ບົດທີ 1: ຢັ້ງຢືນການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ

ຄະນະກອງທັບປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈເມື່ອໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນນຳມາໃຫ້ງານແຂ່ງຂັນການທະຫານ ເຊິ່ງທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໄດ້ຕີລາຄາວ່າ “ໃຫຍ່ກວ່າຜົນສຳເລັດ” ທີ່ພິທີອັດ Army Games 2020 ຜ່ານມາ. ສິ່ງເຫຼົ່ານັ້ນຍິ່ງມີຄວາມໝາຍໃນສະພາບການທີ່ຫວຽດນາມ ແລະສະຫະພັນລັດເຊຍ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950-2020).

ຄູ່ຮ່ວມມືທີ່ບໍລິສຸດຜຸດຜ່ອງ

ເຖິງວ່າຢູ່ຫ່າງໄກກັນດ້ານພູມສັນຖານກໍ່ຕາມ ແຕ່ວ່າໃນຕະຫຼອດໄລຍະທາງ 70 ປີ ຜ່ານມາ, ປະຊາຊົນຫວຽດນາມ ແລະສະຫະພັນລັດເຊຍ ໄດ້ມີຄວາມໃກ້ຊິດສະໜິດສະໜົມກ່ຽວກັບນ້ຳໃຈຮັກຫອມປະເທດ, ຈິດໃຈອອກແຮງງານດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ມີຄວາມເມດຕາປານີຢ່າງເລິກເຊິ່ງ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ ເພື່ອພ້ອມກັນກໍ່ສ້າງອະນຸສາວະລີມິດຕະພາບລະຫວ່າງສອງປະເທດຄືປະຈຸບັນ. ໂດຍບໍ່ຫົວຊາຕໍ່ບັນດາການຜັນແປຂອງປະຫວັດສາດ, ຄືທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ມີລັກສະນະພິເສດ, “ຊ້ຳບໍ່ໜຳຍັງໃຫຍ່ກວ່າຍຸດທະສາດ” ແລະສິ່ງທີ່ບໍ່ມີວັນປ່ຽນແປງໃນການພົວພັນລະຫວ່າງສອງປະເທດນັ້ນແມ່ນ: “ເຄົາລົບເຊິ່ງກັນ ແລະກັນ, ແມ່ນການພົວພັນທີ່ເປັນມູນເຊື້ອ, ມີຄວາມໄວ້ເນື້ອເຊື່ອໃຈ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ຮູ້ເຄົາລົບນັບຖື, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ບໍ່ເຫັນແກ່ຕົວຂອງບັນດາຄູ່ຮ່ວມມືທີ່ບໍລິສຸດຜຸດຜ່ອງ”. “ເວົ້າລວມ, ລັດເຊຍ ແລະຫວຽດນາມ ສາມາດຊອກຫາທິດທາງການເຄື່ອນໄຫວພັດທະນາການຮ່ວມມືທີ່ມີປະສິດທິຜົນ”, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ເຄີຍເນັ້ນໜັກໃນບົດຂຽນ “ລັດເຊຍ - ຫວຽດນາມ: ພ້ອມກັນກ້າວໄປເຖິງຂອບຟ້າ ການຮ່ວມມືໃໝ່” ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2013.

leftcenterrightdel
ທ່ານພົນເອກ Sergey Shoigu, ລັດຖະມົນກະຊວງປ້ອງກັນປະເທດສະຫະພັນລັດເຊຍ ກ່າວຄຳເຫັນທີ່ພິທີໄຂ Army Games 2020. ພາບ: qdnd.vn.

ໃນການພົວພັນຫວຽດນາມ-ສະຫະພັນລັດເຊຍ ທີ່ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຕີລາຄາໂດຍສັງລວມແລ້ວແມ່ນມີປະສິດທິຜົນ, ການຮ່ວມມືດ້ານປ້ອງກັນຊາດຮັກສາໄດ້ທີ່ຕັ້ງສຳຄັນ. ຖ້າວ່າການສະໜັບສະໜູນ ແລະການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນໂຊວຽດ ກ່ຽວກັບຫຼາຍດ້ານ, ລວມມີຂົງເຂດການທະຫານ, ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະທ້ອນໂຮມປະເທດຊາດເປັນເອກະພາບໄດ້ປະກອບສ່ວນສຳຄັນຊ່ວຍໃຫ້ປະຊາຊົນຫວຽດນາມ ກ້າວໄປສູ່ໄຊຊະນະສຸດທ້າຍດ້ວຍມະຫາໄຊລະດູບານໃໝ່ ປີ 1975 ນັ້ນ, ປະຈຸບັນ, ການຮ່ວມມືດ້ານປ້ອງກັນຊາດສອງປະເທດໄດ້ສືບຕໍ່ກຳນົດແມ່ນເສົາຄ້ຳ.

ໃນຊຸມປີຜ່ານມາ, ການພົວພັນດ້ານປ້ອງກັນຊາດຫວຽດນາມ-ສະຫະພັນລັດເຊຍ ນັບມື້ນັບພັດທະນາຕາມທິດມີຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ, ຮອບດ້ານ, ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຜົນປະໂຫຍດຂອງແຕ່ລະປະເທດ ກໍຄືບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍຄືຢູ່ໃນໂລກ. ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງກອງທັບສອງປະເທດ, ພ້ອມທັງແມ່ນພື້ນຖານເພື່ອໃຫ້ສອງຝ່າຍຜັນຂະຫຍາຍປະຕິບັດບັນດາເນື້ອໃນຮ່ວມມືທີ່ມີປະສິດທິຜົນ, ຄື: ແລກປ່ຽນທັດສະນະຍຸດທະສາດ; ບຳລຸງສ້າງພະນັກງານ; ເຮັດສຳເລັດຂອບການຮ່ວມມື; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ເຕັກນິກການທະຫານ, ຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ; ການແພດທະຫານ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ; ການແຂ່ງຂັນການທະຫານ, ວັດທະນະທຳ-ສິລະປະກອງທັບ...

ປະກອບສ່ວນປະຕິບັດປີຫວຽດນາມ ເຄື່ອນໄຫວຢູ່ລັດເຊຍ ແລະປີລັດເຊຍ ເຄື່ອນໄຫວຢູ່ຫວຽດນາມ ໃຫ້ສຳເລັດ

ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດທີ່ດີງາມເວົ້າສະເພາະ, ຄະນະກອງທັບປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມ Army Games ໄດ້ສະແດງໃຫ້ເຫັນການສະໜັບສະໜູນຕໍ່ບັນດາການເຄື່ອນໄຫວຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງ, ຈາກນັ້ນປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງກອງທັບສອງປະເທດຂຶ້ນຕື່ມ. ໃນຂະນະທີ່ Army Games ຜ່ານການຈັດຕັ້ງມາ 6 ຄັ້ງນັ້ນ, ຄະນະກອງທັບປະຊາຊົນຫວຽດນາມ ກໍ່ໄດ້ເຂົ້າຮ່ວມ 3 ຄັ້ງຢ່າງຕໍ່ເນື່ອງ ນັບແຕ່ການເຂົ້າຮ່ວມຄັ້ງທຳອິດແມ່ນໃນປີ 2018.

leftcenterrightdel
ພິທີແຫ່ທຸງຫວຽດນາມ ທີ່ພິທີໄຂ Army Games 2020. ພາບ: qdnd.vn.

ຕ້ອງເວົ້າວ່າ, ເຖິງວ່າເງື່ອນໄຂສະໜາມແຂ່ງຂັນ, ອາວຸດ, ອຸປະກອນເຕັກນິກຝຶກແອບພາຍໃນປະເທດມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ກັບສະພາບຕົວຈິງການແຂ່ງຂັນກໍ່ຕາມ, ແຕ່ວ່າຈຳນວນທີມຂອງກອງທັບປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມ Army Games ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກ 3 ທີມ ໃນປີ 2018 ແລະ8 ທີມໃນປີກາຍ, ກອງທັບປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມ Army Games 2020  ແມ່ນມີຈຳນວນນັກກິລາຫຼາຍກວ່າ. ປີນີ້, ໄດ້ຮັບການເຫັນດີຈາກນາຍົກລັດຖະມົນຕີ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຕົກລົງຈັດສົ່ງຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ 11 ລາຍການແຂ່ງຂັນ, ໃນນັ້ນມີຫຼາຍທີມໄດ້ເຂົ້າຮ່ວມແຂ່ງຂັນເປັນຄັ້ງທຳອິດ. ທ່ານພົນຕີ ໂງມິງຕ໊ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເນັ້ນໜັກທີ່ Army Games 2020 ວ່າ “ສິ່ງນີ້ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄ້ຳສຳຄັນ, ປະກອບສ່ວນເຂົ້າໃນການດຳເນີນປີຫວຽດນາມ ເຄື່ອນໄຫວຢູ່ລັດເຊຍ ແລະປີລັດເຊຍເຄື່ອນໄຫວ ຢູ່ຫວຽດນາມ 2019-2020 ໄດ້ສໍາເລັດຜົນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ”.

ເລື່ອງຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາເຫດການລະດັບສາກົນ, ຄື: Army Games ໄດ້ປະກອບສ່ວນປັບປຸງການພົວພັນມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ, ໃນນັ້ນມີສະຫະພັນລັດເຊຍ, ພ້ອມທັງເຊີດຊູຮູບພາບ, ອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ຄຽງຂ້າງນັ້ນ, ການໄປເຂົ້າຮ່ວມ Army Games ຍັງປະກອບສ່ວນຫັນແນວທາງພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ, ຖືກກັບແຜນນະໂຍບາຍຂອງພັກ ແລະລັດຫວຽດນາມ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ: “ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນມິດ ແລະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກໆປະເທດໃນປະຊາຄົມໂລກ ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະພັດທະນາ”.

ໂດຍ: ສົມເພັດ