ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນ ຕີກະຊວງປ້ອງກັນປະເທດຈີນ
ກປ.ອອນໄລ - ວັນທີ 29 ເມສາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນໂທ Wei Fenghe, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເພື່ອແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກໍາລັງກອງທັບສອງປະເທດ.
ໃນການໂອ້ລົມທາງໂທລະສັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍປະຊາຊົນຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ໄດ້ຍາດເອົາຜົນສໍາເລັດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
ມາຮອດປັດຈຸບັນ, ຫວຽດນາມ ສາມາດຍູ້ຖອຍພະຍາດໄດ້ໃນຂັ້ນຕົ້ນ; ສືບຕໍ່ສຸມໃສ່ປ້ອງກັນ, ຕ້ານພະຍາດແຜ່ລະບາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ທ່ານພົນເອກ ໂງຊວນລິກ ກໍ່ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດຈີນ ທີ່ໄດ້ມອບອຸປະກອນການແພດຈໍານວນໜຶ່ງໃຫ້ແກ່ຫວຽດນາມ, ພ້ອມທັງເນັ້ນໜັກວ່າ ໝາກຜົນໃນການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານພະຍາດລະຫວ່າງກອງທັບສອງປະເທດຈະແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ.
|
|
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn. |
ທ່ານ Wei Fenghe ຕີລາຄາສູງຕໍ່ໝາກຜົນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ. ທ່ານກໍ່ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໜູນຊ່ວຍອຸປະກອນການແພດເມື່ອຊ່ວງເວລາທີ່ພະຍາດຢູ່ຈີນ ເກີດການລະບາດຢ່າງຮ້າຍແຮງ, ມີຄວາມຫຍຸ້ງຍາກ, ສັບສົນ. ທ່ານ Wei Fenghe ຢືນຢັນວ່າ ຈີນພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອປ້ອງກັນ, ຕ້ານພະຍາດ ກໍ່ຄືແບ່ງປັນກັບຫວຽດນາມກ່ຽວກັບໝາກຜົນການຄົ້ນຄວ້າ, ຜະລິດຢາ ແລະວັກຊິນ ປິ່ນປົວພະຍາດ.
ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຄຸ້ມຄອງ, ຄວບຄຸມຊາຍແດນລະຫວ່າງສອງປະເທດ, ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບພະຍາດຢ່າງທັນການ, ພ້ອມກັນສະກັດກັ້ນການແຜ່ລະບາດຂອງພະຍາດ, ແຕ່ກໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນການຄ້າເພື່ອຊຸກຍູ້ເສດຖະກິດພັດທະນາ.
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ລັດຖະມົນຕີສອງທ່ານເນັ້ນໜັກວ່າ ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ສອງຝ່າຍຍັງຕັດສິນໃຈຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທີ່ໄດ້ເຫັນດີເປັນເອກະພາບຢ່າງຄົບຖ້ວນ.
ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີສອງທ່ານຖືວ່າ ຕໍ່ໜ້າສະພາບການຜັນແປສັບສົນຂອງພະຍາດ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນ, ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.
ໂດຍ: ທູຈາງ