ໃບຍ້ອງຍໍຂອງທ່ານພົນຕີ Daniel Traore, ຜູ້ບັນຊາກໍາລັງການທະຫານຄະນະປະຕິບັດງານ MINUSCA ມອບໃຫ້ທ່ານນາງພັນໂທ ຫງວຽນທິລຽນ ມີຕອນຂຽນວ່າ: "ຄວາມເມດຕາ ແລະເຈດຕະນາດີຂອງເຈົ້າສະແດງໃຫ້ເຫັນບັນດາຄຸນຄ່າຫຼັກແຫຼ່ງຂອງສະຫະປະຊາຊາດ". ເຈົ້າສົມເປັນນັກການທູດລ້ຳເລີດຂອງຫວຽດນາມ”.

leftcenterrightdel
ທ່ານພົນຕີ Daniel Traore, ຜູ້ບັນຊາການກໍາລັງການທະຫານຄະນະປະຕິບັດງານ MINUSCA ພົບປະ ແລະຍ້ອງຍໍການກະທໍາອັນດີງາມຂອງທ່ານາງພັນໂທ ຫງວຽນທິລຽນ. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ທ່ານນາງພັນໂທ ລຽນ ໃຫ້ຮູ້ວ່າ ວັນທີ 4 ພຶດສະພາ, ລັດຖະບານ ສ. ອາຟະລິກາກາງ ດ້ວຍການໃຫ້ຄຳປຶກສາຂອງຄະນະປະຕິບັດງານ MINUSCA ໄດ້ອອກຄໍາສັ່ງຮຽກຮ້ອງປະຊາຊົນທຸກຄົນຕ້ອງໃສ່ຜ້າອັດປາກ-ອັດດັງຢູ່ສະຖານທີ່ສາທາລະນະ. ຜ້າອັດປາກ-ອັດດັງກາຍເປັນສິນຄ້າທີ່ຫາຍາກສຳລັບປະຊາຊົນ ສ. ອາຟະລິກາກາງ ແລະພາລະກອນສະຫະປະຊາຊາດ ກຳລັງເຮັດວຽກຢູ່ປະເທດນີ້,  ຍ້ອນວ່າປະຊາຊົນທ້ອງຖິ່ນ ແລະພາລະກອນສ່ວນໃຫຍ່ຂອງສະຫະປະຊາຊາດ ບໍ່ເຄີຍໃສ່ຜ້າອັດປາກ-ອັດດັງ. “ພາລະກອນສະຫະປະຊາຊາດທຸກຄົນຕ້ອງເປັນແບບຢ່າງປະຕິບັດຕາມຄຳສັ່ງນຳໃຊ້ຜ້າອັດປາກ-ອັດດັງຢູ່ສະຖານທີ່ສາທາລະນະໂດຍບັງຄັບ” ຜູ້ບັນຊາການຄະນະປະຕິບັດງານ MINUSCA ຊາບຊຶມຢ່າງລຽນຕິດກ່ອນມື້ທີ່ຄຳສັ່ງມີຜົນສັກສິດ, ເຮັດໃຫ້ພາລະກອນສະຫະປະຊາຊາດຈຳນວນ 300 ຄົນທີ່ພວມເຮັດວຽກຢູ່ສຳນັກບັນຊາຄະນະປະຕິບັດງານ ປະຈຳ ນະຄອນຫຼວງ Bangui ເປັນຫ່ວງ, ຫຼາຍຄົນບໍ່ຮູ້ວ່າຈະຊອກຊ້ືຜ້າອັດປາກ-ອັດດັງຢູ່ໃສ. ແຕ່ເຂົາເຈົ້າດີໃຈເມື່ອໄດ້ຮັບຂ່າວວ່າ ຈະໄດ້ຮັບຜ້າອັດປາກ-ອັດດັງໂດຍບໍ່ເສຍຄ່າຈາກນາຍທະຫານຍິງຫວຽດນາມ ຢູ່ຫ້ອງຝຶກອົບຮົມຂອງຄະນະປະຕິບັດງານ, ບ່ອນເຮັດວຽກຂອງທ່ານນາງ ລຽນ. ແຕ່ລະອົງການໃນສຳນັກບັນຊາຈັດຕົວແທນໄປຮັບຜ້າອັດປາກ-ອັດດັງໂດຍທັນທີ. ພາກສ່ວນບຸກຄະລາກອນຂອງຄະນະປະຕິບັດງານກໍ່ສະໜອງຈຳນວນພາລະກອນຂອງແຕ່ລະອົງການເພື່ອໃຫ້ທ່ານນາງພັນໂທ ລຽນ ເບີກຈ່າຍຖືກຕ້ອງ ແລະຄົບຖ້ວນຈຳນວນໃນເງື່ອນໄຂແຫຼ່ງຜ້າອັດປາກ-ອັດດັງຢູ່ຄະນະປະຕິບັດງານ ແລະຢູ່ທ້ອງຕະຫຼາດຫາຍາກທີ່ສຸດ.

leftcenterrightdel
ພາລະກອນພົນລະເຮືອນຂອງຄະນະປະຕິບັດງານ MINUSCA ຮູ້ສຶກພໍອົກພໍໃຈທີ່ໄດ້ຮັບຜ້າອັດປາກ-ອັດດັງ. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ທ່ານນາງພັນໂທ ຫງວຽນທິລຽນ ແບ່ງປັນວ່າ ນັບແຕ່ເດືອນມີນາ, ຂ້າພະເຈົ້າຄິດວ່າ ຖ້າວ່າເຊື້ອພະຍາດໂຄວິດ-19 ແຜ່ລະບາດເຂົ້າ ສ. ອາຟະລິກາກາງ ຄວາມສ່ຽງເຊື້ອພະຍາດຈະແຜ່ລະບາດໃນວົງຄະນາຍາດແມ່ນສູງທີ່ສຸດ. ໂຄງລ່າງດ້ານສາທາລະນະສຸກຂອງປະເທດນີ້ຍັງອ່ອນ ແລະຫຼ້າຫຼັງໃນສະພາບການປະທະກັນທີ່ນຳໃຊ້ກຳລັງອາວຸດລະຫວ່າງບັນດາຝ່າຍຖືກແກ່ຍາວ. ຄຽງຂ້າງນັ້ນ, ປະຊາຊົນຢູ່ປະເທດນີ້ສ່ວນຫຼາຍບໍ່ທັນມີເງື່ອນໄຂດຳລົງຊີວິດແບບວິທະຍາສາດ. ສິ່ງທີ່ໜ້າເວົ້າເຖິງແມ່ນການໃສ່ຜ້າອັດປາກ-ອັດດັງ, ອັດໜ້າໄດ້ຮັບຖືວ່າແມ່ນການກະທຳທີ່ “ແປກປະຫຼາດ” ສໍາລັບປະຊາຊົນຢູ່ ອາຟະລິກາກາງ ເວົ້າລວມ ແລະ ສ. ອາຟະລິກາກາງ ເວົ້າສະເພາະ. ທ່ານນາງພັນໂທ ລຽນ ແບ່ງປັນວ່າ “ປະຕິບັດຕາມການຊີ້ນຳຂອງກົມຮັກສາສັນຕິພາບຫວຽດນາມ, ບັນດານາຍທະຫານຂອງໜ່ວຍປະຕິບັດງານຢູ່ ສ. ອາຟະລິກາກາງ ຍາມໃດກໍ່ໃສ່ຜ້າອັດປາກ-ອັດດັງເມື່ອອອກຈາກເຮືອນ, ແຕ່ວ່າພວກຂ້າພະເຈົ້າໄດ້ບອກກັນວ່າຕ້ອງນຳໃຊ້ຜ້າພັນຫົວຕື່ມເພື່ອບໍ່ຖືກລັງກຽດ”.

leftcenterrightdel
ທ່ານນາງພັນໂທ ຫງວຽນທິລຽນ ຮັບໃບຍ້ອງຍໍຂອງຫົວໜ້າບັນຊາການກຳລັງການທະຫານຄະນະປະຕິບັດງານ. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ຂ້າພະເຈົ້າຄິດວ່າ “ລັດຖະບານ ສ. ອາຟະລິກາກາງ ຈະຕ້ອງມີຄຳສັ່ງບັງຄັບໃສ່ຜ້າອັດປາກ-ອັດດັງຢູ່ສະຖານທີ່ສາທາລະນະ. ຖ້າວ່າບໍ່ມີ, ຜູ້ບັນຊາການຄະນະປະຕິບັດງານ MINUSCA ກໍ່ຈະຮຽກຮ້ອງພາລະກອນປະຕິບັດຕາມເລື່ອງນັ້ນ”, ນັ້ນແມ່ນການຄາດຄະເນຂອງທ່ານນາງພັນໂທ ຫງວຽນທິລຽນ, ເພາະວ່າວຽກງານນີ້ແມ່ນໜຶ່ງໃນບັນດາສາຍເຫດທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວເຮັ່ງຮັດທ່ານນາງພັນໂທ ລຽນ ເປັນເຈົ້າການຫຍິບຜ້າອັດປາກ-ອັດດັງເອງເພື່ອແຈກຢາຍໃຫ້ປະຊາຊົນ ແລະເພື່ອນຮ່ວມອາຊີບສາກົນ. ນາງ ລຽນ ໄປເຊົ່າຈັກຫຍິບ ແລະໄປຕະຫຼາດຊ້ືຜ້າເພື່ອຜະລິດຜ້າອັກປາກ-ອັດດັງກ່ອນທີ່ພະຍາດຈະແຜ່ລະບາດ. “ດ້ວຍທັກສະນຳໃຊ້ຈັກຫຍິບແຕ່ຍາມຍັງເປັນນັກຮຽນ, ຂ້າພະເຈົ້າຍາດເວລານອກໂມງລັດຖະການຢູ່ຄະນະປະຕິບັດງານເພື່ອຕັດ ແລະຫຍິບ.

leftcenterrightdel
ທ່ານນາງພັນໂທ ລຽນ ເຊົ່າຈັກຫຍິບ ແລະຕັດ, ຫຍິບຜ້າອັດປາກ-ອັດດັງ ມອບໃຫ້ພາລະກອນຄະນະປະຕິບັດງານ ແລະປະຊາຊົນ. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ທ່ານພັນໂທ   ຮ່ວາງຈູງກຽນ, ນາຍທະຫານເສນາທິການດ້ານການທະຫານຢູ່ສໍານັກບັນຊາຄະນະປະຕິບັດງານ MINUSCA ໃຫ້ຮູ້ວ່າ ຕອນເຊົ້າວັນທີ 4 ພຶດສະພາ, ທ່ານພົນຕີ Daniel Traore ແບ່ງປັນເລື່ອງລາວຂອງທ່ານນາງພັນໂທ ລຽນ ທີ່ກອງປະຊຸມແລກປ່ຽນວຽກງານກັບຫົວໜ້າບັນດາອົງການໃນກຳລັງການທະຫານ ແລະເນັ້ນໜັກວ່າ “ການກະທຳຂອງທ່ານນາງພັນໂທ ລຽນ ຂອງກອງທັບປະຊາຊົນຫວຽດນາມ ມີຄວາມໝາຍທີ່ສຸດ ແລະຖືກຕາມຄວາມຕ້ອງການນຳໃຊ້ຜ້າອັດປາກ-ອັດດັງເພື່ອປ້ອງກັນ, ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ນີ້ແມ່ນແບບຢ່າງທີ່ໃສແຈ້ງຂອງນາຍທະຫານຮັກສາສັນຕິພາບສະຫະປະຊາຊາດ. ການກະທຳຂອງທ່ານນາງພັນໂທ ລຽນ ໄດ້ປຸກລຸກຈິດໃຈເພື່ອປະຊາຄົມໃນຊ່ວງເວລາປະສົບກັບຄວາມຫຍຸ້ງຍາກຕ້ານໂລກພະຍາດ”.

ໂດຍ: ສົມເພັດ