກໍາລັງຄວາມສາມາດ ແລະຄວາມສາມາດໃນການສົມທົບລວມລະຫວ່າງກອງທັບບັນດາປະເທດ, ໂດຍອີງໃສ່ການເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ.

ທີ່ກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 17 (ACDFM-17) ເຊິ່ງໄດ້ດໍາເນີນໃນທ້າຍອາທິດກ່ອນ, ຜູ້ຕາງໜ້າກອງທັບບັນດາປະເທດອາຊຽນລ້ວນແຕ່ເຫັນດີເປັນເອກະພາບຕໍ່ການຕີລາຄາສູງບົດບາດ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ພິເສດແມ່ນຫວຽດນາມ ໄດ້ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ຢ່າງມີປະສິດທິຜົນ. ສໍາລັບໜ້າທີ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ທະຕາຕາເວັນອອກ, ກອງທັບບັນດາປະເທດອາຊຽນ ໄດ້ເນັ້ນໜັກເຖິງເລື່ອງຕ້ອງຢຶດໝັ້ນຫຼັກການ, ແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ UNCLOS  ປີ 1982...

ຕໍ່ໜ້າບັນດາການຜັນແປຢູ່ພາກພື້ນ, ບັນດາປະເທດຕ້ອງເພີ່ມທະວີກໍາລັງແຮງລວມໝູ່, ຮ່ວມແຮງຮ່ວມໃຈກັນຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງໃຫ້ມີປະສິດທິຜົນກວ່າອີກ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍສ້າງປະຊາຄົມອາຊຽນ, ຍົກສູງບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ ແລະໃນໂລກ.

ເພີ່ມທະວີການເຈລະຈາ, ຮ່ວມມື

ຫວ່າງແລ້ວນີ້, ທີ່ກອງປະຊຸມທາງໄກຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 10, ທ່ານພົນຕີ ທ໊າຍດ້າຍຫງອັກ ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຖືວ່າ ຄວາມສ່ຽງທີ່ອາດຈະເກີດການແຕະຕ້ອງທາງການທະຫານລະຫວ່າງບັນດາປະເທດທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ ແລະທະເລຮວາຕຸງ ນັບມ້ືນັບສູງ. ສາຍເຫດແມ່ນເລີ່ມມາຈາກການເພີ່ມບັນດາການເຄື່ອນໄຫວດ້ານການທະຫານໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ, ໃນນັ້ນມີ  UNCLOS  ປີ 1982 ແລະບັນດາຄໍາໝັ້ນສັນຍາຢູ່ພາກພື້ນ. ຄຽງຂ້າງນັ້ນ, ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19 ກໍເປັນສິ່ງກີດຂວາງໃນຂະນະທີ່ກະຈາຍຄວາມສົນໃຈຂອງສາກົນ...

leftcenterrightdel
ພະນັກງານ, ນັກຮົບຢູ່ເກາະດ໊າລາດ, ໝູ່ເກາະເຈື່ອງຊາ, ແຂວງແຄ໊ງຮວ່າ.  ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM)  ຄັ້ງທີ 53 ໄດ້ດໍາເນີນໃນຕົ້ນເດືອນກັນຍາ ທີ່ຜ່ານມາ, ບັນດາປະເທດອາຊຽນ ໄດ້ສືບຕໍ່ຮຽກຮ້ອງໃຫ້ຊຸກຍູ້ບັນດາການເຈລະຈາກ່ຽວກັບ COC ໃຫ້ໄດ້ດໍາເນີນໂດຍໄວ ແລະສ້າງ COC ທີ່ມີປະສິດທິພາບ, ປະສິດທິຜົນໃຫ້ສໍາເລັດໂດຍໄວ ແລະສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982. ກໍຕາມວົງການນັກຊ່ຽວຊານສາກົນ, ໂລກໃນປັດຈຸບັນກໍາລັງໄດ້ຮັບຜົນສະທ້ອນຈາກການແກ່ງແຍ້ງລະຫວ່າງ ອາເມລິກາ - ຈີນ ແລະອາຊຽນ ກໍກໍາລັງປະສົບກັບຄວາມຫຍຸ້ງຍາກໃນການຕໍ່ສູ້ລະຫວ່າງສອງປະເທດມະຫາອໍານາດນີ້. ໃນນັ້ນ, ບັນດາການຊ້ອມຮົບ ແລະຜັນຂະຫຍາຍການທະຫານຂອງທັງອາເມລິກາ ແລະຈີນ ໄດ້ສ້າງຄວາມວິຕົກກັງວົນເມື່ອຊ້ອນແຝງການປະທະກັນດ້ານການທະຫານ, ໃນນັ້ນມີຢູ່ທັງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເພາະສະນັ້ນ, ອາຊຽນ ຕ້ອງສືບຕໍ່ຍູ້ແຮງການປັບປຸງກໍາລັງແຮງລວມໝູ່ກວ່າອີກ, ຍາມໃດກໍຕ້ອງເປັນເຈົ້າການ, ບໍ່ປະໃຫ້ບັນດາກໍາລັງຄອບງໍາ, ຮັບມືຢ່າງມີປະສິດທິຜົນ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນໃນການນໍາພາບັນດາຍຸດທະສາດຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນຢ່າງແທ້ຈິງ.

ໂດຍ: ໄຊຊະນະ