ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິວິ້ງ ຢັ້ງຢືນວ່າ: “ມື້ນີ້ພວກເຮົາຈັດຕັ້ງກອງປະຊຸມທາງໄກແມ່ນເພື່ອແລກປ່ຽນນຳກັນກ່ຽວກັບວິທີການສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນສະພາບການທີ່ພວກເຮົາຍັງຖືກແຍກປ່ຽວ, ຫຼາຍປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19. ດ້ວຍຖານະເປັນປະເທດເຈົ້າພາບ, ຫວຽດນາມ ຈະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ສໍາເລັດເນື້ອໃນທີ່ໄດ້ວາງອອກດ້ວຍໝາກຜົນດີທີ່ສຸດ ແລະປອດໄພທີ່ສຸດ”.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ກ່າວຄໍາເຫັນທີ່ກອງປະຊຸມທາງໄກ ADSOM WG. ພາບ: ຈ້ອງຫາຍ.

ທ່ານພົນໂທ ຫງວຽນຈິວິ້ງ ຫວັງວ່າ ບັນດາຜູ້ແທນຈະພ້ອມກັນແລກປ່ຽນກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍໃນການຕ້ານພະຍາດໂຄວິດ-19; ກວດກາຄືນໂຄງການດໍາເນີນງານອາຊຽນ 2020 ແລະກະກຽມແຜນການໃໝ່ເຮັດແນວໃດເພື່ອໃຫ້ໂຄງການນີ້ໄດ້ຮັບການສືບຕໍ່ດຳເນີນໄປເປັນຢ່າງດີທີ່ສຸດ; ພ້ອມທັງປຶກສາຫາລື, ແລກປ່ຽນເພື່ອຈັດຕັ້ງການຝຶກຊ້ອມແພດທະ ຫານອາຊຽນທາງໄກໃນການຕ້ານບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ໃນນັ້ນມີການຕ້ານພະຍາດໂຄວິດ-19 ຂອງບັນດາປະເທດອາຊຽນ.

ທ່ານພົນໂທ ຫງວຽນຈິວິ້ງ ຖືວ່າ ໂລກລະບາດໂຄວິດ-19 ຈະບໍ່ກີດຂວາງ, ຕັດຂາດບັນດາການເຄື່ອນໄຫວ, ຊໍ້າບໍ່ໜໍາ ອາຊຽນ ຍັງສາມາດເຮັດໄດ້ຫຼາຍກວ່າ ຖ້າໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຜ່ານບັນດາການເຄື່ອນໄຫວທາງໄກ ຄືໃນມື້ນີ້.

leftcenterrightdel
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມທາງໄກ ADSOM WG. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນປີ 2020, ລວມມີ: ອັບເດດວິວັດການຮ່ວມມືດ້ານປ້ອງກັນຊາດອາຊຽນ, ໃນນັ້ນມີວຽກງານກະກຽມການຝຶກຊ້ອມແກ້ໄຂກໍລະນີຂອງແພດທະຫານອາຊຽນ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ຕີລາຄາຂໍ້ລິເລີ່ມໃໝ່ຈໍານວນໜຶ່ງໃນ ADMM; ແຜນການເຄື່ອນໄຫວ 3 ປີຂອງ ADMM (2020 - 2022); ແຜນການເຄື່ອນໄຫວ 3 ປີຂອງກຸ່ມຊ່ຽວຊານ ADMM+ (2020 - 2022); ເຮັດວຽກງານກະກຽມໃຫ້ແກ່ກອງປະຊຸມທາງໄກ ADSOM, ເຊິ່ງຄາດຄະເນວ່າຈະດໍາເນີນໃນວັນທີ 15 ພຶດສະພາ ຈະມາເຖິງນີ້.

ໂດຍ: ໄຊຊະນະ