leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການສົນທະນາທາງໂທລະສັບກັບທ່ານ Park Jae-min ຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ. ພາບ: ຟ້າມຮ໊ຽວ.

ທີ່ການສົນທະນາທາງໂທລະສັບຕ່າງໆ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານໃນການຄວບຄຸມພະຍາດໂຄວິດ-19 ຄືປະຈຸບັນແມ່ນຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການຊີ້ນໍາຢ່າງຂ້ຽວຂາດຂອງລັດຖະບານ, ການເຂົ້າຮ່ວມຂອງບັນດາກະກວງ, ຂະແໜງການ, ທ້ອງຖິ່ນ, ໃນນັ້ນກອງທັບປະຊາຊົນຫວຽດນາມ ແມ່ນກໍາລັງມີບົດບາດເປັນເຈົ້າການ, ຕັ້ງໜ້າ. ຫວຽດນາມ ແບ່ງປັນຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນໃຫ້ແກ່ປະຊາຊົນສ.ເກົາຫຼີ ແລະອິນເດຍ, ສະແດງຄວາມເຊື່ອໝັ້ນວ່າສອງປະເທດຈະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ຫວຽດນາມ ຕັດສິນໃຈບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການເຄື່ອນໄຫວລວມຂອງປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ສ່ວນທ່ານ Park Jae-min ແລະທ່ານ Ajay Kumar ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ, ເປັນຕົ້ນແມ່ນບັນດາການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມ, ໃນວຽກງານປ້ອງກັນ,  ຕ້ານພະຍາດໂຄວິດ-19, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຮັບຜົນສໍາເລັດຄືດັ່ງກ່າວແມ່ນຍ້ອນນໍາໃຊ້ວິທີການສຳຜັດຮອບດ້ານ, ທົ່ວປະເທດຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບລະຫວ່າງທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Ajay Kumar ເລຂາກະຊວງປ້ອງກັນປະເທດອິນເດຍ. ພາບ: ຟ້າມຮ໊ຽວ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ ພ້ອມກັບຄູ່ຕໍາແໜ່ງສອງທ່ານໄດ້ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງໃນໄລຍະຈະມາເຖິງ; ຢັ້ງຢືນຄວາມຕັດສິນໃຈບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການຮ່ວມມືດ້ານປ້ອງກັນຊາດທີ່ພວມໃນທ່າພັດທະນາລະຫວ່າງຫວຽດນາມ ກັບສ.ເກົາຫຼີ ແລະອິນເດຍ.

ກ່ຽວກັບການຮ່ວມມືສອງຝ່າຍກັບສ.ເກົາຫຼີ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍປະສິດທິຜົນບັນດາຄໍາໝັ້ນສັນຍາລະຫວ່າງສອງກະຊວງປ້ອງກັນປະເທດໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຮັກສາສັນຕິພາບສະຫະປະຊາຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ກ່ຽວກັບການຮ່ວມມືສອງຝ່າຍກັບອິນເດຍ, ສອງຝ່າຍຕີລາຄາການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າສໍາຄັນໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະອິນເດຍ; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີເສນາຮັກ, ການຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກໍາປ້ອງກັນຊາດ, ກໍ່ສ້າງ...

ໂດຍ: ເຈິ່ນຮວ່ຽນ