ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີຜູ້ຕາງໜ້າຄະນະອຳນວຍການອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP); ຝ່າຍອາເມລິກາ ມີທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ, ຜູ້ຕາງໜ້າຫ້ອງການຊອກຫາທະຫານທີ່ຫາຍສາບສູນຂອງອາເມລິກາ (ຫ້ອງການ MIA)  ປະຈຳ ຮ່າໂນ້ຍ ແລະຜູ້ຕາງໜ້າສະຖານທູດອາເມລິກາ ປະຈຳ ຫວຽດນາມ.

leftcenterrightdel
ພິທີສົ່ງອັດຖິທະຫານອາເມລິກາ ກັບຄືນປະເທດ. ພາບ: dangcongsan.vn.

ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ມອບໃຫ້ຜູ້ຕາງໜ້າຝ່າຍອາເມລິກາ 1 ອັດຖິທະຫານທີ່ຂຸດຄົ້ນໄດ້ໃນການຊອກຫາ ຄັ້ງທີ 140 (ແຕ່ເດືອນກໍລະກົດ ຫາເດືອນກັນຍາ 2020).

ທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງການຮ່ວມມືຢ່າງຄົບຖ້ວນ ແລະມີປະສິດທິຜົນຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃນວຽກງານ MIA, ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ໂດຍ: ແສງເດືອນ