ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມີ: ແບ່ງປັນບົດຮຽນຂອງກອງທັບບັນດາປະເທດອາຊຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ປຶກສາຫາລືທິດທາງຮ່ວມມືຮັບມືກັບພະຍາດໃນອະນາຄົດ. ກອງປະຊຸມກໍ່ປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນອາຊຽນ ລວມມີ: ແບ່ງປັນທັດສະນະກ່ຽວກັບສະພາບການຂອງໂລກ, ພາກພື້ນໃນສະພາບພະຍາດໂຄວິດ-19 ແລະສະໄໝຫຼັງພະຍາດ, ປຶກສາຫາລື, ກໍານົດທິດການຮ່ວມມືດ້ານປ້ອງກັນຊາດອາຊຽນໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຄວາມມານະພະຍາຍາມລວມຂອງລັດຖະບານຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດ. ຄຽງຂ້າງນັ້ນກໍ່ຮ່ວມມືສອງຝ່າຍຢ່າງຕັ້ງໜ້າກັບກະຊວງປ້ອງກັນປະເທດຕ່າງໆເພື່ອແນໃສ່ແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ADSOM. ພາບ: ຈ້ອງຫາຍ.

ຕີລາຄາສູງຕໍ່ປະຕິກິລິຍາຢ່າງວ່ອງໄວຂອງສູນການແພດອາຊຽນ ໃນການຜັນຂະຫຍາຍການຝຶກຊ້ອມແກ້ໄຂກໍລະນີ (TTX) ທາງໄກໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານພົນໂທ ຫງວຽນຈີ໊ວີ້ງ ຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວດຶງດູດຄວາມເອົາໃຈໃສ່ຈາກປະເທດຕ່າງໆ. ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີ 2 ປະເທດປະທານຮ່ວມກຸ່ມຊ່ຽວຊານ ADMM+  ທາງດ້ານເສນາຮັກປີ 2020-2023 ແມ່ນບຣູໄນ ແລະອົດສະຕາລີ ນໍາການເຄື່ອນໄຫວຝຶກຊ້ອມ TTX  ກາຍເປັນການເຄື່ອນໄຫວປະຈໍາປີ ໂດຍກຸ່ມຊ່ຽວຊານພ້ອມກັບສູນເສນາຮັກອາຊຽນ ເປັນເຈົ້າພາບຜັນຂະຫຍາຍ. ຫວຽດນາມ ພ້ອມແລ້ວທີ່ຈະເປັນເຈົ້າພາບ ຈັດຕັ້ງການຝຶກຊ້ອມ TTX ຄັ້ງທໍາອິດ ເພື່ອເຊື່ອມຕໍ່ຄວາມມານະພະຍາຍາມລວມລະຫວ່າງສອງປະເທດປະທານຮ່ວມກຸ່ມຊ່ຽວຊານ ADMM+ ແລະສູນເສນາຮັກອາຊຽນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມທາງໄກ ADSOM. ພາບ: ຈ້ອງຫາຍ.

ເມື່ອແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງໃນສະພາບພະຍາດໂຄວິດ-19, ທ່ານພົນໂທ ຫງວຽນຈີ໊ວີ້ງ ຖືວ່າ ນີ້ບໍ່ພຽງແຕ່ແມ່ນວິກິດການດ້ານການແພດເທົ່ານັ້ນ, ຫາກຍັງກາຍເປັນວິກິດການຮອບດ້ານສໍາລັບມວນມະນຸດ, ມີຄວາມສ່ຽງພາໄປເຖິງບັນດາການຫັນປ່ຽນກ່ຽວກັບພູມສາດການເມືອງໃນໂລກ ກໍ່ຄືການພົວພັນລະຫວ່າງປະເທດຕ່າງໆໃນໂລກ. ໃນສະພາບການນັ້ນ, ກອງປະຊຸມ ADMM ວົງແຄບປີ 2020 ໄດ້ອອກຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບພະຍາດ, ໃນນັ້ນໃຫ້ຄໍາໝັ້ນສັນຍາຕັດສິນໃຈພ້ອມກັນສາມັກຄີເພື່ອຜ່ານຜ່າພະຍາດໂຄວິດ-19 ເພື່ອຜົນປະໂຫຍດຂອງປະຊາຊົນອາຊຽນ.

ໂດຍ: ທູຈາງ