leftcenterrightdel
ທ່ານພົນເອກ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ກ່າວຄໍາເຫັນທີ່ພິທີປິດ. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປິດ Army Games 2020. ພາບ: qdnd.vn.

ທີ່ງານແຂ່ງຂັນໃນປີນີ້, ທີມກອງທັບປະຊາຊົນຫວຽດນາມ ຍາດໄດ້ຜົນງານດີເດັ່ນຫຼາຍຢ່າງ, ເຮັດໄດ້ລື່ນກາຍເປົ້າໝາຍທີ່ວາງອອກ.  ໃນນັ້ນ, ທີມລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ມີບາດລ້ຽວສໍາຄັນເມື່ອຍາດໄດ້ຫຼຽນຄໍາໃນສາຍ 2 ຂອງລາຍການແຂ່ງຂັນ “ລົດຕັງເຄື່ອນທີ່”. ສິ່ງດັ່ງກ່າວມີຄວາມໝາຍດຽວກັນກັບເລື່ອງທີມລົດຕັງຫວຽດນາມ ໄດ້ຮັບການຍົກລະດັບປີໜ້າໄດ້ເຂົ້າໄປແຂ່ງຂັນຢ່າງເປັນທາງການໃນສາຍ 1 ພ້ອມກັບທີມຂອງບັນດາປະເທດຄື ລັດເຊຍ, ເບລາຣຸດສ, ຈີນ....

leftcenterrightdel
ທ່ານພົນເອກ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ມອບຂັນຊະນະເລີດທ່ົວຄະນະໃຫ້ແກ່ຄະນະກອງທັບລັດເຊຍ. ພາບ: qdnd.vn.

ທີມຊ່າງແສງ, ທີມກູ້ໄພກູ້ຊີບ ກໍ່ຍາດໄດ້ຫຼຽນທອງ. ພິເສດເປັນຄັ້ງທໍາອິດທີ່ເຂົ້າຮ່ວມ Army Games, ແຕ່ທີມສື່ສານ ຢືນອັນດັບທີ 3  ແລະໄດ້ຮັບຫຼຽນທອງໃນລາຍການແຂ່ງຂັນທະຫານສື່ສານ “ທັກສະທີ່ຊໍານິຊໍານານ”.

ເຖິງວ່າແຂ່ງຂັນກັບທີມທີ່ແຂງແກ່ນກວ່າ ແລະມີປະສົບການຫຼາຍກວ່າກໍ່ຕາມ, ແຕ່ທີມຍິງບັ່ນທອນຫວຽດນາມ ໄດ້ພິສູດໃຫ້ເຫັນຄຸນນະທາດຂອງນັກຍິງປືນກອງທັບປະຊາຊົນຫວຽດນາມ ເມື່ອລອດເຂົ້າກຸ່ມ A1. ໝາກຜົນສຸດທ້າຍຂອງລາຍການແຂ່ງຂັນ “ເຂດຂັ້ນຜູ້ຍິງປືນ”, ທີມຍິງບັ່ນທອນ ຢືນອັນດັບທີ 4/7.

ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງ, ບັນດາທີມຄື: ເຮືອນຄົວກາງສະໜາມ, ເຄມີສາດ, ເສນາຮັກ, ທະຫານປືນໃຫຍ່, ຝຶກແອບໝາວິຊາສະເພາະ, ທ້ອງຟ້າໃສແຈ້ງ ລ້ວນແຕ່ບັນລຸຜົນງານທີ່ດີ.

leftcenterrightdel
ລາຍການສະແດງສິລະປະຂອງທີມສິລະປະຫວຽດນາມ ທີ່ພິທີປິດ Army Games 2020. ພາບ: qdnd.vn.

ໄປຄຽງຄູ່ກັບການແຂ່ງຂັນທີ່ຂ້ຽວຂາດ, ຕື່ນເຕັ້ນ, ທີມກອງທັບປະຊາຊົນຫວຽດນາມ ຍັງປະກອບສ່ວນໂຄສະນາກ່ຽວກັບຮູບພາບປະເທດຊາດ ແລະຊາວຫວຽດນາມ ເຖິງເພື່ອນມິດສາກົນຜ່ານລາຍການພົບປະແລກປ່ຽນສິລະປະ. ບັນດາລາຍການ ໂດຍທີມວັດທະນະທໍາສິລະປະ ສະແດງທີ່ພິທີປິດ Army Games 2020 ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບບັນດາປະເທດ.

ໂດຍ: ທູຈາງ