leftcenterrightdel
ທ່ານພົນເອກ ໂງຊວນລິກ ສົນທະນາທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: ວັນຮ໊ຽວ.

ທີ່ການສົນທະນາທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ບັນລຸໄດ້ໃນໄລຍະຜ່ານມາ. ສອງຝ່າຍເນັ້ນໜັກວ່າ ໃນສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນທີ່ສຸດ, ແຕ່ກະຊວງປ້ອງກັນປະເທດສອງປະເທດ ໄດ້ຜັນຂະຫຍາຍບັນດາເນື້ອໃນແຜນການຮ່ວມມືປີ 2020 ຢ່າງມີປະສິດທິຜົນ, ພິເສດແມ່ນແບ່ງປັນບົດຮຽນ, ໜູນຊ່ວຍອຸປະກອນການແພດໃນການປ້ອງກັນ, ຕ້ານພະຍາດຢ່າງທັນການ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເປັນເຈົ້າການ, ທັນການ ແລະມີໄຫວພິບຂອງກະຊວງປ້ອງກັນປະເທດສອງປະເທດ ຕໍ່ໜ້າການຜັນແປຂອງສະພາບການໃໝ່ກໍ່ຄືຄວາມຕັດສິນໃຈຂອງສອງຝ່າຍແມ່ນບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການຮ່ວມມືດ້ານປ້ອງກັນຊາດຂອງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບ. ພາບ: ວັນຮ໊ຽວ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສົມທົບກັນກວດກາຄືນ ແລະຊີ້ນຳບັນດາອົງການກະຊວງປ້ອງກັນປະເທດສອງປະເທດຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະແຜນການຮ່ວມມືປີ 2020 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃຫ້ເປັນຢ່າງດີ ແລະທັນການ; ສືບຕໍ່ປັບປຸງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືເປັນຕົ້ນແມ່ນກົນໄກແລກປ່ຽນນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ເພີ່ມທະວີການສົມທົບກັນ, ຮ່ວມມືລະຫວ່າງກໍາລັງຄຸ້ມຄອງ ແລະປົກປັກຮັກສາເຂດຊາຍແດນຂອງສອງປະເທດໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຄ້າເຖື່ອນ, ຄ້າຂາຍ, ຂົນສົ່ງຢາເສບຕິດປະເພດຕ່າງໆ; ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວລາດຕະເວນ, ຄວບຄຸມຊາຍແດນ, ດ່ານຕ່າງໆຢ່າງແໜ້ນແຟ້ນເພື່ອສະກັດກັ້ນການເຄື່ອນໄຫວເຂົ້າອອກເມືອງຢ່າງຜິດກົດໝາຍ, ປະກອບສ່ວນສະກັດກັ້ນພະຍາດໂຄວິດ-19 ຢູ່ແຕ່ລະປະເທດ, ເພີ່ມທະວີການຮ່ວມມືແບ່ງປັນບົດຮຽນໃນການກໍ່ສ້າງກອງທັບ; ເພີ່ມທະວີການຮ່ວມມືໃນການໂຄສະນາ, ບໍາລຸງສ້າງ, ຮັບປະກັນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດໄວ້ໃຫ້ໝັ້ນຄົງ.

ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ສະແດງການສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍໃນຂອບເຂດອາຊຽນ ກໍ່ຄືຕໍ່ກັບບັນດາກົນໄກໂດຍອາຊຽນສວມບົດບາດໃຈກາງ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການປະຕິບັດສຳເລັດບົດບາດເປັນປະທານອາຊຽນ.

ໂດຍ: ທູຈາງ