ທີ່ການແລກປ່ຽນ, ທ່ານ  Vladimir Primak, ຜູ້ອໍານວຍການກອງທຶນລົງທຶນໂດຍກົງສະຫະພັນລັດເຊຍ ໄດ້ແນະນຳໂດຍສັງເຂບກ່ຽວກັບວັກຊິນ Sputnik V, ປະເພດວັກຊິນປ້ອງກັນ SARS-CoV-2 ທໍາອິດທີ່ລັດເຊຍ ໄດ້ອະນຸຍາດຜະລິດ.

ທ່ານພົນຈັດຕະວາ ຫງວຽນຊວນກຽນ ໃຫ້ຮູ້ວ່າ ໃນສະພາບການພະຍາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ບາງປະເທດ, ໃນນັ້ນມີສະຫະພັນລັດເຊຍ ໄດ້ນຳໜ້າໃນການຄົ້ນຄວ້າ ແລະຜະລິດວັກຊິນປ້ອງກັນ SARS-CoV-2. ທ່ານພົນຈັດຕະວາ ຫງວຽນຊວນກຽນ ອວຍພອນຜົນສຳເລັດເຊິ່ງຝ່າຍລັດເຊຍ ບັນລຸໄດ້ໃນການຄົ້ນຄວ້າ, ຜະລິດວັກຊິນ Sputnik V, ທ່ານຢັ້ງຢືນວ່າ ຂະແໜງການແພດທະຫານຂອງຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືລັດເຊຍ ໃນການທົດລອງວັກຊິນປ້ອງກັນ SARS-CoV-2 ເມື່ອບັນດາອົງການກ່ຽວຂ້ອງອະນຸຍາດໃຫ້; ເນື້ອໃນຈະລາຍງານກັບກະຊວງປ້ອງກັນປະເທດ, ກະຊວງສາທາລະນະສຸກຫວຽດນາມ ໃນໄວໆນີ້.

ໂດຍ: ແສງເດືອນ