leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ມອບອຸປະກອນການແພດໃຫ້ທີ່ປຶກສາທູດປ້ອງກັນຊາດຝະລັ່ງ ປະຈໍາ ຫວຽດນາມ. ພາບ: qdnd.vn.

ຕາມທ່ານພົນຕີ ຫວູຈ໊ຽນຖັ໊ງ ແລ້ວ, ບັນດາອຸປະກອນການແພດທີ່ມອບໃຫ້ປະເທດເພື່ອນມິດ, ລວມມີ: ຜ້າອັດປາກ-ອັດດັງ; ນ້ຳຢາຂ້າເຊື້ອ... ນີ້ລ້ວນແຕ່ແມ່ນບັນດາອຸປະກອນການແພດໂດຍບັນດາກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຜະລິດ, ຮັບປະກັນຄຸນນະພາບ ແລະສາມາດສົ່ງອອກ.

ຕໍ່ໜ້າການລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2 ທີ່ເກີດຂຶ້ນໃນທົ່ວໂລກ, ເລື່ອງມອບອຸປະກອນການແພດຈໍານວນໜຶ່ງໃຫ້ພະນັກງານ, ນາຍທະຫານກອງທັບຂອງບັນດາປະເທດແມ່ນມີຄວາມຈໍາເປັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ຍົກສູງຮູບພາບຂອງກະຊວງປ້ອງກັນປະເທດຫວຽດນາມ ສໍາລັບບັນດາປະເທດຄູ່ຮ່ວມມື; ພ້ອມທັງສະແດງໃຫ້ເຫັນຈິດໃຈສາມັກຄີຕ້ານພະຍາດໂຄວິດ-19 ຂອງນາຍົກລັດຖະມົນຕີ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການຮັບມືກັບບັນດາບັນຫາທີ່ມີລັກສະນະທົ່ວໂລກ, ເປັນຕົ້ນແມ່ນໃນຂະນະທີ່ຫວຽດນາມ ພວມດຳລົງຕຳແໜ່ງກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະປະທານອາຊຽນໃນປີ 2020.

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຖ່າຍຮູບເປັນທີ່ລະນຶກພ້ອມກັບທີ່ປຶກສາທູດປ້ອງກັນຊາດຝະລັ່ງ, ຮຸງກາລີ, ສ.ເກົາຫຼີ ແລະບັນດາຜູ້ແທນຢູ່ພິທີ. ພາບ: qdnd.vn.

ທີ່ພິທີມອບ-ຮັບ, ຜູ້ຕາງໜ້າກອງທັບຝະລັ່ງ, ຮຸງກາລີ ແລະສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ ແລະສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ອາລົມຈິດຄວາມຮັກແພງ ແລະການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງປະຊາຊົນ ແລະກອງທັບຫວຽດນາມ ສະຫງວນໃຫ້ປະຊາຊົນ ແລະກອງທັບບັນດາປະເທດ.

ໂດຍ: ເຈິ່ນຮວ່ຽນ