ກອງປະຊຸມຄັ້ງນີ້ໄດ້ເພີ່ມທະວີສາຍພົວພັນສອງຝ່າຍກວ່າອີກ, ພ້ອມທັງສ່ອງແສງຄໍາໝັ້ນສັນຍາລວມຂອງສອງປະເທດກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແຫ່ງເສລີພາບ, ເອກະລາດ ແລະເປີດກວ້າງ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຫົວຂໍ້ ເຊິ່ງສອງຝ່າຍປຶກສາຫາລືລວມມີການຮ່ວມມືດ້ານການປ້ອງກັນຄວາມສະຫງົບ ແລະການຄ້າ, ການປ້ອງກັນຊາດ; ຄວາມໝັ້ນຄົງໃນການເດີນທະເລ; ຮັກສາສັນຕິພາບ, ຊຸກຍູ້ບັນດາຄວາມມານະພະຍາຍາມສາກົນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ. ບັນຫາມະນຸດສະທໍາ, ລວມມີເລື່ອງຊອກຫາຊະເລີຍເສິກ/ທະຫານອາເມລິກາທີ່ຫາຍສາບສູນໃນຂະນະປະຕິບັດໜ້າທີ່ເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກຫຼັງສົງຄາມ.

ໂດຍ: ທູຈາງ