ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ເປົ້າໝາຍລວມຂອງການຝຶກຊ້ອມແມ່ນ: ຖອດຖອນບົດຮຽນຂອງເສນາຮັກແຕ່ລະປະເທດໃນການຮັບມືກັບພະຍາດໂຄວິດ-19; ກໍານົດບັນດາຂົງເຂດທີ່ອີງໃສ່ເຊິ່ງກັນ ແລະກັນລະຫວ່າງເສນາຮັກ ແລະກໍາລັງຕ່າງໆ; ດໍາເນີນການໄຈ້ແຍກຊ່ອງຫວ່າງໂດຍອີງໃສ່ແຜນການກະກຽມຍຸດທະສາດ ແລະຮັບມືກັບພະຍາດໂຄວິດ-19; ສ້າງແຜນການດໍາເນີນງານເພື່ອຍົກສູງລະດັບຄວາມກຽມພ້ອມຂອງເສນາຮັກອາຊຽນ ໂດຍອີງໃສ່ແຜນການຂອງອົງການອະນາໄມໂລກ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຊວນກຽນ, ຫົວໜ້າກົມເສນາຮັກ ພ້ອມດ້ວຍບັນດາຜູ້ແທນທີ່ກອງປະຊຸມທາງໄກ. ພາບ: ຕ໊ຽນດາດ.

ບົນພື້ນຖານເປົ້າໝາຍດັ່ງກ່າວ, ບັນດາປະເທດອາຊຽນໄດ້ກໍານົດບົດບາດ ແລະຄວາມຮັບຜິດຊອບຂອງເສນາຮັກໃນການຮັບມືກັບພະຍາດ; ບັນດາຂົງເຂດ ເຊິ່ງເສນາຮັກບັນດາປະເທດອາຊຽນສາມາດສົມທົບກັນ ຫຼື ຮ່ວມມືກັບອົງການອື່ນໃນການຮັບມືກັບກໍລະນີພະຍາດແຜ່ລະບາດ; ກົນໄກຮ່ວມມືລະຫວ່າງເສນາຮັກອາຊຽນ ແລະອົງການອື່ນໃນການຮັບມືກັບກໍລະນີພະຍາດແຜ່ລະບາດ.

ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາວິທີການຝຶກຊ້ອມກົນໄກປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍ 3 ແຜນງານ. ສິ້ນສຸດກອງປະຊຸມ, ບັນດາສະມາຊິກໃນຄະນະອໍານວຍການ ACMM ໄດ້ເຫັນດີເປັນເອກະພາບນໍາກັນວ່າ ຈະປັບປຸງບັນດາວິທີການຝຶກຊ້ອມໃຫ້ສົມບູນແບບ, ລາຍງານທີ່ກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດອາຊຽນ ຮັບຮອງເອົາ ແລະຄາດຄະເນການຝຶກຊ້ອມກົນໄກປ້ອງກັນ, ຕ້ານພະຍາດໂຄວິດ-19 ຈະດໍາເນີນໃນວັນທີ 27 ພຶດສະພາ.

ໂດຍ: ທູຈາງ