ການແຂ່ງຂັນຂອງລົດຕັງ 4 ຄັນຢູ່ສະໜາມຝຶກຊ້ອມ Alabino ໃນວັນທີ 4 ກັນຍາ ເປັນການຕັດສິນວ່າທີມໃດຈະເຂົ້າເສັ້ນໄຊກ່ອນໝູ່. ພາຍຫຼັງການແຂ່ງຂັນໃນຮອບຮອງຊະນະເລີດສາຍ 2 ເມື່ອວັນທີ 2 ກັນຍາ, ທີມລົດຕັງຫວຽດນາມ ໄດ້ກ້າວເຂົ້າສູ່ການແຂ່ງຂັນດ້ວຍເຈດຈໍານົງສູງ,  ຕັດສິນໃຈຍາດເອົາໄຊຊະນະໃຫ້ໄດ້. ໃນລາຍການແຂ່ງຂັນ “ລົດຕັງເຄື່ອນທີ່”, ທີມລົດຕັງຫວຽດນາມ ຍາດໄດ້ຫຼຽນຄໍາ.

leftcenterrightdel
 
leftcenterrightdel
ໜ່ວຍປະຈໍາລົດຕັງຂອງຫວຽດນາມ ກ່ອນເວລາອອກແຂ່ງຂັນ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ຄວາມເບີກບານມ່ວນຊື່ນເມື່ອຍາດໄດ້ໄຊຊະນະ. ພາບ: qdnd.vn.

ພາຍຫຼັງສິ້ນສຸດການແຂ່ງຂັນ,  ຜູ້ຊົມຜູ້ເຊຍໄດ້ລົງໄປສະໜາມຝຶກຊ້ອມ Alabino, ເຊິ່ງແມ່ນບ່ອນທີ່ມີນັກແຂ່ງຂັນ ແລະລົດຕັງ ຂອງທີມກອງທັບປະຊາຊົນຫວຽດນາມ ຈອດຢູ່.

leftcenterrightdel
ຜູ້ຊົມຜູ້ເຊຍຫວຽດນາມ ສະແດງຄວາມຊົມເຊີຍຕໍ່ໄຊຊະນະຂອງທີມລົດຕັງຫວຽດນາມ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ທີມລົດຕັງຂອງລາວ ອວຍພອນ, ສະແດງຄວາມຊົມເຊີຍຕໍ່ໄຊຊະນະຂອງທີມລົດຕັງຫວຽດນາມ. ພາບ: qdnd.vn.

ບໍ່ພຽງແຕ່ມີຜູ້ຊົມຜູ້ເຊຍຫວຽດນາມເທົ່ານັ້ນທີ່ມີການສະຫຼອງໄຊຊະນະ, ຍັງມີຄະນະການນໍາທີມລົດຕັງຂອງກອງທັບປະຊາຊົນລາວ ກໍ່ໄດ້ມາອວຍພອນ, ສະແດງຄວາມຍິນດີ, ຮ່ວມເບີກບານມ່ວນຊື່ນກັບທີມລົດຕັງຫວຽດນາມອີກດ້ວຍ. ໃນຮອບຊີງຊະນະເລີດຜ່ານມາ, ທີມລົດຕັງຂອງລາວ ໄດ້ອັນດັບທີ 2, ຕໍ່ຈາກນັ້ນແມ່ນທີມຕັດຈີກິດສະຕັງ ແລະມຽນມາ. ທ່ານພັນເອກ ບຸນພອນ ລົມພະຈັນ, ຫົວໜ້າທີມລົດຕັງກອງທັບປະຊາຊົນລາວ  ເວົ້າວ່າ: “ຂ້າພະເຈົ້າດີໃຈທີ່ສຸດ ຍ້ອນວ່າທີມລົດຕັງຂອງຫວຽດນາມ ແລະລາວ ພ້ອມກັນໄດ້ເຂົ້າຮອບຊີງຊະນະເລີດ. ໃນການແຂ່ງຂັນໃນຮອບຊີງຊະນະເລີດນັ້ນ, ທີມລົດຕັງຂອງຫວຽດນາມ ໄດ້ອັນດັບທີ 1  ແລະທີມລົດຕັງຂອງລາວ ໄດ້ອັນດັບທີ 2 ແລະຜ່ານການແຂ່ງຂັນໃນຮອບຊີງຊະນະເລີດນີ້ ໄດ້ເຮັດໃຫ້ທ່ົວໂລກຮູ້ຈັກເຖິງນໍ້າໃຈໄມຕີຈິດມິດຕະພາບລະຫວ່າງຫວຽດນາມ-ລາວ ຕື່ມອີກ. ສິ່ງດັ່ງກ່າວໄດ້ປະກອບສ່ວນປັບປຸງສາຍພົວພັນລະຫວ່າງຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ”.

ໂດຍ: ທູຈາງ