ເພື່ອຮັບປະກັນການຕ້ອນຮັບແຂກຢ່າງຮອບຄອບຖີ່ຖ້ວນ, ຫ້ອງເສນາທິການກອງພົນ ໄດ້ເປັນເຈົ້າການປະສານງານກັບບັນດາຫ້ອງການ, ພະແນກຂອງກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ແລະບັນດາອົງການທີ່ກ່ຽວຂ້ອງຂັ້ນເທິງ ເພື່ອກໍາແໜ້ນເວລາ, ເນື້ອໃນ, ລາຍການ ແລະຂໍ້ກໍານົດກ່ຽວກັບການຕ້ອນຮັບແຕ່ລະຄະນະຢ່າງລະອຽດ. ເມື່ອມີແຜນການຂອງຜູ້ບັນຊາການກອງພົນ, ຫ້ອງການເສນາທິການ ໄດ້ເປັນເຈົ້າພາບຜັນຂະຫຍາຍ, ແນະນໍາ, ຊີ້ນຳບັນດາກົມກອງສັງກັດກອງພົນທັງປະຕິບັດວຽກງານຕ້ອນຮັບແຂກ ແລະປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ ແລະບັນດາໜ້າທີ່ບັງເອີນຕ່າງໆໃຫ້ເປັນຢ່າງດີ.

leftcenterrightdel
ພະນັກງານ, ນັກຮົບກອງພົນ 308 ຕ້ອນຮັບແຂກສາກົນທີ່ມາຢ້ຽມຢາມກົມກອງ. ພາບ: qdnd.vn.

ດ້ວຍທິດນໍາກະກຽມ ແລະຕ້ອນຮັບແຂກຕ້ອງຮັບປະກັນ “ລະບຽບຫຼວງ, ຮອບຄອບຖີ່ຖ້ວນ, ສົມກຽດ, ປອດໄພ”, ປະຕິບັດບັນດາຂໍ້ກໍານົດໃນວຽກງານພົວພັນຕ່າງປະເທດເປັນຢ່າງດີ, ຫ້ອງການເສນາທິການໄດ້ເປັນເຈົ້າພາບສົມທົບກັບກໍາລັງຕໍາຫຼວດ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສະຖານທີ່ທີ່ກົມກອງຕັ້ງທັບຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ແກ່ບັນດາຄະນະຜູ້ແທນທີ່ມາຢ້ຽມຢາມ ແລະເຮັດວຽກທີ່ກົມກອງ.

ໃນຊຸມປີມໍ່ໆມານີ້, ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍູ້ແຮງ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະເທດຕ່າງໆໄດ້ຮັບການເປີດກວ້າງ, ພັດທະນາ, ມີຫຼາຍເນື້ອໃນໃໝ່. ຍ້ອນເຫດນັ້ນ, ບັນດາຄະນະຜູ້ແທນສາກົນມາຢ້ຽມຢາມກອງພົນນັບມື້ນັບຫຼາຍຂຶ້ນ. ບັນດາຄະນະຜູ້ແທນສາກົນເມື່ອມາຢ້ຽມຢາມກອງພົນ 308, ບໍ່ພຽງແຕ່ນິຍົມນັບຖືຕໍ່ປະຫວັດສາດທີ່ເປັນມູນເຊື້ອອັນອົງອາດກ້າຫານຂອງກອງພົນເວົ້າສະເພາະ, ຄວາມເຕີບໃຫຍ່ ແລະພັດທະນາຂອງກອງທັບປະຊາຊົນຫວຽດນາມເວົ້າລວມເທົ່ານັ້ນ, ຫາກເຂົາເຈົ້າຍັງຮູ້ສຶກປະທັບໃຈເປັນພິເສດຕໍ່ຄວາມຮອບຄອບຖີ່ຖ້ວນ, ຄວາມສຸດຈິດສຸດໃຈ ແລະເປັນລະບຽບຫຼວງຂອງກົມກອງ.

ບັນດາໝາກຜົນໃນການເຂົ້າຮ່ວມວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງກອງພົນ 308 ໄດ້ ແລະພວມປະກອບສ່ວນເຮັດໃຫ້ຮູບພາບກອງທັບປະຊາຊົນຫວຽດນາມ ສວຍງາມກວ່າອີກໃນສາຍຕາເພື່ອນມິດສາກົນ.

ໂດຍ: ທະນາພອນ